ດອກໄມ້ເບັ່ງບານຢູ່ຕະຫຼາດໂຕວ໌ໜານ ອັນດັບໜຶ່ງຂອງອາຊີ

ມາຈາກ:ສະບາຍດີ

ໃນຕະຫຼາດທົ່ວປະເທດຈີນ ດອກໄມ້ສົດທຸກ 10 ດອກ

ຈະມີ 7 ດອກທີ່ມາຈາກຕະຫຼາດໂຕວ໌ໜານນະຄອນຄຸນມິງແຂວງຢຸນນານ

ໃນໄລຍະ 40 ປີ

ຕະຫຼາດດອກໄມ້ ໂຕວ໌ໜານ ທີ່ຕັ້ງຢູ່ຝັ່ງຕາເວັນອອກຂອງທະເລສາບ ດຽນຊື່

ໄດ້ພັດທະນາຈາກບ້ານນ້ອຍໆທີ່ບໍ່ມີຄົນຮູ້ຈັກກາຍເປັນ"ນະຄອນດອກໄມ້ແຫ່ງອາຊີ"ທີ່ມີຊື່ສຽງໄປທົ່ວໂລກ

ແລະກາຍເປັນຕົວຊີ້ວັດຂອງອຸດສາຫະກຳດອກໄມ້ຂອງຈີນ ແລະ ອາຊີ

1

ປ່ຽນຈາກສວນກະສິກຳເປັນທະເລດອກໄມ້

ບ້ານ ໂຕວ໌ໜານ ໃນເບື້ອງຕົ້ນບໍ່ແມ່ນທົ່ງດອກໄມ້,ແຕ່ເປັນພື້ນທີ່ປູກຜັກກາດ.

ໃນປີ 1983,ຄົນຈາກບ້ານ ໂຕວ໌ໜານ ຊື່ວ່າ ທ່ານ ຮວາຈົງອີ້ ໄດ້ເດີນທາງໄປເມືອງ ກວາງໂຈ່ວ ສຳລັບວຽກງານ ແລະບັງເອີນໄດ້ພົບວ່າດອກໄມ້ 1 ດອກສາມາດຂາຍໄດ້ 0.2 ຢວນ,ໃນຂະນະທີ່ຜັກກາດ 1 ກິໂລຂາຍໄດ້ພຽງ 0.05 ຢວນ.ດ້ວຍຄວາມຄິດທີ່ຈະລອງເບິ່ງ,ລາວໄດ້ນຳເອົາແກ່ນພັນດອກກຼາດິໂອລາ 1 ຖົງກັບມາ ແລະທົດລອງປູກໃນສວນຜັກຂອງຕົນເອງທີ່ມີເນື້ອທີ່ 0.3 ມູ້(200 ຕາແມັດ).

2

ບໍ່ດົນ,ດອກກຼາດິໂອລາທີ່ສົດໃສໄດ້ບານດອກ.ທ່ານ ຮວາຈົງອີ້ ໄດ້ໃຫ້ລູກຫຼານຂອງລາວຖືຖັງນ້ຳ ແລະ ຂີ່ລົດຖີບເພື່ອນຳດອກໄມ້ໄປຂາຍໃນນະຄອນຄຸນມິງ.ຫຼັງຈາກຂີ່ລົດໄປກວ່າ 20 ກິໂລແມັດ,ມື້ທຳອິດພວກເຂົາຂາຍໄດ້ 100 ຢວນ—ເຊິ່ງໃກ້ຄຽງກັບເງິນເດືອນທັງປີຂອງລາວ!

ຂ່າວນີ້ໄດ້ສ້າງຄວາມຮືຮາໄປທົ່ວທັງບ້ານ.ໃຜຈະຄິດວ່າການທົດລອງປູກດອກໄມ້ໃນເນື້ອທີ່ 0.3 ມູ້(200 ຕາແມັດ)ຈະເປີດປະຕູສູ່ອຸດສາຫະກຳທີ່ປ່ຽນແປງຮູບແບບດອກໄມ້ຂອງໂລກ?

