ນະຄອນຄຸນມິງຈະຈັດງານວາງສະແດງສິນຄ້າບໍລິໂພກ “ສິສັນຢູນນານ” ຄັ້ງທຳອິດ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວສະໜຸກ)ວັນທີ 20 ເດືອນກຸມພານີ້, ນັກຂ່າວຮັບຮູ້ຈາກກົມການຄ້ານະຄອນຄຸນມິງວ່າ, ງານວາງສະແດງສິນຄ້າບໍລິໂພກ “ສິສັນຢູນນານ” ຄັ້ງທຳອິດຈະຈັດຂຶ້ນຢູ່ສູນກາງຈັດງານວາງສະແດງສາກົນ ດ່ຽນສີ ນະຄອນຄຸນມິງໃນວັນທີ 27 ເດືອນເມສາ ຫາ ວັນທີ 1 ເດືອນພຶດສະພາ.

ສູນກາງຈັດງານວາງສະແດງສາກົນ ດ່ຽນສີ ນະຄອນຄຸນມິງ

ງານວາງສະແດງຄັ້ງນີ້ຮັບຜິດຊອບດ້ວຍພະແກນການຄ້າແວງຢູນນານ, ກົມການຄ້ານະຄອນຄຸນມິງ ແລະ ບໍລິສັດວາງແຜນ ແລະ ຈັດການງານວາງສະແດງ ທ້າຍຕາ ຢູນນານຈໍາກັດຮ່ວມຈັດການ, ຜູ້ວາງສະແດງແມ່ນວິສາຫະກິດການຄ້າທີ່ໄຫຼວຽນ ແລະ ບັນດາບໍລິສັດຄອບຄົວ ແລະ ບຸກຄົນຂອງແຂວງ, ລວມແຕ່ບໍ່ຈຳກັດເຄື່ອງໃຊ້ໃນຊີວິດປະຈຳວັນ, ການທ່ອງທ່ຽວ, ອາຫານການກິນ, ໂຮງແຮມ, ເຄື່ອງນຸ່ງ, ການເສີມສວຍ, ຢາ (ການແພດ), ເຄື່ອງໃຊ້ໃນເຮືອນ, ການຕົບແຕ່ງເຮືອນ ແລະ ວັດສະດຸກໍ່ສ້າງ, ອາຫານ ແລະ ເຄື່ອງດື່ມ, ລົດຍົນ, ການບໍລິການດ້ານການເງິນ, ການສຶກສາ, ວັດທະນະທຳ, ເຄື່ອງຫັດຖະກຳ, ເຄຶ່ອງສະເພາະແມ່ ແລະ ເດັກນ້ອຍ, ສິນຄ້າແຟຊັ່ນ ແລະ ອື່ນໆ.

ງານວາງສະແດງທັງໝົດສ້າງຕັ້ງເຂດສະແດງ 16 ເຂດ, ລວມເຂດສະແດງສິນຄ້າບໍລິໂພກແຂວງຢູນນານ, ເຂດສະແດງສິນຄ້າບໍລິໂພກດ່ານຊາຍແດນສາກົນບໍ່ຫານ, ເຂດສະແດງອາຫານສີຂຽວ, ເຂດສະແດງເຄື່ອງເອກະລັກຂອງເມືອງ, ເຂດສະແດງສິນຄ້າທິ່ມີຍິ່ຫໍ້ເກົ່າແກ່ຂອງຢູນນານ, ເຂດສະແດງການບໍລິໂພກຊີວິດແຟຊັ່ນ, ເຂດສະແດງເຄື່ອງໃຊ້ໃນເຮືອນ, ເຂດສະແດງເຄື່ອງເອເລັກໂຕນິກຂອງມະຫາຊົນໃຊ້, ເຂດສະແດງລົດ, ເຂດສະແດງສະບຽງອາຫານ ແລະ ນໍ້າມັນການກິນທີ່ມີຄຸນນະພາບສູງ,ເຂດສະແດງເຄຶ່ອງສະເພາະແມ່ ແລະ ເດັກນ້ອຍ, ເຂດສະແດງອຸດສາຫະກໍາການທ່ອງທ່ຽວ ແລະ ວັດທະນະທໍາ,ເຂດສະແດງການຄ້າຂະຫນາດໃຫຍ່, ເຂດສະແດງການຄ້າເອເລັກໂຕນິກ, ເຂດສະແດງຂອງສະຖາບັນການເງິນ, ເຂດສະແດງອາຫານການກິນ.

