ມາຈາກ:Xinhuanet
(ສະບາຍດີ ນັກຂ່າວ ເກສອນ) ເສັ້ນທາງແລ່ນປູດ້ວຍດອກກຸຫລາບ, ກິ່ນຫອມຂອງດອກໄມ້ກໍ່ຕາມມາ.ໃນວັນທີ 24 ເດືອນພຶດສະພາ,ການແຂ່ງຂັນແລ່ນມາຣາທອນເຄິ່ງໜຶ່ງ ຢີຊິນຖາງ ທີ່ໝີເລີ່ ປະຈຳປີ 2026 (2026 Yixintang Mile Half Marathon) ໄດ້ເລີ່ມຕົ້ນຂຶ້ນຢ່າງແສນໂຣແມນຕິກ ຢູ່ທີ່ນະຄອງໝີເລີ່, ກິ່ງແຂວງຮົງເຮີ, ແຂວງຢູນນານ. ນັກແລ່ນ 15,000 ຄົນໄດ້ແລ່ນອອກຈາກເສັ້ນທາງທີ່ເຕັມໄປດ້ວຍດອກໄມ້, ແລະ ຜ່ານເຂດສະຖານທີ່ທ່ອງທ່ຽວ ຕ່າງໆ ເຊັ່ນ: ສວນສາທາລະນະນິເວດວິທະຍາ ຫູສວນ(Huquan Ecological Park) , ເມືອງນ້ຳຮົງເຫີ (Honghe Water Town) ແລະ ອື່ນໆ, ໄດ້ເພື່ອເພີດເພີນກັບຄວາມໂຣແມນຕິກ ແລະ ຄວາມຕື່ນເຕັ້ນໃຈໃນລະຫວ່າງການແຂ່ງຂັນ.
ເສັ້ນທາງແລ່ນທີ່ເຕັມໄປດ້ວຍດອກກຸຫຼາບ, ຫຼຽນລາງວັນທີ່ອອກແບບມາເປັນພິເສດ ຫົວຂໍ້ດອກກຸຫລາບ...ການແຂ່ງຂັນຄັ້ງນີ້ ໄດ້ນຳເອົາວັດທະນະທຳດອກກຸຫຼາບຂອງເມືອງໝີເລີ່ ມາຜ່ານການຕົບແຕ່ງສະຖານທີ່, ບັນຍາກາດຕາມທາງ ແລະ ຈຸດເຊັກອິນ, ເພື່ອໃຫ້ນັກກິລາໄດ້ສຳຜັດກັບປະສົບການການແລ່ນທີ່ພິເສດ ແລະ ອິນໄປກັບບັນຍາກາດຢ່າງແທ້ຈິງ.
ການແຂ່ງຂັນນີ້ ໄດ້ນຳເອົາຖະໜົນອາຫານແຊບເຂົ້າໃນສະຖານທີ່ການແຂ່ງຂັນໂດຍກົງ. ເພື່ອໃຫ້ນັກແລ່ນ ແລະ ນັກທ່ອງທ່ຽວໄດ້ສຳຜັດກັບວັດທະນະທຳອາຫານທ້ອງຖິ່ນຢ່າງເຕັມທີ່, ຝ່າຍຈັດງານໄດ້ສ້າງຕັ້ງພື້ນທີ່ສຳລັບປະສົບການດ້ານອາຫານເປັນພິເສດ, ເຊິ່ງ: ປະກອບມີໄກ່ຕົ້ມ, ປີ້ງເຕົ້າຫູ້, ອົບມັນຕົ້ນ ແລະ ອື່ນໆ, ເຊິ່ງຊ່ວຍໃຫ້ຜູ້ເຂົ້າແຂ່ງຂັນສາມາດປະສົບກັນຢ່າງເລິກເຊິ່ງໃນວັດທະນະທຳອາຫານທ້ອງຖິ່ນ.
ແລ່ນມາຣາທອນໜຶ່ງ, ຕົກຫຼຸມຮັກເມືອງແຫ່ງ! "ມາຮອດໝີເລີ່ ກໍ່ຮູ້ສຶກມີຄວາມສຸກ",ນະຄອນໝີເລີ່ ໄດ້ເພີ່ມຄວາມສຸກເປັນສອງເທົ່າດ້ວຍການແລ່ນມາຣາທອນ.
玫瑰铺路,花香伴跑,5月24日,2026一心堂弥勒半程马拉松在云南省红河哈尼族彝族自治州弥勒市浪漫开跑。15000名选手从洒满花瓣的赛道出发,穿越湖泉生态园、红河水乡等城市秀美景区,在奔跑中尽享浪漫与激情。
铺满玫瑰花瓣的浪漫赛道、独具匠心的玫瑰完赛奖牌……本届赛事继续深度挖掘弥勒本土玫瑰特色文化,在赛事布景、沿途氛围、打卡体验等环节巧妙融入玫瑰元素,为参赛选手带来沉浸式的独特奔跑体验。
本次赛事直接把美食街搬进了赛场。为了让参赛选手和游客们尽情体验当地美食文化,主办方专门设置了美食体验区域,卤鸡、烤豆腐、烧洋芋……让参赛选手深度感受当地的饮食文化。
一场马拉松,爱上一座城!“一到弥勒就快乐”,弥勒用一场浪漫奔跑,让快乐加倍。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2026 —
06/02
15:47
— ແບ່ງປັນ —