3

ທຸກຄົນປູກດອກໄມ້, ທຸກຄົວເຮືອນຂາຍດອກໄມ້

ໃນທ້າຍຊຸມປີ 1980,ເກືອບທຸກຄົນໃນບ້ານໂຕວ໌ໜານ ປູກດອກໄມ້.ຮ້ານຂາຍດອກໄມ້ໃນຕອນທຳອິດແອອັດຢູ່ຂ້າງຕະຫຼາດຜັກກາດ,ແຕ່ເວລາຜ່ານໄປ ຮ້ານຂາຍຜັກກາດກໍ່ນັບມື້ນັບໜ້ອຍລົງ,ໃນຂະນະທີ່ຮ້ານຂາຍດອກໄມ້ກັບເພີ່ມຫຼາຍຂຶ້ນ,ຈົນກາຍເປັນຕະຫຼາດຖະໜົນດອກໄມ້.

ຄົນບ້ານໂຕວ໌ໜານມີຄວາມຊຳນານໃນການຄວ້າໂອກາດ:ໃນຂະນະທີ່ຄົນອື່ນຍັງປູກເຂົ້າ,ບ້ານ ໂຕວ໌ໜານ ໄດ້ປ່ຽນມາປູກຜັກກາດແລ້ວ; ແລະໃນຂະນະທີ່ຄົນອື່ນເພິ່ງເລີ່ມປູກດອກໄມ້,ບ້ານ ໂຕວ໌ໜານ ກໍ່ໄດ້ວາງແຜນສ້າງຕະຫຼາດແລ້ວ.

ໃນປີ 1993,ແຂວງຢຸນນານໄດ້ອອກແຜນພັດທະນາອຸດສາຫະກຳດອກໄມ້ເປັນຄັ້ງທຳອິດ.ໃນປີ 1994,ຕະຫຼາດດອກໄມ້ ໂຕວ໌ໜານ ແຫ່ງທຳອິດໄດ້ສ້າງສຳເລັດ,ມີເນື້ອທີ່ 12 ມູ້(8000 ຕາແມັດ),ແລະໃນປີ 1999,ຕະຫຼາດໃໝ່ທີ່ມີເນື້ອທີ່ 74 ມູ້(4.93 ເຮັກຕາ)ກໍ່ໄດ້ຖືກສ້າງຂຶ້ນ.ໃນປີດຽວກັນ,ປະລິມານການຄ້າດອກໄມ້ສົດຂອງຕະຫຼາດ ໂຕວ໌ໜານ ໄດ້ລື່ນກາຍ ເມືອງ ກວາງໂຈ່ວ,ກາຍເປັນອັນດັບໜຶ່ງຂອງປະເທດຈີນ.

4

ໃນປີ 2024,ປະລິມານການຄ້າດອກໄມ້ຂອງຕະຫຼາດ ໂຕວ໌ໜານ ສູງເຖິງ 14.176 ຕື້ດອກ,ມີມູນຄ່າການຄ້າ 11.574 ຕື້ຢວນ,ແລະໄດ້ສົ່ງອອກໄປຍັງຕ່າງປະເທດຫຼາຍກວ່າ 50 ປະເທດແລະເຂດແຄວ້ນ,ຮັກສາຕຳແໜ່ງອັນດັບໜຶ່ງຂອງປະເທດຈີນຕິດຕໍ່ກັນເປັນເວລາ 25 ປີ.ຕະຫຼາດ ໂຕວ໌ໜານ,ສົມກັບຊື່ສຽງທີ່ວ່າເປັນ"ຕະຫຼາດດອກໄມ້ອັນດັບໜຶ່ງຂອງອາຊີ"ຢ່າງແທ້ຈິງ.

