ເຄືອຂ່າຍໂລຈິດສະຕິກສາກົນຢູ່ເມືອງອັນໜິງກຳລັງຂະຫຍາຍຕົວຢ່າງໄວວາ ເຮັດໃຫ້ສິນຄ້າສາມາດໄປຮອດອາຊີຕາເວັນອອກສຽງໃຕ້

ມາຈາກ:ສະບາຍດີ

ມາຮອດເດືອນກໍລະກົດປີນີ້, ເຮືອ "ທ່າເຮືອຄຸນໝິງ" ໄດ້ສຳເລັດການເດີນທາງທັງໝົດ 171 ຖ້ຽວ,ຂົນສົ່ງສິນຄ້າ 9,456 ຕູ້ຄອນເທນເນີ,ມີປະລິມານສິນຄ້າ 129,800 ໂຕນ ແລະ ມູນຄ່າປະມານ 712 ລ້ານຢວນ.ສິນຄ້າໄດ້ຖືກຂົນສົ່ງໄປລາວ ແລະ ໄທຜ່ານທາງລົດໄຟຈີນ-ລາວ, ແລະ ຈາກນັ້ນໄປຢາງກຸ້ງ, ປະເທດມຽນມາ ຜ່ານການຂົນສົ່ງປະສົມ ທາງທະເລ-ທາງລົດໄຟ.ປະຈຸບັນ,ເມືອງອັນໜິງກຳລັງຂະຫຍາຍເສັ້ນທາງຂົນສົ່ງສາກົນສອງເສັ້ນທາງຄື: ເສັ້ນທາງຈີນ-ລາວ-ໄທ-ມຽນມາ ແລະ ເສັ້ນທາງຈີນ-ລາວ-ໄທ-ມາເລເຊຍ.

ເສັ້ນທາງ ຈີນ-ລາວ-ໄທ-ມຽນມາ(ອັນໜິງ — ນະຄອນຢາງກຸ້ງ ປະເທດມຽນມາ)ຂອງຂະບວນເຮືອ"ທ່າເຮືອຄຸນໝິງ"ມີແຜນຈະເປີດບໍລິການທັງໝົດ 10 ຂະບວນຕໍ່ປີ;ເສັ້ນທາງຈີນ-ລາວ-ໄທ-ມາເລເຊຍ (ອານໜິງ—ກົວລາລຳເປີ, ມາເລເຊຍ)ມີແຜນຈະເປີດບໍລິການທັງໝົດ 6 ຂະບວນຕໍ່ປີ.ປະຈຸບັນ, ວຽກງານລວມສິນຄ້າກຳລັງດຳເນີນຢູ່ໃນທັງສອງເສັ້ນທາງ.ເມື່ອສອງເສັ້ນທາງນີ້ເປີດໃຊ້ງານແລ້ວ,ເຄືອຂ່າຍການຂົນສົ່ງຂ້າມຊາຍແດນຂອງອານໜິງຈະກວມເອົາລາວ,ໄທ,ມຽນມາ ແລະ ມາເລເຊຍ,ແລະ ຂະຫຍາຍໄປຮອດຊາຍຝັ່ງມະຫາສະໝຸດອິນເດຍ.

ໃນນັ້ນ,ສິນຄ້າຈຳນວນ 8,636 ຕູ້ຄອນເທນເນີ,ລວມທັງໝົດ 117,100 ໂຕນ ໄດ້ມາຮອດປະເທດລາວ;ສິນຄ້າຈຳນວນ 788 ຕູ້ຄອນເທນເນີ, ລວມທັງໝົດ 11,900 ໂຕນ ໄດ້ມາຮອດປະເທດໄທ; ແລະ ສິນຄ້າທັງໝົດ 32 ຕູ້ຄອນເທນເນີ ໄດ້ຖືກສົ່ງໄປຍັງນະຄອນຢາງກຸ້ງ, ປະເທດມຽນມາ.

ການຂະຫຍາຍຕົວຢ່າງຕໍ່ເນື່ອງຂອງຊ່ອງທາງການຂົນສົ່ງຍັງໄດ້ອຳນວຍຄວາມສະດວກໃຫ້ແກ່ການຄ້າຂ້າມຊາຍແດນສຳລັບວິສາຫະກິດຕ່າງໆ. ບໍລິສັດ ອຸດສາຫະກຳບັນຈຸພັນ ຢຸນນານ ຢູຣິຈິວ ຈຳກັດ ໄດ້ສົ່ງອອກເທບ OPP ໄປຍັງນະຄອນຢາງກຸ້ງ, ປະເທດມຽນມາ ຜ່ານຊ່ອງທາງນີ້, ດ້ວຍນ້ຳໜັກສິນຄ້າ 478,7 ໂຕນ ແລະ ມູນຄ່າປະມານ 4,16 ລ້ານຢວນ.

