ມາຈາກ:ສະບາຍດີ
ວັນທີ 24 ຕຸລານີ້, ນັກຂ່າວໄດ້ຮັບຮູ້ຈາກດ່ານພາສີນະຄອນຄຸນໝິງແຂວງຢຸນນານຈີນວ່າ: ໃນ 3 ໄຕມາດທີ່ຜ່ານມາ , ປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກຜ່ານທາງລົດໄຟຈີນ-ລາວມີທັງໝົດ 4,1 ລ້ານໂຕນ, ໄດ້ເພີ່ມຂຶ້ນ 8,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ມີມູນຄ່າສິນຄ້າເຖິງ 19,72 ຕື້ຢວນ, ໄດ້ເພີ່ມຂຶ້ນ 42,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ,ມູນຄ່າສິນຄ້າຂາອອກ ເຖິງ 9,87 ຕື້ຢວນ, ໄດ້ເພີ່ມຂຶ້ນ 65,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ມູນຄ່າສິນຄ້າຂາເຂົ້າ ເຖິງ 9,85 ຕື້ຢວນ, ໄດ້ເພີ່ມຂຶ້ນ 25,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໄດ້ສະແດງໃຫ້ເຫັນປະສິດທິຜົນຂອງ “ເສັ້ນທາງທອງຄຳ” ຢ່າງຕໍ່ເນື່ອງ.
ສະຖິຕິສະແດງໃຫ້ເຫັນວ່າ, ໃນ 3 ໄຕມາດທີ່ຜ່ານມາຂອງປີນີ້, ມູນຄ່າຜະລິດຕະພັນເຄື່ອງຈັກໄຟຟ້າທີ່ສົ່ງອອກຜ່ານທາງລົດໄຟລາວ-ຈີນ ໄດ້ບັນລຸ 5,325 ຕື້ຢວນ, ເພີ່ມຂຶ້ນ 140,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ກວມເອົາ 54% , ໄດ້ກາຍເປັນມູນຄ່າການສົ່ງອອກຕົ້ນຕໍຕາມທາງລົດໄຟລາວ-ຈີນ. ການຂະຫຍາຍຕົວຢ່າງຕໍ່ເນື່ອງຂອງອັດຕາສ່ວນຂອງຜະລິດຕະພັນ "Made in China" ເຕັກໂນໂລຢີສູງທີ່ມີມູນຄ່າເພີ່ມສູງ ເຊັ່ນ: ໂທລະສັບສະຫຼາດ, ຫຸ່ນຍົນອຸດສາຫະກໍາ, ຍານພາຫະນະພະລັງງານໃຫມ່ ,ອົງປະກອບ ແລະ ອື່ນໆ,ຊີ້ໃຫ້ເຫັນເຖິງການແຂ່ງຂັນສາກົນຂອງການຜະລິດລະດັບສູງຂອງຈີນ.ໄດ້ສະແດງເຖິງໂຄງສ້າງການຄ້າການສົ່ງອອກທີ່ປັບປຸງໃຫ້ດີຂຶ້ນ ແລະ ມີປະສິດທິພາບທີ່ສູງຂຶ້ນສໍາລັບທາງລົດໄຟລາວ-ຈີນ, ເຊິ່ງຊີ້ໃຫ້ເຫັນເຖິງການຫັນປ່ຽນການຂົນສົ່ງທາງລົດໄຟຈາກ"ປະລິມານ"ໄປສູ່"ຄຸນນະພາບ".
ໃນດ້ານການນຳເຂົ້າ, ບັນດາຜະລິດຕະພັນກະສິກຳ ແລະ ສະບຽງອາຫານພິເສດອາຊີຕາເວັນອອກສ່ຽງໃຕ້ ສືບຕໍ່ "ເລັ່ງລັດ" ໄປທາງທິດເໜືອຂອງຈີນ. ໃນ 3 ໄຕມາດທີ່ຜ່ານມາ, ສິນຄ້າກະສິກຳ ແລະ ສະບຽງອາຫານໄດ້ນຳເຂົ້າຕາມທາງລົດໄຟລາວ-ຈີນ ເຖິງ 6,09 ຕື້ຢວນ, ເພີ່ມຂຶ້ນ 38,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ການນໍາເຂົ້າໝາກໄມ້ເຂດຮ້ອນຂອງປະເທດອາຊີຕາເວັນອອກສ່ຽງໃຕ້ ເຊັ່ນ: ໝາກຖຸລຽນຂອງໄທ,ໝາກກ້ວຍຂອງລາວ ໄດ້ເພີ່ມຂຶ້ນຢ່າງວົງໄວ, ເກີນ 170,000 ໂຕນ, ເພີ່ມຂຶ້ນ 46,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ສືບຕໍ່ນໍາເອົາ "ລົດຊາດເຂດຮ້ອນ" ເຂົ້າສູ່ຕະຫຼາດຜູ້ບໍລິໂພກພາຍໃນປະເທດຈີນ.
ທາງລົດໄຟຈີນ-ລາວບໍ່ພຽງແຕ່ໃຫ້ຜົນປະໂຫຍດດ້ານການຄ້າແລະການພັດທະນາທຸລະກິດພາຍໃນປະເທດເທົ່ານັ້ນ, ຫາກຍັງເປັນຕົວເລັ່ງພັດທະນາເສດຖະກິດຂອງລາວ. ໃນ 3 ໄຕມາດທີ່ຜ່ານມາ , ປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກລະຫວ່າງຈີນ-ລາວມີເຖິງ 3.725.500 ໂຕນ, ໄດ້ເພີ່ມຂຶ້ນ 7,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໄດ້ກວມ 90,9% ຂອງຍອດປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກຜ່ານທາງລົດໄຟຈີນ-ລາວ, ມູນຄ່າສິນຄ້າຈີນ-ລາວມີເຖິງ 11,418 ຕື້ຢວນ, ໄດ້ເພີ່ມຂຶ້ນ 24,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໄດ້ກວມ 57,9% ຂອງຍອດມູນຄ່າການຂົນສົ່ງສິນຄ້າຂາເຂົ້າ-ຂາອອກຜ່ານທາງລົດໄຟຈີນ-ລາວ.
10月24日,记者从昆明海关获悉,今年前三季度,该关累计监管验放经中老铁路进出口货物410万吨,货值197.2亿元,同比分别增长8.9%、42.8%,其中,出口98.7亿元,增长65.1%;进口98.5亿元,增长25.8%,“黄金线路”效应持续释放。
统计数据显示,今年(下同)前三季度,经中老铁路出口机电产品货值53.25亿元,同比增长140.1%,占中老铁路出口总值的54%,已成为中老铁路出口绝对主力。智能手机、工业机器人、新能源汽车及零部件这些高附加值、高技术含量的“中国智造”占比持续增长,凸显了中国高端制造的国际竞争力,代表着中老铁路出口贸易结构更优、效益更高,中老铁路运输正从“重数量”向“重质量”转变。
进口方面,东南亚特色农食产品持续“抢鲜”北上,前三季度,经中老铁路进口农食产品60.9亿元,同比增长38.1%,其中,泰国榴莲、老挝香蕉等东南亚热带水果进口增势迅猛,超17万吨,同比增长46.5%,为国内消费市场持续带来“热带风味”。
中老铁路不仅惠及国内贸易和企业发展,更成为助力老挝经济发展的“加速器”。前三季度,经中老铁路对老挝进出口货物372.55万吨,货值114.18亿元,同比分别增长7.7%、24.6%,分别占中老铁路进出口量、值的90.9%、57.9%。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2025 —
10/24
00:00
— ແບ່ງປັນ —