ການນຳເຂົ້າແລະສົ່ງອອກສິນຄ້າທາງລົດໄຟຈີນ-ລາວໄດ້ເກີນໄປ 270,000 ໂຕນ

ມາຈາກ:ສະບາຍດີ

ຕາມການຮັບຮູ້ຈາກສູນການຄ້າຊັບພະຍາກອນສາທາລະນະແຂວງຢນນານ, ໃນໄຕມາດທີ 1 ຂອງປີນີ້, ສູນການຄ້າທຸກຂັ້ນໃນທົ່ວແຂວງໄດ້ສຳເລັດການຄ້າທັງໝົດ 4,375 , ຫຼຸດລົງ 18.12% ທຽບໃສ່ໄລຍະດຽວກັນຂອງປີກາຍ, ແລະມູນຄ່າການຄ້າມີ 130,109 ຕື້ຢວນ, ເພີ່ມຂຶ້ນ 19.78% ທຽບໃສ່ປີກາຍ. ອັດຕາການຄ້າແບບເອເລັກໂຕຣນິກເຕັມຂະບວນການບັນລຸເຖິງ 95.38%.

ການລົງທຶນໃນການກໍ່ສ້າງພື້ນຖານໂຄງລ່າງໄດ້ຂະຫຍາຍຕົວຢ່າງວ່ອງໄວ, ກະຕຸ້ນການຂະຫຍາຍຕົວຂອງຈໍານວນດເງິນທີ່ໄດ້ປະມູນໃນການກໍ່ສ້າງວິສະວະກໍາຢ່າງໄວວາ. ມູນຄ່າທີ່ໄດ້ປະມູນໃນການກໍ່ສ້າງວິສະວະກໍາໄດ້ເພີ່ມຂຶ້ນ 33.19% ທຽບໃສ່ໄລຍະດຽວກັນຂອງປີກາຍ, ແລະ ມູນຄ່າການປະມູນໂຄງການເສັ້ນທາງໄດ້ເພີ່ມຂຶ້ນ 41.76%. ມູນຄ່າການສຳເລັດການຄ້າທີ່ດິນຂອງລັດໄດ້ຫຼຸດລົງເມື່ອທຽບໃສ່ປີກາຍ, ແລະ ມູນຄ່າການສຳເລັດການຄ້າທີ່ດິນຂອງເມືອງບາວຊານ, ເມືອງຫົງເຮີ, ແລະນະຄອນຄຸນໝິງໄດ້ຈັດອັນດັບທີ່ 3 .

ຕາມການແນະນຳຂອງດ່ານພາສີຄຸນໝິງ, ໃນໄຕມາດທີ 1 ຂອງປີນີ້, ສິນຄ້າຂາເຂົ້າ-ອອກສາກົນທາງລົດໄຟຈີນ-ລາວປະມານ 276,000 ໂຕນໂດຍຜ່ານການກວດກາແລະປ່ອຍອອກຈາກດ່ານພາສີຄຸນໝິງ. ສິນຄ້າສົ່ງອອກດ້ວຍທາງລົດໄຟຈີນ-ລາວໂດຍຜ່ານດ່ານບໍ່ຫານບັນລຸເຖິງ 90,200 ໂຕນ, ສ່ວນໃຫຍ່ແມ່ນອາຫານສັດ, ເຄື່ອງໃຊ້ປະຈຳວັນ, ຜະລິດຕະພັນເຄື່ອງຈັກໄຟຟ້າ. ໄດ້ນຳເຂົ້າສິນຄ້າ 185,800 ໂຕນ, ຕົ້ນຕໍແມ່ນຢາງພາລາ, ແຮ່ເຫຼັກແລະຜະລິດຕະພັນກະສິກຳແລະແຮ່ທາດອື່ນໆຈາກອາຊີຕາເວັນອອກສຽງໃຕ້.

ນັບຕັ້ງແຕ່ການເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນ, ມີທ່າແຮງໃນດ້ານເວລາການຂົນສົ່ງສັ້ນ, ຄ່າຂົນສົ່ງຕໍ່າ, ຄວາມປອດໄພລະດັບສູງ, ແລະການຮັກສາສິ່ງແວດລ້ອມສີຂຽວ. ສົມທົບກັບເງິນປັນຜົນຂອງນະໂຍບາຍ "ສັນຍາການຜົວພັນຄູ່ຮ່ວມມືເສດຖະກິດຮອບດ້ານຂອງພາກພື້ນ", ການຂົນສົ່ງສິນຄ້າສາກົນໄດ້ຮັບການພັັດທະນາຢ່າງວ່ອງໄວ . ປັດຈຸບັນນີ້, ລົດໄຟຂົນສົ່ງສິນຄ້າສາກົນທີ່ມາຈາກ 20 ກວ່າຕົວເມືອງໃນ 13 ແຂວງ (ເຂດປົກຄອງຕົນເອງແລະເທດສະບານ) ຕາມເສັ້ນທາງລົດໄຟຈີນ-ລາວໄດ້ຜ່ານດ່ານພາສີຢ່າງວ່ອງໄວໂດຍພາຍໃຕ້ການກວດກາຂອງດ່ານພາສີ.(ນັກຂ່າວ ຕ້ວນສຽວລີ້)

从省公共资源交易中心获悉,今年一季度,全省各级交易中心累计完成交易4375宗,同比下降18.12%,交易金额1301.09亿元,同比增长19.78%,全流程电子化交易率达95.38%。

基础设施建设投资加快,拉动工程建设中标金额快速增长。工程建设招标金额同比增长33.19%,公路工程中标金额同比增长41.76%。国有土地成交金额同比下降,保山、红河、昆明国有土地成交金额排前三位。

据昆明海关介绍,今年一季度,经昆明海关监管验放的中老铁路国际货运进出口货物共约27.6万吨。中老铁路磨憨口岸出口货物9.02万吨,以饲料、日用百货、机电产品等商品居多;进口货物18.58万吨,以来自东南亚的橡胶、铁矿石等农矿产品为主。

中老铁路通车以来,以运输时间短、物流成本低、安全级别高、绿色环保等优势,叠加《区域全面经济伙伴关系协定》政策红利,国际货运快速发展。目前已有来13个省(区、市)20多个城市沿中老铁路开行的国际货物列车在海关监管下快速通关。(记者段晓瑞)


[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = 2983.8 LAK

-

2022

04/12

11:37

ແບ່ງປັນ

ແປ
翻译