ປະເທດຈີນ ສົ່ງອອກຍານພາຫະນະໃນສອງເດືອນເພີ່ມຂຶ້ນ 75%

ມາຈາກ:ຂປລ

ສະມາຄົມຜູ້ຜະລິດ ຍານພາຫະນະ ແຫ່ງປະເທດ ຈີນ (CAAM ) ເປີດເຜີຍຍອດ ສົ່ງອອກ ຍານພາຫະນະ ຈີນ, ໃນໄລຍະ 2 ເດືອນທຳອິດຂອງປີ 2022 ເພີ່ມຂຶ້ນ 75% ເມື່ອທຽບກັບ ປີກາຍ, ໂດຍການສົ່ງອອກ ຍານພາຫະນະ ທັງໝົດ 412.000 ຄັນ ຊຶ່ງໃນນັ້ນ ເປັນລົດ ສ່ວນບຸກຄົນ 331.000 ຄັນ ເພີ່ມຂຶ້ນ 84% ເມື່ອທຽບກັບ ໄລຍະດຽວກັນ ຂອງປີກາຍ. ການສົ່ງອອກ ຍານພາຫະນະ ສະເພາະເດືອນກຸມພາ ຢູ່ທີ່ 180.000 ຄັນ, ຫລຸດລົງ 21,9% ຈາກເດືອນມັງກອນ ແຕ່ເພີ່ມຂຶ້ນ 60,8% ຈາກໄລຍະດຽວກັນ ຂອງປີກາຍ, ໂດຍຍອດ ການສົ່ງອອກ ຍານພາຫະນະ ພະລັງງານໃໝ່  ມີສ່ວນ ສົ່ງເສີມ ການເພີ່ມຂຶ້ນ ເຖິງ 52% ແລະ ອື່ນໆ.

t011a7d941fcddaac55

中国汽车工业协会(CAAM )报告称,2022年前两个月中国汽车出口同比增长75%,出口汽车41.2万辆,其中私家车33.1万辆,同比增长84%。2 月份汽车出口量为18万辆,比1月份下降 21.9%,但比去年同期增长 60.8%。通过出口新能源汽车等贡献了52%的增长。

t011a7d941fcddaac55

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xuting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

03/23

10:53

ແບ່ງປັນ

ແປ
翻译