ໃນ9ເດືອນຕົ້ນປີນີ້, ຍອດມູນຄ່າການຄ້າຂາເຂົ້າ-ຂາອອກຂອງຄຸນໝິງໄປປະເທດສະມາຊິກ RCEPບັນລຸ43,48 ຕື້ຢວນ.

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວສະໜຸກ)ວັນທີ 20 ເດືອນພະຈິກ, ນັກຂ່າວຮູ້ຈາກເວທີປຶກສາຫາລືການຮ່ວມມືການລົງທຶນການຄ້າສາກົນຂອງRCEP(ຢູນນານ)ຄັ້ງທໍາອິດ, ໃນ9ເດືອນຕົ້ນປີນີ້, ຍອດມູນຄ່າການນຳເຂົ້າ-ນໍາອອກຂອງຄຸນໝິງໄປຍັງປະເທດສະມາຊິກ RCEP ແມ່ນ 43,48 ຕື້ຢວນ, ທຽບໃສ່ໄລຍະດຽວໄດ້ເພີ່ມຂຶ້ນ68.5% , ໃນນັ້ນຍອດມູນຄ່າຂາອອກແມ່ນ34,07 ຕື້ຢວນ, ທຽບໃສ່ໄລຍະດຽວເພີ່ມຂຶ້ນ79.8%; ຍອດມູນຄ່າຂາເຂົ້າແມ່ນ9,41 ຕື້ຢວນ, ທຽບໃສ່ໄລຍະດຽວເພີ່ມຂຶ້ນ36.5%.

ປະເທດສະມາຊິກ RCEPລວມອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ໄທ, ສິງກະໂປ, ບຣູໄນ, ກຳປູເຈຍ, ລາວ, ມຽນມາ, ຫວຽດນາມ, ຈີນ, ຍີ່ປຸ່ນ, ເກົາຫຼີ, ອົດສະຕາລີ ແລະ ນິວຊີແລນ ລວມ15 ປະເທດ , ເຊິ່ງເປັນເຂດການຄ້າເສລີທີ່ມີປະຊາກອນຫຼາຍທີ່ສຸດ ແລະ ມີຂະໜາດການຄ້າໃຫຍ່ທີ່ສຸດໃນທົ່ວໂລກ. ນັບແຕ່ການປະຕິບັດ RCEPເປັນຕົ້ນມາ, ການສົ່ງອອກສິ່ນຄ້າຂອງນະຄອນຄຸນໝິງໄດ້ຫັນຈາກອາໄສຝຸ່ນຢ່າງແຮງເປັນການສົ່ງອອກກົນຈັກເຄື່ອງໄຟຟ້າ ສິນຄ້າຂະໜາດນ້ອຍ ແລະ ຜະລິດຕະພັນອຶ່ນໆ, ໂດຍສະເພາະແມ່ນຕະຫຼາດຂາອອກໄປສິງກະໂປ, ມາເລເຊຍ, ໄທ, ຫວຽດນາມ ແລະປະເທດອື່ນໆໄດ້ຂະຫຍາຍຢ່າງກວ້າງ, ສຶບຕໍ່ຊຸກຍູ້ຄູ່ຮ່ວມມືການຄ້າຂອງຄຸນໝິງມີຮູບແບບຫຼາຍ, ພ້ອມດຽວກັນພັດທະນາຂະແໜງການບໍລິການ ແລະ ການຜະລິດຢ່າງໄວ, ເຊັ່ນ: ຂະແໜງການຜະລິດອຸປະກອນທີ່ກ້າວໜ້າ,  ຂະແໜງການແພດຊີວະສາດ, ຂະແໜງການວັດສະດຸໃຫມ່, ຂະແໜງການຂໍ້ມູນຂ່າວສານເອເລັກໂຕຣນິກ, ການເງິນທຶນທີ່ທັນສະໄຫມ, ສາງແລະການຂົນສົ່ງ, ການບໍລິການທາງຂໍ້ມູນຂ່າວສານ ແລະ ການບໍລິການທາງທຸລະກິດ, ສະໜອງການສະໜັບສະໜູນທາງອຸດສາຫະກໍາຢ່າງດີ ແລະ ສະພາບແວດລ້ອມການຂະຫຍາຍໃຫ້ການເຊື່ອມໂຍງ ແລະ ເຂົ້າຮ່ວມ RCEP.