5

ການປະມູນທີ່ຕັດສິນໄຊຊະນະໃນ 4 ວິນາທີ

ເມື່ອກ້າວເຂົ້າສູ່ສູນປະມູນດອກໄມ້ໂຕວ໌ໜານ,ບ່ອນນັ່ງສຳລັບຜູ້ຊື້ກວ່າ 900 ບ່ອນແມ່ນເຕັມໄປດ້ວຍຄົນ.ຮູບແບບການຊື້ຂາຍຍຶດຕາມແບບປະມູນ"ຫຼຸດລາຄາ"ຂອງເນເທີແລນ:ໂມງໄຟຟ້າຂະໜາດໃຫຍ່ເລີ່ມຕົ້ນຈາກລາຄາສູງ ແລະ ນັບຖອຍຫຼັງ,ລາຄາຄ່ອຍໆຫຼຸດລົງ,ແລະໃຜກົດປຸ່ມກ່ອນ ຄົນນັ້ນກໍ່ໄດ້ຊື້.

ໂດຍສະເລ່ຍ,ການປະມູນແຕ່ລະຄັ້ງໃຊ້ເວລາພຽງ 4 ວິນາທີ.ຖ້າມີການລັງເລໃຈ,ດອກໄມ້ກໍ່ຈະຕົກໄປຢູ່ໃນມືຂອງຄົນອື່ນ.ໃນປີ 2024,ສະຖານທີ່ແຫ່ງນີ້ມີການຄ້າດອກໄມ້ສະເລ່ຍມື້ລະ 7.06 ລ້ານດອກ,ດ້ວຍອັດຕາການສຳເລັດການຄ້າສູງກວ່າ 95%. ລາຄາດອກໄມ້ຂອງ ໂຕວ໌ໜານ ມີຜົນກະທົບໂດຍກົງຕໍ່ຕະຫຼາດທົ່ວປະເທດ.

6

ເປັນຫຍັງຕ້ອງເປັນຕະຫຼາດ ໂຕວ໌ໜານ?

ການຂາຍສົ່ງດອກໄມ້ແມ່ນເວທີສຳລັບຜູ້ຊື້ມືອາຊີບ,ແຕ່ເຂດຂາຍປີກຂອງຕະຫຼາດດອກໄມ້ ໂຕວ໌ໜານ ແມ່ນສະຫວັນຂອງນັກທ່ອງທ່ຽວທົ່ວໄປ:ດອກທານຕະວັນ 1 ມັດລາຄາ 10 ຢວນ,ດອກບົວບົກຂາວ 1 ມັດລາຄາ 15 ຢວນ,ດອກກຸຫຼາບ 1 ມັດລາຄາ 10 ຢວນ.

ດ້ວຍເງິນ 100 ຢວນ,ທ່ານສາມາດຊື້ດອກໄມ້ເຕັມກະຕ່າສົ່ງກັບບ້ານໄດ້,ແລະບໍລິການຂົນສົ່ງຍັງສາມາດຈັດສົ່ງຮອດທົ່ວປະເທດພາຍໃນ 24 ຊົ່ວໂມງ.ກາງເວັນ,ນັກທ່ອງທ່ຽວມາຊື້ດອກໄມ້.ກາງຄືນ,ພໍ່ຄ້າຂາຍສົ່ງມາຊື້ໃນປະລິມານຫຼາຍ.ຄວາມຄຶກຄື້ນຂອງໂຕວ໌ໜານເລີ່ມຕັ້ງແຕ່ເຊົ້າຈົນເຖິງກາງຄືນ,ສ້າງເປັນ"ຕະຫຼາດດອກໄມ້ສິບສອງຊົ່ວໂມງ"ທີ່ເປັນເອກະລັກ.

