ມາຈາກ:ສະບາຍດີ
为庆祝“五一”国际劳动节140周年,老挝中央工会联合会(LFTU)于2026年5月1日在万象凯旋门公园举办“健康徒步游行”活动。老挝党中央政治局委员、建国阵线中央委员会主席、负责指导中央群众组织工作的吉乔·凯坎皮吞(Kikeo Khaykhamphithoune)亲临现场并参与其中。此外,老挝党和国家的多位领导人、中央工会联合会执行委员会成员、驻老国际组织代表,以及各部委工会代表、国家公务员、工会会员、广大工人和万象市民群众纷纷加入队伍。
老挝中央工会联合会副主席威莱·翁卡色(Vilay Vongkhaseum)发表了致辞,带大家重温了那个改变世界劳工史的伟大时刻。“为什么是140周年?因为1886年的5月1日,对全世界工人阶级和劳动者来说,是一个具有里程碑意义的日子。”威莱副主席表示,那是工人阶级团结一致、奋起反抗资本家剥削,争取公民基本权利、劳动权利和合法权益的觉醒之日。在18世纪末至19世纪初,欧美国家进入工业化大生产时代。然而在资本家的统治下,工人们面临着残酷的剥削,每天被迫高强度工作14至15个小时,却只能拿到极其微薄的薪水,生活苦不堪言。压迫终究会迎来反抗。到了1886年5月1日,美国爆发了历史上最大规模的工人罢工游行,工人们提出了一个影响至今的伟大诉求——实行每天8小时工作制(即:8小时工作、8小时休息、8小时学习)。自此以后,5月1日成为了全世界劳动者彰显团结力量、争取合法权益的最重要节日。老挝每年举办此类庆祝活动,既是对历史的深切缅怀,也是为了进一步凝聚社会力量。压迫终究会迎来反抗。到了1886年5月1日,美国爆发了历史上最大规模的工人罢工游行,工人们提出了一个影响至今的伟大诉求——实行每天8小时工作制(即:8小时工作、8小时休息、8小时学习)。自此以后,5月1日成为了全世界劳动者彰显团结力量、争取合法权益的最重要节日。老挝每年举办此类庆祝活动,既是对历史的深切缅怀,也是为了进一步凝聚社会力量。
借此140周年之际,他呼吁老挝各级党政机关、各级工会组织、各用人单位以及全社会,要切实增强责任感,加强对老挝各族工人的教育、帮扶与培养。在推动工人阶级数量与质量双重提升的同时,全社会必须尊重劳动者的价值,保障他们的合法权益——这包括给予劳动者应有的尊严、平等的待遇、公平的收入以及安全的生产环境。同时,他也勉励广大老挝劳动者要紧密团结,不断提升自身的技能和纪律性,发扬国际工人阶级的优良传统,努力成为推动老挝国家经济社会发展的核心中坚力量。
ສູນກາງສະຫະພັນກຳມະບານລາວ ຈັດພິທີຍ່າງເພື່ອສຸຂະພາບ ສະເຫຼີມສະຫຼອງວັນກຳມະກອນສາກົນ ວັນທີ 1 ພຶດສະພາ ຄົບຮອບ 140 ປີ ໃນວັນທີ 1 ພຶດສະພາ 2026 ຢູ່ສວນປະຕູໄຊ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ກິແກ້ວ ໄຂຄຳພິທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ປະທານ, ຮອງປະທານ ສະຫະພັນກໍາມະບານກະຊວງ, ອົງການ, ນະຄອນຫຼວງວຽງຈັນ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນປະຈໍາລາວ, ພະນັກງານ-ລັດຖະກອນ, ສະມາຊິກກໍາມະບານ, ກໍາມະກອນ, ຜູ້ອອກແຮງງານ ແລະ ມວນຊົນຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ທ່ານ ວິໄລ ວົງຂະເສີມ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ໄດ້ຍົກໃຫ້ເຫັນ ປະຫວັດແຫ່ງການກໍາເນີດເຕີບໃຫຍ່ ຂອງວັນກໍາມະກອນສາກົນ ຄົບຮອບ 140 ປີ ເຊິ່ງເປັນວັນທີ່ມີຄວາມໝາຍສຳຄັນຢ່າງຍິ່ງ ສຳລັບຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ, ວັນທີ່ຊົນຊັ້ນກຳມະກອນໄດ້ເຕົ້າໂຮມຄວາມສາມັກຄີກັນ ລຸກຮືຂຶ້ນຕໍ່ສູ້ຕ້ານການກົດຂີ່ຂູດຮີດ ເພື່ອທວງເອົາສິດທິພື້ນຖານຂອງພົນລະເມືອງ ແລະ ຜົນປະໂຫຍດອັນຊອບທຳຂອງຕົນ ຈາກພວກນານາຍທຶນ, ໃນສັດຕະວັດທີ XVIII ຫາຕົ້ນ ສັດຕະວັດທີ XIX ຊົນຊັ້ນກໍາມະກອນຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ພວກນາຍທຶນ ໄດ້ບັງຄັບໃຫ້ກຳມະກອນອອກແຮງງານ 14-15 ຊົ່ວໂມງຕໍ່ມື້ ອອກແຮງງານໜັກແຕ່ໄດ້ຄ່າແຮງງານຕໍ່າ, ການປ້ອງກັນສຸຂະພາບ, ຄວາມປອດໄພບໍ່ດີ ແລະ ບໍ່ເອົາໃຈໃສ່ຕໍ່ຊີວິດການເປັນຢູ່ ເຮັດໃຫ້ເກີດມີຂໍ້ຂັດແຍ່ງນັບມື້ນັບຮຸນແຮງ ຍ້ອນສາຍເຫດດັ່ງກ່າວ ຈຶ່ງມີຫຼາຍຂະບວນການຂອງກຳມະກອນລຸກຂຶ້ນຕໍ່ສູ້ ພົ້ນເດັ່ນແມ່ນ ໃນວັນທີ 1 ພຶດສະພາ 1886 ຢູ່ເມືອງຊິກາໂກ ປະເທດ ສ.ອາເມລິກາ ເປັນຄັ້ງທໍາອິດທີ່ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານ ໄດ້ຕໍ່ສູ້ຖືເອົາເນື້ອໃນຂອງ ຖະແຫຼງການຮຽກຮ້ອງໃຫ້ພວກນາຍທຶນ ຕ້ອງປະຕິບັດຕາມການສະເໜີ ຂອງກໍາມະກອນວ່າ: ແຕ່ນີ້ຕໍ່ໄປບໍ່ໃຫ້ກໍາມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້ (8 ຊົ່ວໂມງເຮັດວຽກ, 8 ຊົ່ວໂມງຕ້ອງພັກຜ່ອນ, 8 ຊົ່ວໂມງໃຫ້ມີໂອກາດໄດ້ຮໍ່າຮຽນ). ຫລັງຈາກນັ້ນ, ໄດ້ກໍານົດເອົາວັນທີ 1 ພຶດສະພາ 1886 ເປັນວັນກໍາມະກອນສາກົນ. ນັບແຕ່ນັ້ນມາ ວັນທີ 1 ພຶດສະພາ ຂອງທຸກໆປີ ຈຶ່ງໄດ້ກາຍເປັນວັນບຸນໃຫຍ່ຂອງຊົນຊັ້ນກໍາມະກອນ ແລະ ຜູ້ອອກແຮງງານໃນທົ່ວໂລກ, ເປັນວັນແຫ່ງມະຫາສາມັກຄີຂອງຊົນຊັ້ນກຳມະກອນທົ່ວໂລກ ທີ່ໄດ້ສະແດງພະລັງແຮງທີ່ເຂັ້ມແຂງຂອງຕົນ ແລະ ມີການສະເຫຼີມສະ ຫຼອງຢ່າງຄຶກຄື້ນ ໃນແຕ່ລະປີ ຢູ່ຫລາຍປະເທດໃນທົ່ວໂລກ.
ໂອກາດນີ້ ທ່ານ ວິໄລ ວົງຂະເສີມ ໄດ້ຕາງໜ້າໃຫ້ຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ຮຽກຮ້ອງມາຍັງການຈັດຕັ້ງພັກ-ລັດ, ການຈັດຕັ້ງກໍາມະບານແຕ່ລະຂັ້ນ, ບັນດາຫົວໜ່ວຍແຮງງານ ແລະ ສັງຄົມ ຈົ່ງເພີ່ມທະວີຄວາມຮັບຜິດຊອບຂອງຕົນ ໃນການສຶກສາອົບຮົມ, ຊ່ວຍເຫຼືອ, ກໍ່ສ້າງ ແລະ ພັດທະນາຊົນຊັ້ນ ກໍາມະກອນລາວ, ຜູ້ອອກແຮງງານລາວບັນດາເຜົ່າ ໃຫ້ເຕີບໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ ສົມຄູ່ກັບຄວາມຮຽກຮ້ອງຕ້ອງການ ການພັດທະນາໃນໄລຍະໃໝ່, ຈົ່ງພ້ອມກັນ ເຫັນຄຸນຄ່າຂອງແຮງງານກໍາມະກອນ ແລະ ຜູ້ອອກແຮງງານ, ປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງເຂົາເຈົ້າ ດ້ວຍການໃຫ້ກຽດສັກສີ, ຄວາມສະເໜີພາບ, ລາຍຮັບທີ່ເປັນທຳ ແລະ ການອອກແຮງງານທີ່ປອດໄພ. ພ້ອມດຽວກັນກໍຮຽກຮ້ອງມາຍັງກໍາມະກອນ ແລະ ຜູ້ອອກແຮງງານລາວບັນດາເຜົ່າ ຈົ່ງສາມັກຄີປຸ້ມລຸມກັນເຂົ້າ ຢູ່ອ້ອມຂ້າງພັກ-ລັດ, ອ້ອມຂ້າງການຈັດຕັ້ງກໍາມະບານ ສືບຕໍ່ຝຶກຝົຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນກຳລັງແຮງງານທີ່ເຂັ້ມແຂງ ແລະ ມີລະບຽບວິໄນ ໃນການອອກແຮງງານ, ເສີມຂະຫຍາຍຄຸນລັກສະນະອັນດີເລີດ, ທາດແທ້, ມູນເຊື້ອອັນດີງາມ ຂອງຊົນຊັ້ນກໍາມະກອນສາກົນ ໃຫ້ກາຍເປັນກໍາລັງຫຼັກແຫຼ່ງ ໃນຂະບວນການສ້າງສາພັດທະນາເສດຖະ ກິດ- ສັງຄົມ ຂອງປະເທດຊາດ.
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2026 —
05/06
00:00
— ແບ່ງປັນ —