ກອງປະຊຸມຄະນະກໍາມະການແຫ່ງຊາດ ເພື່ອການຄວບຄຸມຢາສູບ

ມາຈາກ:ສະບາຍດີ

img17561022920220405_113558

ກອງປະຊຸມຄະນະກໍາມະການແຫ່ງຊາດ ເພື່ອການຄວບຄຸມຢາສູບ ໄດຈັດຂຶ້ນໃນວັນທີ 5 ເມສານີ້ ທີ່ກະຊວງສາທາລະນະສຸກ ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ປະທານຄະນະກຳມະການແຫ່ງຊາດເພື່ອການຄວບຄຸມຢາສູບ ມີບັນດາຮອງລັດຖະມົນຕີ ກະຊວງການເງິນ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງສຶກສາທິການ ແລະ ກິລາ, ຫົວໜ້າກົມ-ຮອງກົມ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນແຝງ ພູມມະໄລສິດ ກ່າວວ່າ: ຢາສູບ ແມ່ນຜະລິດຕະພັນພິເສດ, ເປັນສິນຄ້າເສບຕິດຊະນິດດຽວທີ່ຍັງຖືກກົດໝາຍແຕ່ເຮັດໃຫ້ຜູ້ບໍລິໂພກ ເປັນພະຍາດຮ້າຍແຮງ, ພິການ ແລະ ເສຍຊີວິດປະມານເຄິ່ງໜຶ່ງຂອງຜູ້ຊົມໃຊ້ເປັນປະຈໍາ ຊຶ່ງພະຍາດທີ່ພົບເຫັນແມ່ນມະເຮັງປອດ, ພະຍາດ ຫົວໃຈ, ເສັ້ນເລືອດສະໝອງ ຕີບ-ຕັນ-ແຕກ, ພະຍາດລະບົບຫາຍໃຈຊໍາເຮື້ອ ແລະ ພະຍາດອື່ນໆ ຊຶ່ງນຳໄປສູ່ການເສຍຊີວິດກ່ອນໄວອັນຄວນ. ກົດໝາຍວ່າດ້ວຍການຄວບຄຸມຢາສູບ ສະບັບປັບປຸງ ເລກທີ 09/ສພຊ ລົງວັນທີ 16 ພະຈິກ 2021 ໄດ້ຖືກຮັບຮອງຈາກສະພາແຫ່ງຊາດ ແລະ ປະທານປະເທດ ໄດ້ອອກລັດຖະດໍາລັດປະກາດໃຊ້ ສະບັບເລກທີ 240/ປປທ ລົງວັນທີ 29 ທັນວາ 2021 ແລະ ໄດ້ລົງຈົດໝາຍເຫດທາງລັດຖະການ ສິບຫ້າວັນ ຊຶ່ງມີຜົນບັງຄັບໃຊ້ ໃນວັນທີ 24 ມີນາ 2022ນີ້. ເພື່ອຮັບປະກັນໃຫ້ກົດໝາຍວ່າດ້ວຍການຄວບຄຸມຢາສູບ ຂອງ ສປປ ລາວ ສອດຄ່ອງກັບສະພາບການປ່ຽນແປງກ່ຽວກັບການຜະລິດ, ການນຳເຂົ້າ ແລະ ການຊື້-ຂາຍ ຜະລິດຕະພັນຢາສູບ, ເຮັດໃຫ້ເນື້ອໃນຂອງກົດໝາຍຮັດກຸມ, ສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ, ເຮັດໃຫ້ອົງການທີ່ຮັບຜິດຊອບວຽການຄວບຄຸມຢາສູບ ກໍຄືຂະແໜງການສາທາລະນະສຸກ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ສາມາດເຄື່ອນໄຫວວຽກງານຄວບຄຸມຢາສູບໄດ້ຢ່າງມີປະສິດທິພາບ ແລະ ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ ທັງຮັບປະກັນການຫຼຸດຜ່ອນການສູບຢາຂອງປະຊາຊົນບັນດາເຜົ່າ, ຫຼຸດຜ່ອນການເປັນພະຍາດ ແລະ ຄ່າໃຊ້ຈ່າຍທີ່ບໍ່ຈຳເປັນຈາກການຊົມໃຊ້ຢາສູບ, ສົ່ງເສີມໃຫ້ພົນລະເມືອງທຸກຄົນໃຫ້ມີສຸຂະພາບແຂງແຮງ ແລະ ມີອາຍຸຍືນຍາວ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ປັບປຸງກົດໝາຍ ວ່າດ້ວຍ ການຄວບຄຸມຢາສູບໃຫ້ລະອຽດ, ຈະແຈ້ງ ແລະ ຮັດກຸມກວ່າເກົ່າ ທັງເປັນການຍົກລະດັບມາດຕະການປ້ອງກັນ ແລະ ສົ່ງເສີມສຸຂະພາບແກ່ພົນລະເມືອງ ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ ໃຫ້ມີປະສິດທິພາບຍິ່ງຂຶ້ນ ແລະ ສອດຄ່ອງກັບສົນທິສັນຍາທີ່ ສປປ ລາວ ເປັນພາຄີ. ຜົນຈາກການສຳຫຼວດແຫ່ງຊາດ ກ່ຽວກັບການສູບຢາ ສະແດງໃຫ້ເຫັນວ່າອັດຕາການສູບຢາຂອງຄົນລາວ ຍັງສືບຕໍ່ເພີ່ມຂຶ້ນຈາກ 25,5% ໃນປີ 2012 ເປັນ 27,9% ໃນປີ 2015 ແລະ ອີງຕາມການສຶກສາຂອງ UNDP ໃນປີ 2019, ຄິດໄລ່ຄ່າໃຊ້ຈ່າຍທັງທາງກົງ ແລະ ທາງອ້ອມ ໃນການປິ່ນປົວພະຍາດທີ່ເກີດຈາກການສູບຢາໃນລະດັບຊາດ ແມ່ນ 350 ລ້ານໂດລາ ປະມານ 2,3% ຂອງ GDP. ຖ້າບໍ່ມີມາດຕະການຄວບຄຸມທີ່ເໝາະສົມ ການຕາຍຍ້ອນຢາສູບໃນໂລກນີ້ຈະເພີ່ມຂຶ້ນເປັນປີລະ 10 ລ້ານຄົນ ພາຍໃນປີ 2030. ສຳລັບ ສປປ ລາວ ມີຄົນເສຍຊີວິດ ຍ້ອນພະຍາດທີ່ເກີດຈາກຢາສູບ ປະມານ 7.000 ຄົນຕໍ່ປີ ຫຼື ປະມານ 19 ຄົນຕໍ່ມື້. ດັ່ງທີ່ບັນດາທ່ານຮູ້ນໍາກັນແລ້ວວ່າ, ວຽກງານຄວບຄຸມຢາສູບ ແມ່ນວຽກງານໜຶ່ງທີ່ມີຄວາມທ້າທາຍສົມຄວນ ແລະ ເປັນວຽກທີ່ຫຼາຍກະຊວງຕ້ອງໄດ້ຮ່ວມກັນປະຕິບັດ ແລະ ຮ່ວມກັນຮັບຜິດຊອບ ເພື່ອຫຼຸດຜ່ອນບັນດາພະຍາດທີ່ບໍ່ຕິດຕໍ່ ກໍຄືໃຫ້ບັນລຸເປົ້າໝາຍຂອງການພັດທະນາແບບຍືນຍົງ. ເຫັນວ່າລາຄາຢາສູບໃນ ສປປ ລາວ ເຮົາຍັງຕໍ່າ ເມື່ອທຽບໃສ່ບັນດາປະເທດອາຊຽນ ເພາະສະນັ້ນ, ເຮັດແນວໃດເຮົາຈະໃຫ້ລາຄາຢາສູບແພງຂຶ້ນ ເພື່ອປົກປ້ອງຜູ້ລິເລີ່ມສູບຢາໃໝ່ ແລະ ຜູ້ສູບຢາທີ່ມີລາຍຮັບຕ່ຳ ໂດຍການເພີ່ມອາກອນຢາສູບໃຫ້ສູງເທົ່າທີ່ຄວນ, ນອກຈາກນີ້ຈະໄດ້ພ້ອມກັນປຶກສາຫາລື ກ່ຽວກັບການນຳໃຊ້ງົບປະມານກອງທຶນຄວບຄຸມຢາສູບເພື່ອໃຫ້ແຕ່ລະພາກສ່ວນມີສ່ວນຮ່ວມ ແລະ ໃຫ້ເກີດຄວາມຍືນຍົງໃນວຽກງານສົ່ງເສີມສຸຂະພາບໃນອະນາຄົດອີກດ້ວຍ.(ຂ່າວ-ພາບ: ບຸນຕອມ)