ສະພາບອາກາດແບບທົ່ງສູງທີ່ເປັນເອກະລັກຂອງແຂວງຢຸນນານໄດ້ບຳລຸງສ້າງປະກົດການອັນມະຫັດສະຈັນທີ່ມີດອກໄມ້ສົດບານຕະຫຼອດທັງສີ່ລະດູ.ຮອດທ້າຍປີ 2024,ຜົນຜະລິດດອກໄມ້ສົດຂອງຢຸນນານບັນລຸ 20.6 ຕື້ດອກ,ມີຂະໜາດໃຫຍ່ທີ່ສຸດໃນໂລກ.ຜົນຜະລິດທີ່ມະຫາສານດັ່ງກ່າວຕ້ອງການສູນການຄ້າ,ແລະ ໂຕວ໌ໜານ ກໍ່ກາຍເປັນທາງເລືອກທີ່ດີທີ່ສຸດ.

7

ປັດຈຸບັນ,ສະຖານທີ່ແຫ່ງນີ້ມີພາກສ່ວນຕົ້ນຕໍຕະຫຼາດ 13,999 ແຫ່ງ,ບໍລິສັດການຄ້າດອກໄມ້ຫຼາຍກວ່າ 3,000 ແຫ່ງ,ແລະຜູ້ປະກອບອາຊີບ 46,500 ຄົນ,ສ້າງເປັນລະບົບຕ່ອງໂສ້ອຸດສາຫະກຳທີ່ສົມບູນແບບຕັ້ງແຕ່ການພັດທະນາສາຍພັນ,ການປູກແລະປຸງແຕ່ງ,ການຂົນສົ່ງແລະບັນຈຸຫຸ້ມຫໍ່,ການຄ້າຈຳໜ່າຍ, ໄປຈົນເຖິງການປະສົມປະສານກັບການທ່ອງທ່ຽວວັດທະນະທຳ.

8

ຈາກ"ນະຄອນດອກໄມ້ແຫ່ງອາຊີ"ສູ່"ນະຄອນດອກໄມ້ຂອງໂລກ"?

ເຖິງແມ່ນວ່າປະເທດຈີນເປັນປະເທດທີ່ຜະລິດດອກໄມ້ລາຍໃຫຍ່,ແຕ່ໃນການພັດທະນາສາຍພັນຍັງຖືກຈຳກັດໂດຍຕ່າງປະເທດ.ຕົວຢ່າງເຊັ່ນ ດອກກຸຫຼາບຈີນ 85% ຂອງສາຍພັນແມ່ນມາຈາກຕ່າງປະເທດ ແລະຕ້ອງຈ່າຍຄ່າສິດທິບັດ.

ໂຕວ໌ໜານ ກຳລັງພະຍາຍາມແກ້ໄຂຈຸດອ່ອນ:ໃນເດືອນພຶດສະພາ 2025,ໂຕວ໌ໜານ ໄດ້ເປີດຕົວສາຍພັນດອກກຸຫຼາບໃໝ່ "ແບບຈີນ"ທີ່ພັດທະນາດ້ວຍຕົນເອງກວ່າ 1,000 ສາຍພັນ.ຮອດທ້າຍປີ 2024,ແຂວງຢຸນນານໄດ້ຍື່ນຂໍຈົດທະບຽນສາຍພັນໃໝ່ກວ່າ 1,100 ສາຍພັນ ແລະໄດ້ຮັບອະນຸຍາດຈາກລັດຖະບານກວ່າ 800 ສາຍພັນ,ຊຶ່ງເປັນອັນດັບໜຶ່ງໃນປະເທດຈີນ.ນັກຄົ້ນຄວ້າວິທະຍາສາດກຳລັງຕັ້ງໃຈພັດທະນາ"ຫົວໃຈຈີນ"ໃຫ້ກັບດອກໄມ້, ເພື່ອທຳລາຍສະຖານະການ “ຖືກຈຳກັດດ້ວຍສາຍພັນຈາກຕ່າງປະເທດ”.

