“ຫ້ອງຮຽນທາງອອນລາຍສຳລັບເມືອງມິດຕະພາບຂອງນະຄອນຄຸນໝິງ”ເບີດຮຽນແລ້ວ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວຄຳປະເສີດ)ຕອນເຊົ້າວັນທີ 5 ກໍລະກົດນີ້,ໂດຍການເປັນເຈົ້າພາບຂອງ ຫ້ອງການພົວພັນກັບຕ່າງປະເທດ ນະຄອນຄຸນໝິງ ແລະ ການປະຕິບັດໂດຍກຸ່ມບໍລິສັດການແພດສາດແລະການຢາຄູນໝິງຈຳກັດ,ໄດ້ເປີດຊຸດຝຶກອົບຮົມ "ການປີ່ນປົວພະຍາດໂຄວິດ-19ແລະການຄຸ້ມຄອງເຫດການສຸກເສີນສາທາລະນະສຸກທີ່ນະຄອນຄຸນໝິງ ສປ ຈີນສຳລັບນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ ສປປ ລາວ" ໄດ້ສຳເລັດຜົນ,ຈັດຂຶ້ນໂດຍການເຊື່ອມຕໍ່ວິດີໂອທາງອອນລາຍ.

1102939_2048x2048

ຫົວໜ້າພາກສ່ວນພົວພັນກັບຕ່າງປະເທດ ແລະ ສາທາລະນະສຸກ ນະຄອນຄຸນໝິງ, ນະຄອນຫຼວງວຽງຈັນ ແລະ ນະແຂວງຫຼວງພະບາງ ພ້ອມດ້ວຍນັກຮຽນຈາກນະຄອນຫຼວງວຽງຈັນ ແລະ ຫຼວງພະບາງ ຈຳນວນ 30 ຄົນ ໄດ້ເຕົ້າໂຮມກັນທາງອອນລາຍ ເພື່ອຮ່ວມກັນເປີດພິທີ.

1102941_2048x2048

ຕາມຂ່າວວ່າ,ຊຸດຝຶກອົບຮົມຄັ້ງນີ້ໃຊ້ເວລາ 4 ວັນ,ທັງໝົດ 24 ຫຼັກສູດ,ໃບຢັ້ງຢືນການຝຶກອົບຮົມຈະອອກໃຫ້ພາຍຫຼັງຮຽນຈົບ.ບັນດານັກຮຽນຂອງຊຸດຝຶກອົບຮົມຄັ້ງນີ້ແມ່ນຫົວໜ້າແລະນັກວິຊາການແຖວໜ້າຈາກລະບົບສາທາລະນະສຸກຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຫລວງພະບາງສປປລາວ ແລະ ພະນັກງານແຖວໜ້າທ້ອງຖິ່ນເພື່ອປ້ອງກັນ ແລະ ຄວບຄຸມການລະບາດ.ສະນັ້ນ,ຫ້ອງການຝຶກອົບຮົມໄດ້ຮຽນເຊີນຜູ້ຊ່ຽວຊານທີ່ມີປະສົບການຂອງຈີນໂດຍສະເພາະຜູ້ຊ່ຽວຊານມາຈາກແຂວງຢຸນນານ,ຝຶກອົບຮົມເປັນພິເສດ,ໂດຍສຸມໃສ່ບັນດາເນື້ອໃນພາກປະຕິບັດຕົວຈິງເຊັ່ນ: "ການເຊື່ອມໂຍງຢາພື້ນເມືອງຈີນແລະຢາຫລວງໃນການປິ່ນປົວພະຍາດໂຄວິດ-19, ການນຳໃຊ້ວິທີການກວດກາອາຊິດນີວເຄຼຍຢ່າງຄົບຖ້ວນ ແລະ ມາດຕະການປ້ອງກັນແລະຄວບຄຸມພະຍາດໂຄວິດ-19ໃນເຂດເຮືອນພັກ",ນັກຮຽນຈະໄດ້ຮັບການສອນ.

"ຫ້ອງຮຽນທາງອອນລາຍສຳລັບເມືອງມິດຕະພາບຂອງນະຄອນຄຸນໝິງ" ເປັນເວທີການສຶກສາແລະການຮຽນຮູ້ກັບຕ່າງປະເທດໂດຍຫ້ອງການພົວພັນກັບຕ່າງປະເທດຂອງລັດຖະບານນະຄອນຄຸນໝິງເປີດໃນປີ 2022,ສ້າງຂົວແຫ່ງໃໝ່ເພື່ອຕິດຕໍ່ພົວພັນເຊີ່ງກັນແລະກັນ.

昆明信息港讯  7月5日上午,由昆明市人民政府外事办公室主办,昆药集团股份有限公司承办的“对老挝友城万象市和琅勃拉邦市突发公共卫生事件应急管理与新冠诊疗培训班”以视频连线方式顺利开班。

1102939_2048x2048

昆明市、万象市和琅勃拉邦市外事和卫生部门负责人及来自万象市和琅勃拉邦市30名学员相聚云端,共同启动开班仪式。

1102941_2048x2048

据了解,此次培训班为期四天,共计24个课时,结业后将颁发培训证书。培训班学员为老挝万象市和琅勃拉邦市卫生健康系统的负责人及一线专业技术人员,也是当地防疫一线工作人员。因此,培训班专门邀请了国内,特别是云南省领域内经验丰富的专家,量身定制,围绕“中西医结合治疗新冠肺炎、新冠检测方法综合应用、新冠病毒社区防控措施”等实用内容,为各位学员授课。

“昆明友城云课堂”是昆明市人民政府外事办公室2022年推出的对外教育学习平台,旨在搭建与友城间交流新桥梁,通过开展多领域专业技术培训,促进昆明与各友城间在经贸、教育、卫生、农业等多领域合作得到新发展。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

07/06

15:39

ແບ່ງປັນ

ແປ
翻译