ໃນປະຈຸບັນນີ້, ນະຄອນຄຸນໝິງໄດ້ສະເໜີອອກກິດຈະກໍາໃຫຍ່ 7 ອັນ, ຄື: ກິດຈະກໍາປັບປຸງລະບົບການຄຸ້ມຄອງໃຫ້ດີ, ກິດຈະກໍາຂະຫຍາຍການຄ້າສິນຄ້າ, ກິດຈະກໍາຍົກສູງຄຸນນະພາບຂອງການຄ້າບໍລິການ, ກິດຈະກໍາຍົງສູງຄວາມໄວຂອງການຄ້າການຜະລິດ, ກິດຈະກໍາການຮ່ວມມືພະລັງງານຂ້າມຊາຍແດນ, ກິດຈະກໍາກໍ່ສ້າງຕົວເມືອງດ່ານສາກົນ, ເຊື່ອມໂຍງເຂົ້າຮ່ວມRCEP ດ້ວຍທັດສະນະທີ່ເປີດກວ້າງກວ່າ. ນະຄອນຄຸນໝິງຍັງຈະສົ່ງອອກຜະລະຕະພັນທີ່ມີທ່າແຮງ, ເຊັ່ນ: ກົນຈັກເຄື່ອງໄຟຟ້າ, ຝຸ່ນ, ຜະລິດຕະພັນທີ່ມີລັກສະນະຕົນເອງ, ພ້ອມກັນຂະຫຍາຍຂະໜາດນໍາເຂົ້າກົນຈັກເຄື່ອງໄຟຟ້າ ແຮ່ໂລຫະ ຢາງທຳມະຊາດ ໝາກໄມ້ເຂດຮ້ອນ, ເລັ່ງລັດກໍ່ສ້າງເຂດເຕົ້າໂຮມວິສາຫະກິດການຄ້າສາກົນ, ເພີ່ມສ້າງສູນງານວາງສະແດງສາກົນຂອງRCEP(ຄຸນໝີງ), ສ້າງຕັ້ງສູນງານວາງສະແດງປະເທດສະມາຊິກ RCEP, ເລັ່ງລັດກໍ່ສ້າງເວທີການຄ້າ e-commerce ຂ້າມຊາຍແດນ, ຊຸກຍູ້ເປີດນໍາໃຊ້ຂະບວນລົດໄຟເພື່ອຈັດຊື້ສິນຄ້າ ແລະ ການຄ້າຕາມທາງລົດໄຟລາວ-ຈີນ ,  ປະຕິບັດໂຄງການທົດລອງການປຸງແຕ່ງຢູ່ໃນສະຖານທີ່ຂອງສິນຄ້ານຳເຂົ້າທີ່ມີການຄ້າຂາຍໂດຍຊາວຊາຍແດນ.   ສ້າງສະຖານທີ່ທົດລອງການປຸງແຕ່ງສີນຄ້ານໍາເຂົ້າໃນການຄ້າຊາຍແດນ.

ຜູ້ຮັບຜິດຊອບກ່ຽວຂ້ອງສະແດງວ່າ, ຄາດວ່າຮອດປີ 2024, ຍອດມູນຄ່າຂາເຂົ້າ-ຂາອອກຂອງນະຄອນຄຸນໝິງຈະເພີ່ມຂຶ້ນ 2 ເທົ່າເກີນ 300 ຕື້ຢວນ, ການຄ້າບໍລິການຈະເພີ່ມຂຶ້ນສະເລ່ຍ 30% ຕໍ່ປີ.


昆明信息港讯(昆明日报 首席记者廖兴阳)11月20日,记者从首届RCEP(云南)国际贸易投资合作论坛上获悉,今年前三季度,昆明市对RCEP成员国进出口额434.8亿元,同比增长68.5%,其中出口340.7亿元,增长79.8%;进口94.1亿元,增长36.5%。

RCEP成员国包括印度尼西亚、马来西亚、菲律宾、泰国、新加坡、文莱、柬埔寨、老挝、缅甸、越南、中国、日本、韩国、澳大利亚和新西兰15个国家,是全球人口最多、经贸规模最大的自由贸易区。自RCEP实施以来,昆明商品出口从原来过度依赖化肥转变为机电、小商品等产品出口增长迅猛,尤其是对新加坡、马来西亚、泰国、越南等国家的出口市场快速拓展,不断推动昆明贸易伙伴多元化,同时先进装备制造产业、生物医药产业、新材料产业、电子信息产业加速转型,现代金融、仓储物流、信息服务、商务服务等生产性服务业快速发展,为对接拥抱RCEP提供良好的产业支撑和成长环境。

目前,昆明提出要实施七大行动,即管理体制优化行动、货物贸易扩大行动、服务贸易提质行动、加工贸易提速行动、跨境产能合作行动、国际口岸城市建设行动、营商环境优化行动,以更加开放的姿态融入RCEP。昆明还将推动机电产品、化肥、特色农产品等优势产品出口,扩大机电产品、金属矿砂、天然橡胶、热带水果进口规模,加快建设国际贸易企业集聚区,增设RCEP(昆明)国际博览中心,设立RCEP成员国国别展示中心,加快跨境电商平台建设,推动开行中老铁路市场采购贸易商品专列,开展边民互市贸易进口商品落地加工试点。

相关负责人表示,预计到2024年,昆明进出口贸易将翻1番,突破3000亿元,服务贸易年均增长30%。


[ບັນນາທິການ:ສະໜຸກ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

11/25

10:45

ແບ່ງປັນ

ແປ
翻译