ງານສັບປະດາແລກປ່ຽນວັດທະນະທຳຂອງຊາວໜຸ່ມແຫ່ງຊາດຈາກອົງການຮ່ວມມືຊຽງໄຮ້ໄດ້ຈັດຂຶ້ນ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວສຸດໃຈ) ແຕ່ວັນທີ 25 ຫາວັນທີ 30 ມິຖຸນານີ້, ງານສັບປະດາແລກປ່ຽນວັດທະນະທຳຂອງຊາວໜຸ່ມແຫ່ງຊາດຈາກອົງການຮ່ວມມືຊຽງໄຮ້ (SCO) ດ້ວຍຫົວຂໍ້ "ເຕົ້າໂຮມຢູ່ແຂວງຢຸນນານທີ່ມີສີສັນຢາງຫຼາກຫຼາຍ"ໄດ້ຈັດຂຶ້ນຢູ່ແຂວງຂອງພວກເຮົາ.

ມີຊາວໜຸ່ມ 50 ຄົນຈາກບັນດາປະເທດສະມາຊິກ SCO, ປະເທດສັງເກດການ ແລະ ປະເທດຄູ່ເຈລະຈາເຂົ້າຮ່ວມກິດຈະກຳຄັ້ງນີ້ ເຊັ່ນ: ປະເທດຈີນ, ຣັດເຊຍ, ຄາຊັກສະຖານ, ກີຈີສຖານ, ປາກີສະຖານ, ອິນເດຍ, ເບລາຣຸດ, ອັຟການິສະຖານ, ມົງໂກລີ, ກຳປູເຈຍ. ກິດຈະກຳດັ່ງກ່າວດຳເນີນເປັນເວລາ 6 ວັນ, ໄວໜຸ່ມໄດ້ລົງເລິກເຂົ້າສູ່ເຂດຕົວເມືອງຕົ້ນຕໍ ແລະ ເຂດຈິ້ງນີງຂອງນະຄອນຄຸນໝິງ, ນະຄອນຈິງຫອງ, ເມືອງຫ້າຍ, ດ່ານຊາຍແດນບໍ່ຫານຂອງກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັນນາ ແລະສະຖານທີ່ອື່ນໆ, ເພື່ອຄົ້ນຄ້ວາສຳຫຼວດ, ໂດຍຜ່ານການຢ້ຽມຢາມ ແລະ ແລກປ່ຽນ, ປະສົບການດ້ວຍເຮັດຕົນເອງຜະລິດດ້ວຍມືຕົນເອງ, ການສໍາມະນາ ແລະ ຮູບແບບອື່ນໆ, ສາມາດສຳຜັດກັບຮູບແບບການພັດທະນາຢ່າງຮອບດ້ານຂອງແຂວງຢຸນນານທີ່ສິ່ງແວດລ້ອມເໝາະສົມອາໄສ, ຊົນເຜົ່າຕ່າງໆສາມັກຄີກັນ, ວັດທະນະທໍາສີສັນຫຼາກຫຼາຍ, ເປີດປະຕູແລະເຊື່ອມໂຍງເຂົ້າຫາກັນ.

