ທ່າເຮືອທາງຫຼາຍແຫ່ງໃນແຂວງຢຸນນານເປີດນຳໃຊ້ໂຄງການທົດລອງການຜ່ານດ່ານແບບວ່ອງໄວສຳລັບຜູ້ທີ່ອາໄສຢູ່ຊາຍແດນຈີນ ແລະ ຕ່າງປະເທດ

ມາຈາກ:ສຳນັກຂ່າວສານຊິນຮວາ

ໃນວັນທີ 18 ຕຸລາ,ນັກຂ່າວໄດ້ຮັບຂ່າວຈາກສະຖານີກວດກາຊາຍແດນເຂົ້າ-ອອກແຂວງຢຸນນານວ່າ ເລີ່ມແຕ່ວັນທີ 18 ຕຸລາ 2026 ເປັນຕົ້ນໄປ,ທ່າເຮືອທາງຫຼວງເຮີໂຄ່ວ (Hekou),ບໍ່ຫານ(Mohan),ທຽນປາວ(Tianbao) ແລະ ຈິນຊຸຍເຫີ(Jinshuihe) ແຂວງຢຸນນານ ຈະຈັດຕັ້ງປະຕິບັດໂຄງການທົດລອງການຜ່ານດ່ານແບບວ່ອງໄວສຳລັບຜູ້ທີ່ອາໄສຢູ່ຊາຍແດນຈີນ ແລະ ຕ່າງປະເທດ.

ແຂວງຢຸນນານມີຊາຍແດນຕິດກັບບັນດາປະເທດເພື່ອນບ້ານເຊັ່ນ: ຫວຽດນາມ ແລະ ລາວ, ເຊິ່ງສົ່ງເສີມການແລກປ່ຽນສອງຝ່າຍຢ່າງໃກ້ຊິດ ແລະ ການຄ້າຊາຍແດນເປັນປະຈຳ.ໂດຍປະລິມານການເດີນທາງເຂົ້າ-ອອກເມືອງຂອງປະຊາຊົນຊາຍແດນ ຈີນ-ຕ່າງປະເທດ ແມ່ນກວມເອົາຫຼາຍກວ່າ 75% ຂອງປະລິມານການເດີນທາງເຂົ້າ-ອອກເມືອງທັງໝົດຢູ່ດ່ານຊາຍແດນຢູນນານ.ໃນຊຸມປີມໍ່ໆມານີ້, ສະຖານີກວດກາຊາຍແດນເຂົ້າ-ອອກແຂວງຢຸນນານໄດ້ສົ່ງເສີມການແລກປ່ຽນບຸກຄະລາກອນກັບປະເທດເພື່ອນບ້ານຢ່າງຫ້າວຫັນ,ເພີ່ມທະວີການນຳໃຊ້ວິທະຍາສາດເຕັກໂນໂລຊີເຂົ້າໃນການຜ່ານດ່ານຢ່າງຕໍ່ເນື່ອງ ແລະ ເລັ່ງການກໍ່ສ້າງ "ການກວດກາຊາຍແດນອັດສະລິຍະ".ໂຄງການທົດລອງນີ້ໄດ້ຍົກລະດັບ ແລະ ປັບປຸງຊ່ອງທາງຜ່ານດ່ານແບບວ່ອງໄວ 32 ຊ່ອງທາງໂດຍສະເພາະ,ພ້ອມທັງສ້າງລະບົບລົງທະບຽນ ແລະ ສິ່ງອຳນວຍຄວາມສະດວກໃນການ "ສະແກນຄິວອາໂຄດ (QR code)" ເພື່ອຜ່ານທ່າເຮືອທາງ.ນີ້ບໍ່ພຽງແຕ່ເປັນມາດຕະການທີ່ສຳຄັນໃນການຈັດຕັ້ງປະຕິບັດການເປີດກວ້າງຂອງສະຖາບັນໃນຂົງເຂດການຄຸ້ມຄອງການເຂົ້າເມືອງເທົ່ານັ້ນ,ແຕ່ຍັງເປັນການປະຕິບັດທີ່ມີນະວັດຕະກໍາເພື່ອສົ່ງເສີມການເປີດກວ້າງໃນລະດັບສູງໃນແຂວງຢຸນນານ.

ຫຼັງຈາກໂຄງການທົດລອງຖືກຈັດຕັ້ງປະຕິບັດແລ້ວ,ຊາວຈີນ ແລະ ຕ່າງປະເທດທີ່ຢູ່ຊາຍແດນສາມາດຜ່ານດ່ານພາສີໄດ້ຢ່າງວ່ອງໄວໂດຍການ"ສະແກນຄິວອາໂຄດ (QR code)"ຢູ່ທ່າເຮືອທີ່ກຳນົດໄວ້ຫຼັງຈາກລົງທະບຽນ.ເວລາຜ່ານດ່ານພາສີໂດຍສະເລ່ຍຈະຖືກຫຼຸດລົງຈາກ 1 ນາທີສຳລັບການກວດກາດ້ວຍຕົນເອງເຫຼືອ 10 ວິນາທີ,ເຊິ່ງຈະຊ່ວຍປັບປຸງຄວາມສະດວກສະບາຍໃນການຜ່ານດ່ານພາສີຢູ່ທ່າເຮືອ ແລະ ປະສົບການການຜ່ານດ່ານພາສີທີ່ວ່ອງໄວສຳລັບຊາວຊາຍແດນ,ສົ່ງເສີມການແລກປ່ຽນຊີວິດການເປັນຢູ່ຂອງປະຊາຊົນຂ້າມຊາຍແດນສອງຝ່າຍຕື່ມອີກ, ແລະ ຊຸກຍູ້ການຄ້າຮ່ວມກັນຂອງຊາວຊາຍແດນ.

记者18日从云南出入境边防检查总站获悉,2026年10月18日起,云南河口、磨憨、天保、金水河等公路口岸正式实施中外边民快捷通关试点。

云南与越南、老挝等毗邻国家山水相连,双边往来交流密切、边境贸易频繁,中外边民出入境人数占云南边境口岸出入境总数的75%以上。近年来,云南出入境边防检查总站积极推动周边国家人员往来,不断强化科技赋能口岸通关,加快推进“智慧边检”建设。此次试点专门升级改造了32条快捷通道,建设备案系统和“扫码”通关设施。这既是贯彻落实移民管理领域制度型开放的重大举措,也是推动云南高水平开放的创新实践。

试点实施后中外边民经备案,可经指定口岸“扫码”快捷通关,平均通关时间由原来人工查验的1分钟,缩短至10秒,将有效提升口岸通关便利性和边民快速通关体验,进一步促进双边跨境民生往来,带动边民互市贸易。

[ບັນນາທິການ:ເກສອນ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

— 2026 —

11/06

09:43

— ແບ່ງປັນ —

ແປ
翻译