ໃນວັນທີ 22 ກໍລະກົດ,"ທ່າເຮືອຢຽນທຽນ - ທ່າເຮືອພາຍໃນຄຸນໝິງ"ໄດ້ເປີດຢ່າງເປັນທາງການຢູ່ສະຖານີຂົນສົ່ງສິນຄ້າໝູ່ບ້ານ ຖາວຮວາ (Taohuacun Freight Station) ເມືອງ ອັນໜິງ,ເຊິ່ງເຮັດໃຫ້ໜ້າທີ່ທ່າເຮືອຂອງທ່າເຮືອຢຽນທຽນ ນະຄອນ ເຊີນເຈີ້ນ(Shenzhen)ມາຮອດ ອັນໜິງ.ວິສາຫະກິດໃນພາກກາງຂອງແຂວງຢຸນນານສາມາດຈັດການການແຈ້ງພາສີ,ການກວດກາ, ການຮັບ ແລະ ສົ່ງຄືນຕູ້ຄອນເທນເນີໃນເມືອງ ອັນໜິງ,ໂດຍບັນລຸ "ການແຈ້ງພາສີຄັ້ງດຽວ,ການກວດກາຄັ້ງດຽວ, ແລະ ການປ່ອຍສິນຄ້າຄັ້ງດຽວ". ຫຼັງຈາກນັ້ນ,ສິນຄ້າຈະຖືກເກັບກຳຢູ່ອັນໜິງ ແລະ ຂົນສົ່ງໄປຍັງທ່າເຮືອຢຽນທຽນ,ເຊື່ອມຕໍ່ກັບເສັ້ນທາງຂົນສົ່ງທາງທະເລທົ່ວໂລກ.

ປະຈຸບັນ,ອັນໜິງໄດ້ສ້າງລະບົບການຂົນສົ່ງທາງລົດໄຟທີ່ປະກອບດ້ວຍ"1ສະຖານີຄັດແຍກ ແລະ ຈັດການລົດບັນທຸກສິນຄ້າ + 6 ສະຖານຂົນສົ່ງສິນຄ້າ + 14 ເສັ້ນທາງສະເພາະ,"ໂດຍມີຄວາມສາມາດໃນການຂົນສົ່ງສິນຄ້າຕໍ່ປີເກີນ 60 ລ້ານໂຕນ.ກຸ່ມອຸດສາຫະກຳຫຼັກສາມກຸ່ມຄື:ເຄມີປິໂຕຣເຄມີສີຂຽວ,ໂລຫະສີຂຽວ, ແລະ ໝໍ້ໄຟພະລັງງານໃໝ່ສີຂຽວ - ໃຫ້ແຫຼ່ງຂົນສົ່ງສິນຄ້າທີ່ໝັ້ນຄົງສຳລັບການຂົນສົ່ງທາງລົດໄຟ ແລະ ການຂົນສົ່ງຂ້າມຊາຍແດນ.

截至今年7月,“昆明陆港号”累计开行171列,发运货物9456个集装箱、货运量12.98万吨、货值约7.12亿元,货物经中老铁路通达老挝、泰国,并通过海铁联运抵达缅甸仰光。目前,安宁正在拓展中老泰缅、中老泰马两条国际物流线路。

“昆明陆港号”中老泰缅线(安宁—缅甸仰光)全年计划开行10列;中老泰马线(安宁—马来西亚吉隆坡)全年计划开行6列。目前,两条线路正在开展货物集结工作。两条线路开行后,安宁跨境物流网络将覆盖老挝、泰国、缅甸、马来西亚四国,并辐射印度洋沿岸。

其中,运抵老挝的货物达8636个集装箱、货运量11.71万吨;运抵泰国的货物达788个集装箱、货运量1.19万吨;出海货物累计发运32个集装箱,均抵达缅甸仰光。

物流通道不断延伸,也为企业跨境贸易提供了便利。云南友日久包装实业有限公司的OPP胶带通过该通道出口至缅甸仰光,货重478.7吨、货值约416万元。

7月22日,“盐田港—昆明内陆港”在安宁市桃花村货运站正式揭牌,将深圳盐田港的港口功能前置到安宁。滇中企业可在安宁办理报关、查验、提还柜等业务,实现“一次申报、一次查验、一次放行”,货物经安宁集结后运往盐田港,接入全球远洋航线。

目前,安宁已形成“1个编组站+6个货场+14条专用线”的铁路货运体系,年货运承载能力突破6000万吨。绿色石化、绿色冶金、绿色新能源电池三大产业集群,为铁路货运和跨境物流提供稳定货源。

[ບັນນາທິການ:ເກສອນ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2026

09/01

18:02

ແບ່ງປັນ

ແປ
翻译