ຢູ່ນະຄອນຄຸນໝິງ, ໄວໜຸ່ມໄດ້ໄປຢ້ຽມຢາມວິທະຍາໄລຄຸນໝິງ ແລະ ສູນແລກປ່ຽນຊາວໜຸ່ມຈີນ-SCO, ສຳຜັດກັບກໍາມະວິທີການຜະລິດເຄື່ອງປັ້ນດິນເຜົາ ແລະ ອາຫານພິເສດຂອງຈີນ, ຮຽນການເຕັ້ນລໍາແລະ ກິລາຂອງຊົນເຜົ່າ, ສຳຜັດຄວາມສະເໜ່ທີ່ເປັນເອກະລັກສະເພາະຂອງນະຄອນຄຸນໝິງ. ບັນດາຊາວໜຸ່ມຍັງໄດ້ລົງສໍາຫຼວດຢ່າງເລິກເຊິ່ງຢູ່ສວນອຸດສາຫະກຳດອກໄມ້ປາວເພີ່ງ ແລະ ໝູ່ບ້ານສຽວຢູຂອງເຂດຈິ້ງນິງ, ເພື່ອຮູ້ສະພາບການກໍ່ສ້າງອາລະຍະທຳນິເວດຂອງທ້ອງຖິ່ນ. ຢູ່ກິ່ງແຂວງສິບສອງພັນນາ, ຊາວໜຸ່ມຈາກບັນດາປະເທດໄປທົ່ງນາເພື່ອສຳຜັດກັບວັດທະນະທຳຊາພູເອີຢູ່ສວນຊາ, ຊົມເບິ່ງຂະບວນການຜະລິດເຈ້ຍເຜົ່າລື້, ສຳຜັດກັບຊັບພະຍາກອນທຳມະຊາດທີ່ອຸດົມສົມບູນຂອງ “ອານາຈັກພືດ” ຢູ່ສວນສາທາລະນະປ່າໄມ້ດັ້ງເດີມ, ໄປຕະຫຼາດກາງຄືນແສງໄຟດາວ ກ້າວຈ່ວງ ຮູ້ສຶກການພັດທະນາຂອງເສດຖະກິດການທ່ອງທ່ຽວ. ຊາວໜຸ່ມໄດ້ມີການແລກປ່ຽນຢ່າງເລິກເຊິ່ງກັບນັກສຶກສາທ້ອງຖິ່ນຢູ່ວິທະຍາໄລເຕັກນິກ-ວິຊາຊີບກິ່ງແຂວງສິບສອງພັນນາ.

ກິດຈະກຳຄັ້ງນີ້ໄດ້ເສີມຂະຫຍາຍຄວາມເຂົ້າໃຈຕໍ່ຢຸນນານຂອງຊາວໜຸ່ມຈາກທົ່ວໂລກ, ເຜີຍແຜ່ວັດທະນະທຳຈີນໃຫ້ແກ່ຊາວໜຸ່ມທົ່ວໂລກ, ແລະໄດ້ສະແດງໃຫ້ເຫັນພາບພົດທີ່ໜ້າເຊື່ອຖື, ໜ້າຮັກ ແລະ ໜ້າເຄົາລົບນັບຖືຂອງຈີນຕໍ່ໂລກ.

6月25日至30日,“相聚七彩云南”上合组织国家青年文化交流周活动在我省举办。

来自中国、俄罗斯、哈萨克斯坦、吉尔吉斯斯坦、巴基斯坦、印度、白俄罗斯、阿富汗、蒙古国、柬埔寨等上合组织成员国以及观察员国、对话伙伴国的50位青年参加了活动。活动为期6天,青年们深入昆明市主城区和晋宁区,西双版纳傣族自治州景洪市、勐海县、磨憨口岸等地研学考察,通过参观交流、动手制作体验、座谈等形式,近距离感受云南生态宜居、民族团结、文化多元、开放包容的全方位发展格局。

在昆明,青年们参观了昆明学院、中国—上合组织青年交流中心,体验陶艺和中国特色菜肴制作,学习民族体育舞蹈,领略春城的独特魅力。青年们还深入考察晋宁宝峰花卉产业园和小渔村,了解当地生态文明建设情况。在西双版纳,各国青年深入田间地头,到茶园体验普洱茶文化,到傣族村寨观摩傣纸制作,到原始森林公园感受“植物王国”的丰富自然资源,到告庄星光夜市感受蓬勃发展的旅游经济。在西双版纳职业技术学院,青年们与当地学生深入交流。

此次活动增进了各国青年对云南的了解,向各国青年传播中国文化,向世界展示可信、可爱、可敬的中国形象。(云南日报 记者陈怡希)

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

07/03

17:58

ແບ່ງປັນ

ແປ
翻译