img17561022920220405_113558

4月5日国会烟草管控会议在公共卫生部举行,由公共卫生部部长,国家控烟委员会主席本鹏 · 彭玛莱西主持召开。财政部、工商部、教育和体育部副部长,司长副司长,和相关部门一同参会。

本鹏 · 彭玛莱西说到:“烟草是特殊的产品,烟草是一种特殊的产品,是唯一一种仍然合法化的致瘾商品,但会导致大约一半的常规使用者产生严重疾病、残疾和死亡,这些疾病中最常见的是肺癌、心脏病、动脉硬化、慢性呼吸系统疾病和其他导致过早死亡的疾病。”2021 年 11 月 16 日修订的《烟草管控法》第 09 号法令获得国会批准,主席于2021年12月29日颁布了240 号法令并下发15天公文,该法令于2022年3月24日起生效。为确保老挝烟草管控法与生产、进口和买卖烟草商品的变化形式相协调,使法律内容密集,与实际情况相一致,使负责控烟的机构即:公共卫生部门和其他相关部门,能够有效进行控烟活动,为实现保证减少人民吸烟人数,减少烟民患病率和不必要的开销,鼓励公民追求健康长寿的目标和指标,有必要详细改进烟草管控法,同时升级管控措施,有效促进国民健康,特别是妇女和儿童的健康。国家吸烟调查结果显示,老挝人的吸烟率从 2012 年的 25.5% 持续上升至 2015 年的 27.9%,根据联合国开发计划署 2019 年的一项研究,国家级治疗吸烟引起的疾病所支出的直接和间接费用约为3.5亿美元,约占GDP的2.3%。如果没有适当的管控措施,到 2030 年,全球因烟草造成的死亡人数将增加到每年 1000 万人。在老挝每年约有 7,000 人死于烟草相关疾病,即每天约 19 人。众所周知,控烟是一项艰巨的任务,需要多部委共同努力,共同承担起减少非传染性疾病的责任和实现可持续发展目标的责任。老挝的烟草价格与其他东盟国家相比仍然很低,那么如何尽可能提高烟草价格,通过增加烟草税来保护新烟民和低收入烟民呢?此外,还将进一步讨论控烟基金预算的使用,使各方参与并持续进行健康提升工作。(老挝人民报记者 本侗)

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

04/06

15:58

ແບ່ງປັນ

ແປ
翻译