ມາຈາກ:ສະບາຍດີ
ອີງຕາມຂໍ້ມູນຂອງດ່ານພາສີຄຸນມິງ
ໃນປີ 2025
ການສົ່ງອອກດອກໄມ້ສົດຂອງແຂວງຢຸນນານບັນລຸ 1.22 ຕື້ຢວນ
ເພີ່ມຂຶ້ນ 60.5% ເມື່ອທຽບໃສ່ປີກ່ອນ
ປະລິມານການສົ່ງອອກຂອງແຂວງຢຸນນານໄດ້ຢູ່ໃນອັນດັບທີໜຶ່ງຂອງປະເທດຈີນເປັນເວລາ 7 ປີຕິດຕໍ່ກັນ
ກວມເອົາ 64 ປະເທດ ແລະ ພາກພື້ນທົ່ວໂລກ
ການເກັບກ່ຽວ ແລະ ການສົ່ງອອກສຳເລັດພາຍໃນເວລາພຽງ 20 ຊົ່ວໂມງ.
ດອກໄມ້ສົດທີ່ເກັບໃນຕອນເຊົ້າໆຈະຖືກຂົນສົ່ງໄປສະໜາມບິນຄຸນມິງຜ່ານທາງລະບົບແຊ່ເຢັນ.ຫຼັງຈາກນັ້ນ, ດ່ານພາສີຈະສົ່ງສິນຄ້າເຫຼົ່ານັ້ນຜ່ານ"ຊ່ອງທາງສີຂຽວ"ຢ່າງວ່ອງໄວສຳລັບຜະລິດຕະພັນກະສິກຳສົດ,ເຊິ່ງເຮັດໃຫ້ຂະບວນການທັງໝົດຕັ້ງແຕ່ການເກັບຈົນເຖິງການສົ່ງອອກສຳເລັດພາຍໃນເວລາພຽງ 20 ຊົ່ວໂມງ,ຮັບປະກັນວ່າດອກໄມ້ຈະມາຮອດຕະຫຼາດຕ່າງປະເທດໃນສະພາບທີ່ດີທີ່ສຸດ.
ເພື່ອຕອບສະໜອງຄວາມຕ້ອງການດອກໄມ້ສົດ, ດ່ວນ ແລະ ພິເສດໃນຕະຫຼາດສົ່ງອອກ, ດ່ານພາສີສະໜາມບິນຄຸນມິງ ຊ່າງຊຸຍ ໃຫ້ບໍລິການຜ່ານດ່ານພາສີ 24/7 ແລະ ສົ່ງເສີມມາດຕະການທີ່ສະດວກສະບາຍເຊັ່ນ "ການແຈ້ງພາສີລ່ວງໜ້າ"ແລະ "ການນັດໝາຍ" ເພື່ອບັນລຸ"ການທົບທວນ ແລະ ປ່ອຍທັນທີເມື່ອແຈ້ງ" ແລະ ເພື່ອປົກປ້ອງຄວາມສົດຂອງດອກໄມ້ສົດຂອງຢຸນນານຕໍ່ໂລກຢ່າງເຕັມທີ່.
昆明海关数据显示
2025年
云南鲜切花出口货值达12.2亿元
同比增长60.5%
出口规模连续7年保持全国首位
覆盖全球64个国家和地区
最快20小时内完成采摘到出口
清晨采摘的鲜花,经冷链运输至昆明机场后,海关通过鲜活农产品“绿色通道”快速验放,最快20小时内即可完成从采摘到出口的全流程,保障鲜花以最佳状态抵达海外市场。
为应对鲜花出口“鲜、急、特”的需求,昆明长水机场海关提供“7×24小时”通关服务,推行“提前申报”“预约通关”等便利措施,实现“即报即审、即查即放”,全力守护云南鲜花“鲜”达世界。(聂跃华 欧阳英睿 单珊 戴玮琪)
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2026 —
02/04
09:28
— ແບ່ງປັນ —