9

ໂຕວ໌ໜານໄດ້ໃຊ້ເວລາ 40 ປີເພື່ອສ້າງປະກົດການມະຫັດສະຈັນ"ອັນດັບໜຶ່ງຂອງອາຊີ".ໃນອະນາຄົດ,ມັນຈະສາມາດປ່ຽນແປງຈາກ "ນະຄອນດອກໄມ້ແຫ່ງອາຊີ"ກາຍເປັນ"ນະຄອນດອກໄມ້ຂອງໂລກ"ໄດ້ຫຼືບໍ່? ໃຫ້ພວກເຮົາຮ່ວມກັນລໍຖ້າເບິ່ງດອກໄມ້ບານ.

全国市场上流通的每10枝鲜花

就有7枝来自云南昆明斗南

40年间

滇池东岸的斗南

从一个默默无闻的小村庄

成长为享誉世界的“亚洲花都”

成为中国乃至亚洲花卉产业的风向标

1

从菜地到花海

斗南最初并不是花田,而是一片片蔬菜地。

1983年,斗南人化忠义出差广州,意外发现一枝花能卖2毛钱,而一公斤白菜才5分钱。怀着试试看的心态,他带回一袋剑兰种球,在自家0.3亩菜地试种。

2

不久,鲜艳的剑兰开花了。化忠义让子女挑着水桶、骑着自行车,把花卖到昆明城里。骑行20多公里后,第一天就卖了100元——接近他一年的工资!

这一消息轰动全村。谁能想到,0.3亩试种,会开启一个改变世界花卉格局的产业?

3

人人种花,家家卖花

1980年代末,斗南村几乎人人种花。卖花摊位最初挤在蔬菜市场旁,慢慢地,蔬菜摊越来越少,鲜花摊越来越多,形成了一条鲜花马路市场。

斗南人善于抓住机会:别人还在种稻谷时,斗南已经改种蔬菜;别人刚开始种花时,斗南已在谋划建市场。

1993年,云南省首次出台花卉产业发展规划。1994年,第一个斗南花卉市场建成,占地12亩;1999年,又建起占地74亩的新市场。同年,斗南鲜切花交易量超越广州,跃居全国第一。

4

2024年,斗南的花卉交易量高达 141.76亿枝,交易额 115.74亿元,出口至50多个国家和地区,连续25年保持全国第一。斗南,名副其实的“亚洲第一花市”。

5

4秒定胜负的拍卖

走进斗南花拍中心,900多个买家席位座无虚席。交易方式沿袭荷兰的“降价拍卖”模式:电子大钟从高价开始倒数,价格逐渐递减,谁先按键,谁就买到。

平均一单交易仅需 4秒。一旦犹豫,鲜花就落入别人手中。2024年,这里日均交易鲜花 706万枝,成交率 95%以上。斗南的花价,直接影响全国市场。

6

为什么是斗南?

鲜花批发是专业买家的舞台,而斗南花市的零售区,则是普通游客的天堂:10元一把向日葵;15元一把百合;10元一把玫瑰。

100元就能满载而归,快递还能24小时送到全国各地。白天,游客买花;夜晚,批发商大规模采购。斗南的喧嚣,从清晨持续到深夜,形成了独特的“十二时辰花市”。

7

云南独特的高原气候,孕育出一年四季鲜花不断的奇迹。截至2024年底,云南鲜切花产量 206亿枝,规模全球第一。庞大的产量需要一个交易中心,斗南恰好成为最优解。

8

从“亚洲花都”到“世界花都”?

尽管中国是鲜花生产大国,但在品种研发上仍受制于人。以切花月季为例,85%的品种来自国外,需要支付专利费。

斗南正在努力补齐短板:2025年5月,斗南推出 1000余个自主创新的“中国风”月季新品种;截至2024年底,云南已申请新品种1100余个,获国家授权800余个,全国第一。科研人员正立志为鲜花装上“中国芯”,打破“品种卡脖子”的局面。

9

斗南,已经用40年走出了“亚洲第一”的奇迹。未来,它能否从“亚洲花都”蜕变为“世界花都”?让我们一起静待花开。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2025

09/02

17:12

ແບ່ງປັນ

ແປ
翻译