ສຸມໃສ່ການປ່ຽນແປງໃນສິບປີຂອງແຂວງຢຸນນານ300 ກວ່າຜົນສິລະປະການຂຽນແລະການຖ່າຍຮູບທີ່ດີງາມ ໄດ້ວາງສະແດງຢູ່ນະຄອນຄຸນໝິງ.

ມາຈາກ:ສະບາຍດີ

ວັນທີ 29 ກັນຍານີ້, ງານວາງສະແດງຜົນສິລະປະການຂຽນແລະການຖ່າຍຮູບ"‘ແຂວງຢຸນນານໃນສິບປີນີ້’ແຂວງຢຸນນານຕ້ອນຮັບໄຊຊະນະກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດຈີນຄັ້ງທີ 20"ໄດ້ຈັດຂຶ້ນຢູ່ຫໍພິພິທະພັນວັນນະຄະດີແລະສິລະປະຢຸນນານ. ງານວາງສະແດງຄັ້ງນີ້ໄດ້ຄັດເລືອກເອົາຜົນສິລະປະ 300 ກວ່າມາວາງສະແດງໃນດ້ານສິລະປະສາດການຂຽນ ແລະ ການຖ່າຍຮູບຈາກ 4000 ກວ່າຜົນສິລະປະຈາກທົ່ວແຂວງ, ໃນນັ້ນງານວາງສະແດງຈະຮອດວັນທີ 28 ຕຸລາ.

ນັກທ່ອງທ່ຽວໄປຢ້ຽມຢາມງານວາງສະແດງ

ງານວາງສະແດງຄັ້ງນີ້ເປັນກິດຈະກຳທີ່ສຳຄັນສຳລັບວົງວັນນະຄະດີ ແລະ ສິລະປະຂອງແຂວງ ເພື່ອຕ້ອນຮັບການໄຂຂື້ນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດຈີນຄັ້ງທີ 20, ງານວາງສະແດງນີ້ໄດ້ຮັບເອົາໃຈໃສ່ ແລະ ເຂົ້າຮ່ວມຈາກບັນດານັກສິລະປະການ ແລະ ນັກຖ່າຍຮູບຂອງແຂວງ ດ້ວຍຫົວຄິດປະດິດສ້າງອັນກະຕືລືລົ້ນ ແລະ ສະແດງສິລະປະທີ່ມີຮູບແບບແຕກຕ່າງກັນ, ສຸມໃສ່ປີທີ່ສະຫງ່າລາສີແລະຜົນສຳເລັດອັນດີງາມຂອງການພັດທະນາຢ່າງວ່ອງໄວຂອງແຂວງຢຸນນານໂດຍພາຍໃຕ້ການນຳພາຂອງພັກໃນສິບປີຜ່ານມາເຊິ່ງໄດ້ສະແດງໃຫ້ເຫັນເຖິງຊີວິດທີ່ມີຄວາມຜາສຸກ, ຈິດໃຈອັນດີງາມຂອງປະຊາຊົນບັນດາເຜົ່າຂອງແຂວງຢຸນໃນຍຸກສະໄໝໃໝ່.

ງານວາງສະແດງຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກສະຫະພັນນັກວັນນະຄະດີແລະສິລະປະແຂວງຢຸນນານ, ໂດຍສະມາຄົມນັກສິລະປິນແຂວງ, ສະມາຄົມນັກຂຽນແຂວງ, ສະມາຄົມນັກຖ່າຍຮູບແຂວງ, ແລະຮ່ວມກັນຈັດໂດຍຫໍພິພິທະພັນວັນນະຄະດີແລະສິລະປະແຂວງຢຸນນານ.

9月29日,“‘云南这十年’云南省喜迎党的二十大胜利召开”美术书法摄影作品展在云南文学艺术馆开展。展览从全省四千余件作品中精心遴选出三百余件美术、书法和摄影作品进行展出,展览将持续至10月28日。

微信截图_20221111091329

游客参观展览

此次展览作为全省文艺界喜迎党的二十大胜利召开的重要活动,得到了全省广大美术书法摄影工作者的高度关注、广泛参与,艺术家们以高昂的创作热情、以不同的艺术表现形式,着力聚焦十年来党的领导下彩云之南日新月异跨越发展的光荣岁月和辉煌业绩,生动展现新时代云岭大地各族干部群众的幸福生活和美好精神。

本次展览由云南省文学艺术界联合会主办,省美术家协会、省书法家协会、省摄影家协会承办,云南文学艺术馆协办。(云南网记者杨苑)

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

10/02

09:49

ແບ່ງປັນ

ແປ
翻译