ມາຈາກ:ສະບາຍດີ
ເມື່ອບໍ່ດົນມານີ້,ນັກສະແດງຍິງອັງກິດ Rosamund Pike ທີ່ເຄີຍໄດ້ຮັບການສະເໜີເຂົ້າຊິງລາງວັນນັກສະແດງຍິງດີເດັ່ນອອສກາ,ໄດ້ກ້າວເທົ້າເຂົ້າສູ່ດິນແດນຄຸນມິງອີກຄັ້ງ.
20 ປີກ່ອນ,ນາງອາຍຸ 20 ປີ ໄດ້ພົບກັບເມືອງນີ້ເປັນເທື່ອທຳອິດ; 20 ປີຕໍ່ມາ ກັບຄືນມາຢ້ຽມຢາມບ່ອນເກົ່າ,ການເຕີບໂຕຢ່າງໄວວາຂອງຄຸນມິງ ເຮັດໃຫ້ນາງຮູ້ສຶກປະທັບໃຈຫລາຍ,ຈົນບໍ່ສາມາດອົດກັ້ນໄດ້ທີ່ຈະອຸທານວ່າ:“ການພັດທະນາຂອງຈີນແມ່ນໄວຫຼາຍຫນ້າປະຫຼາດໃຈ!”
Rosamund Pike ໄດ້ກ່າວໃນການສຳພາດວ່າ:“ຈີນເປັນມີພິພິທະພັນທີ່ເຮັດໃຫ້ຄົນບໍ່ຫນ້າເຊື່ອທີ່ສຸດ,ໃນພິພິທະພັນປະຫວັດສາດທຳມະຊາດແຫ່ງໜຶ່ງໃນແຂວງຢຸນນານ,ຂ້າພະເຂົ້າໄດ້ເຫັນຂອງສະສົມທີ່ບໍ່ເຄີຍເຫັນມາກ່ອນ,ເຮັດໃຫ້ຄົນປະຫລາດໃຈແທ້ໆ……”
ຕະຫຼາດດອກໄມ້ຂະຫນາດໃຫຍ່ຂອງຄຸນມິງເຮັດໃຫ້ນາງຫຼົງໄຫຼ ແລະ ບໍ່ຢາກກັບ,ພູມສັນຖານ ຄາສທ໌ຂອງພູຫິນຫລັງເມືອງ ຊິນລິນ ກໍ່ເຮັດໃຫ້ນາງຮູ້ສຶກຄືເວດມົນ:“ມະຫັດສະຈັນເກີນໄປ, ເຫມືອນກັບສະຖານະການໃນຮູບເງົາແຟນຕາຊີເທົ່ານັ້ນ.”
ໃນການບັນລະຍາຍດ້ວຍພາສາຂອງນາງ,ເຫມືອນກັບສາມາດເຫັນນັກເດີນທາງຊາວຕາເວັນຕົກຄົນໜຶ່ງ,ຢືນຢູ່ຕໍ່ໜ້າພູມສັນຖານ ຄາສທ໌ທີ່ຖືກສ້າງຂຶ້ນແຕ່ຫລາຍພັນລ້ານປີກ່ອນ.ພູເຂົາແລະແມ່ນ້ຳຂອງຈີນ,ເຮັດໃຫ້ນາງເຫັນດິນແດນເກົ່າແກ່ຂອງຕາເວັນອອກທີ່ກ້າວຂ້າມເວລາ, ເຮັດໃຫ້ໂລກປະຫຼາດໃຈກັບຄວາມງາມອັນຍິ່ງໃຫຍ່ຂອງທຳມະຊາດແລະວັດທະນະທຳມະນຸດ; ເລື່ອງລາວຂອງຈີນ, ແລ້ວເຮັດໃຫ້ນາງສຳຜັດກັບຈິດວິນຍາຍທີ່ເລິກເຊິ່ງກວ່າຂອງຊາດນີ້.
ມື້ນີ້,ໃຫ້ພວກເຮົາຕິດຕາມຮອຍຕີນຂອງ Rosamund Pike ແລະປົດລ໋ອກທັງສອງສະຖານທີ່ ຄຸນມິງ ທີ່ໄດ້ຈັບໃຈນັກສະແດງ ຮໍລີວູດ.
ຕະຫຼາດດອກໄມ້ໂດນັນ
ໃນຖານະເປັນ"ອານາຈັກພືດ" ແລະ "ສວນໂລກ",ຢຸນນານ,ພ້ອມກັບເຄນຢາໃນອາຟຣິກາ,ໂຄລໍາເບຍແລະເອກວາດໍໃນອາເມລິກາໃຕ້,ຖືກຈັດເປັນຫນຶ່ງໃນສາມເຂດທີ່ເຫມາະສົມທີ່ສຸດໃນໂລກສໍາລັບການຜະລິດດອກໄມ້.
ຕະຫຼາດດອກໄມ້ ໂດນັນ ມີການນຳອອກດອກໄມ້ສົດທຸກມື້ກວ່າ 117 ຊະນິດ ແລະ 1600 ສາຍພັນ.ມັນເປັນການຄ້າດອກໄມ້ສົດ 60% ຂອງແຂວງຢຸນນານ ແລະ ດອກໄມ້ຈາກປະເທດບ້ານໃກ້ເຮືອນຄຽງແລະແຂວງຕ່າງໆ,ແລະການສົ່ງອອກໄປກວ່າ 50 ປະເທດແລະພາກພື້ນ.ທົ່ວປະເທດຈີນທຸກໆ 10 ມີ 7 ດອກມາຈາກຕະຫຼາດດອກໄມ້ໂດນັນ.
ເຂດທິວທັດ ຊິນລິນ
ເຂດທິວທັດ ຊິນລິນ ຕັ້ງຢູ່ໃນເຂດປົກຄອງຕົນເອງເຜົ່າຢີ ຊິນລິນ,ເມືອງຄຸນມິງ,ແຂວງຢຸນນານ,ເປັນຈຸດສຳຄັນຂອງພູມສັນຖານ ຄາສທ໌ຂອງໂລກ ແລະ ເປັນທີ່ຮູ້ຈັກກັນໃນນາມ"ວິວທີ່ມະຫັດສະຈັນອັນດັບຫນຶ່ງຂອງໂລກ".
ນີ້ແມ່ນຮູບແບບຫີນທີ່ແປກປະຫຼາດແລະຫຼາກຫຼາຍຮູບຮ່າງ,ບາງອັນເບິ່ງຄືກັບດາບແຫຼມທີ່ຖືກດຶງອອກມາ,ທະລຸຂຶ້ນໄປເຖິງກ້ອນເມກ;ບາງອັນເບິ່ງຄືກັບນາງຟ້າທີ່ກຳລັງແຕ່ງຕົວ,ຢືນເດັ່ນງາມເປັນພິເສດ;ບາງອັນເບິ່ງຄືກັບສັດປ່າທີ່ກຳລັງແລ່ນໄປຢ່າງແຮງກ້າ,ເຕັມໄປດ້ວຍພະລັງອັນໃຫຍ່ຫຼວງ.ການຍ່າງເລາະເລື້ອຍໃນປ່າຫີນນີ້,ຈະເຮັດໃຫ້ເຈົ້າຮູ້ສຶກຄືກຳລັງຢູ່ໃນສວນອຸທະຍານຫີນທຳມະຊາດອັນກວ້າງໃຫຍ່,ທຸກໆຫີນແຕ່ລະຍອດພູຫີນເຕັມໄປດ້ວຍເລື່ອງລາວ ແລະສະເໜ່ທີ່ເປັນເອກະລາດຂອງໂຕເອງ.
近日,曾提名奥斯卡最佳女主角的英国女演员裴淳华,再次踏上了昆明的土地。
裴淳华在采访中说道:“中国拥有最让人不可思议的博物馆,在云南的一座自然历史博物馆里,我见到了从未见过的馆藏,实在令人叹为观止……”
昆明庞大的花卉市场让她沉浸其中流连忘返,石林的喀斯特地貌也让她感到魔幻:“太神奇了,像奇幻电影里才会有的场景。”
在她的语言描述中,仿佛能看到一位西方旅人,站在亿万年前形成的喀斯特地貌前。中国的山河,让她看到了古老东方土地跨越时间、令世界惊叹的壮丽自然和人文风情;中国的故事,则让她触摸到了这个民族的更深处。
今天,就跟着裴淳华的脚步,解锁这两个让好莱坞女星着迷的昆明地标~
斗南花卉市场
作为全球公认的“植物王国”和“世界花园”,云南与非洲的肯尼亚、南美洲的哥伦比亚和厄瓜多尔并称世界三大最适宜花卉生产的地区。
其中,斗南花卉市场每天上市117类1600多个品种的鲜花,云南省60%的鲜切花和周边国家、省份的花卉在这里交易,出口50多个国家和地区,全国每10枝鲜花,就有7枝来自斗南。
石林风景区
石林位于云南省昆明市石林彝族自治县境内,是世界喀斯特地貌的精华,被誉为“天下第一奇观”。
这里的石峰造型奇特,千姿百态,有的如利剑出鞘,直插云霄;有的如仙女梳妆,亭亭玉立;有的如猛兽奔腾,气势磅礴。漫步在石林之中,仿佛置身于一个巨大的天然石景公园,每一处石峰都有着自己独特的故事和韵味。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2025 —
11/28
11:10
— ແບ່ງປັນ —