ມາຈາກ:ສະບາຍດີ
ອີງຕາມແຫລ່ງຂ່າວ, ວັນທີ 3 ເດືອນເມສາ, ທະນາຄານ ປະຊາຊົນ ຈີນ (PBOC ) ຫລື ທະນາຄານກາງ ຈີນ, ປະກາດ ຈະຂະຫຍາຍ ໂຄງການ ນໍາຮ່ອງ ສະກຸນ ເງິນຢວນ ດີຈິຕອນ (e-CNY) ເພີ່ມຂຶ້ນ ໃນຫລາຍຕົວເມືອງ ພາຍໃນ ປະເທດ, ຫລັງຈາກ ປະສົບ ຜົນສຳເລັດໃນການຈັດຕັ້ງປະຕິບັດເມື່ອ ທ້າຍປີ ທີ່ຜ່ານມາ. ທະນາຄານ ລະບຸວ່າ ເງິນຢວນ ດີຈິຕອນ ຈະມີໃຫ້ບໍລິການ ໃນເທສະບານ ນະຄອນທຽນຈິນ ແລະ ເທສະບານ ນະຄອນສົງຊິ່ງ ເມືອງກວ່າງໂຈວ ໃນແຂວງ ກວາງຕຸ້ງ ທາງພາກໃຕ້, ເມືອງຟູໂຈວ ແລະ ເມືອງຊ່ຽງເໝິນ ແຂວງຟູຈ້ຽນ ແລະ ອີກ 6 ເມືອງ ໃນແຂວງ ເຈີຈຽງ ທາງຕາເວັນອອກ ຂອງປະເທດ. ໂດຍ ຈີນ ໄດ້ທົດລອງ ການນຳໃຊ້ ເງິນຢວນ ດີຈິຕອນ ໃນພື້ນທີ່ ຫລາຍກວ່າ 10 ແຫ່ງ ໃນນະຄອນເຊີນເຈີ້ນ ເທສະບານ ນະຄອນຊຽງໄຮ້ ແລະ ເຂດໃໝ່ ສະຍົງອັນ , ໂດຍຫລ້າສຸດ ນະຄອນຫລວງ ປັກກິ່ງ ແລະ ເມືອງ ຈາງເຈຍໂຂ່ວ ກໍໄດ້ເຂົ້າຮ່ວມໃນ ໂຄງການ ດັ່ງກ່າວ ຫລັງຈາກ ມີການ ທົດລອງ ນຳໃຊ້ງານ ໃນໄລຍະຈັດການ ແຂ່ງຂັນ ກິລາ ປັກກິ່ງ ໂອແລມປິກ ແລະ ພາຣາແລມປິກ ລະດູໜາວ ປີ 2022.
ກອງປະຊຸມ ຂອງ ທະນາຄານ ຊຶ່ງຈັດຂຶ້ນ ເມື່ອວັນທີ 31 ມີນາຜ່ານມາ ລະບຸວ່າ: ຮູບແບບ ການນຳໃຊ້ເງິນຢວນດີຈິຕອນ ຈໍານວນໜຶ່ງ ໄດ້ເຂົ້າມາ ມີບົດບາດ ໃນຂົງເຂດ ການຄ້າ ສົ່ງອອກ ແລະ ການຄ້າຍ່ອຍ, ການຈັດງານລ້ຽງ, ການທ່ອງທ່ຽວ ແລະ ການຊໍາລະ ຄ່າທຳນຽມ ລວມເຖິງ ທາງອອນລາຍ ແລະ ອອບລາຍອື່ນໆ.
4月3日,中国人民银行(PBOC)和中国中央银行宣布计划将数字人民币服务(e-CNY)扩展到更多城市。在前期试点地区基础上,人民银行表示,将在天津市、重庆市、广东省广州市、福建省福州市、厦门市及浙江六个城市提供数字人民币服务。中国已在深圳、上海等10多个地区试点使用数字人民币。最近,北京市和河北省张家口市在2022年北京冬奥会、冬残奥会场景试点结束后转为试点地区。
银行于 3 月 31 日召开的会议指出:数字人民币应用在地区出口和零售、餐饮文旅、旅游和包括线上和线下等费用支付中发挥了作用。
ສະຖານກົງສຸນໃຫຍ່ປະເທດຈີນປະຈຳແຂວງຫຼວງພະບາງໄດ້ມອບ "ທຶນການສຶກສາກົງສຸນໃຫຍ່ຈີນ" ປະຈຳປີ 2022 ໃຫ້ແກ່ສະຖາບັນກະສິ
ສະບາຍດີ2022-04-02
ຄະນະຊ່ຽວຊານກວດຫາອາຊິດນິວເຄຼຍແຈກຢາຍຫໍ່ຢາຮັກໃຫ້ສະພາການຄ້າແຂວງຢຸນນານປະຈຳສປປລາວ
ສະບາຍດີ2022-04-01
ຈີນ ສຳເລັດການສົ່ງດາວທຽມ 3 ດວງຂຶ້ນສູ່ວົງໂຄຈອນ
ສະບາຍດີ2022-04-01
ນະຄອນຄຸນໝິງ ແລະ ນະຄອນອາເມເນຍໂກລົມບີ ໄດ້ລົງນາມບົດເຈດຈຳນົງເພື່ອພັດທະນາການສາຍພົວພັນມິດຕະພາບສອງເມືອງ
ສະບາຍດີ2022-04-01
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
04/06
16:40
— ແບ່ງປັນ —