ຕາມຮັບຮູ້, ງານວາງສະແດງຄັ້ງນີ້ຈະປ່ອຍອອກ“ຄູປ໋ອງບໍລິໂພກສິສັນຢູນນານ”ໃນໄລຍະຈັດຂຶ້ນງານ, ສໍາລັບການບໍລິໂພກໃນຫໍວາງສະແດງ; ຄະນະກໍາມະການຈະປ່ອຍອອກບັດອຸດໜູນເງິນສົດທັງໝົດມື້ລະ 20000 ໃບໃນຫ້າມື້ຂອງງານວາງສະແດງ, ໃຫ້ຜູ້ບໍລິໂພກໄດ້ຮັບຜົນປະໂຫຍດ, ສົ່ງເສີມການບໍລິໂພກ, ແລະຊ່ວຍໃຫ້ຜູ້ວາງສະແດງເພີ່ມລາຍຮັບ; ເພື່ອຮັບປະກັນຄວາມນິຍົມແລະຈໍານວນການຂາຍໃນຫໍວາງສະແດງ, ຈະເຊື້ອເຊີນປະຊາຊົນຕາມເປົ້າຫມາຍ, ແລະໃນເວລາດຽວກັນ, ຈະເຜີຍແຜ່ ແລະ ໂຄສະນາດ້ວຍກໍາລັງແຮງຢູ່ສູນກາງການຄ້າຂະຫນາດໃຫຍ່, ເຂດການຄ້າ, ຖະຫນົນການຄ້າ, ບັນດາຊຸມຊົນທີ່ຢູ່ອາໄສ, ແລະແຫ່ງເຊັກອິນທີ່ນິຍົມ

ໄດ້ຮັບຮູ້ວ່າ, ບັນດາຜູ້ວາງສະແດງໄດ້ເຂົ້າໃນ applet WeChat ຂອງງານວາງສະແດງສິນຄ້າບໍລິໂພກ “ສິສັນຢູນນານ”, ຄລິກ "ການລົງທະບຽນຜູ້ວາງສະແດງ" ແລະຕື່ມຂໍ້ມູນການວາງສະແດງກໍ່ລົງທະບຽນສໍາເລັດແລ້ວ. ກໍານົດເວລາສໍາລັບການລົງທະບຽນຈົນຮອດວັນທີ 17 ມີນາ.


昆明信息港讯(昆明日报 全媒体记者王琳)2月20日,记者从昆明市商务局获悉,云南首届彩云消费博览会将于4月27日至5月1日在昆明滇池国际会展中心举办。

昆明滇池国际会展中心

此次展会由云南省商务厅支持,昆明市商务局和云南泰达会展策划有限公司联合主办,参展对象为全省主要商贸流通企业及个体工商户,包括但不限于日用百货、旅游、餐饮、酒店、服饰、美容、医药(医疗)、家居家电、家装建材、食品饮料、汽车、金融服务、教育、文化娱乐、工艺品、母婴用品、时尚潮品等。

展会共设置16个展区,包括彩云消费成果展区、磨憨国际口岸消费展区、绿色食品展区、一县一品展区、品牌连锁经营及云南老字号专区、时尚生活消费展区、彩云家博会展区、大众消费电子展区、精选车展区、精品粮油消费展区、孕婴童展区、文旅产业展区、大型商业综合体展区、电商及金融机构展区、美食展区等。

据悉,本次博览会将在展会期间同步发放“彩云消费券”,用于展会现场消费使用;组委会将在展期五天内每天发放20000张现金补贴券,让利消费者,促进消费,助力参展企业增收;为保障现场人气与销量,还将对市民做定向邀约,同时在大型商业综合体、商圈商街、各大社区、热门打卡点等进行集中海量广告投放。

据了解,各参展企业可登录微信小程序“彩云消博会”,点击“展商报名”填写参展信息即可成功报名,报名截止时间为3月17日。

[ບັນນາທິການ:ສະໜຸກ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

02/24

17:16

ແບ່ງປັນ

ແປ
翻译