ມາຈາກ:ສະຖານທູດຈີນປະຈຳລາວ
ລະຫວ່າງວັນທີ 31 ກໍລະກົດຫາ ວັນທີ 1 ສິງຫາປີ 2025 ຢູ່ນະຄອນຫຼວງວຽງຈັນ, ຈີນ ແລະ ລາວໄດ້ຈັດກອງປະຊຸມເຈລະຈາສັນຍາວ່າດ້ວຍການຈັດຕັ້ງປະຕິບັດວຽກງານກວດກາ"ປະຕູດຽວ, ຄັ້ງດຽວ"ຢູ່ດ່ານສະຖານີລົດໄຟສາກົນ ລາວ-ຈີນ (ບໍ່ເຕ່ນ-ບໍ່ຫານ) ລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສປ ຈີນ. ທ່ານຈ້າວລີ້ຈ່ຽນ ຮອງຫົວໜ້າກົມວຽກງານຊາຍແດນ ແລະ ທາງທະເລກະຊວງການຕ່າງປະເທດຈີນ ແລະ ທ່ານອະນຸສິນ ຫົວໜ້າຫ້ອງການຄະນະກຳມະການຊາຍແດນແຫ່ງຊາດກະຊວງການຕ່າງປະເທດລາວໄດ້ເປັນປະທານກອງປະຊຸມ. ພາກສ່ວນການຕ່າງປະເທດ, ການປ້ອງກັນຄວາມສະຫງົບ, ດ່ານພາສີ, ກົມຄຸ້ມຄອງຄົນເຂົ້າ-ອອກເມືອງ ແລະ ທາງລົດໄຟຂອງສອງປະເທດໄດ້ເຂົ້າຮ່ວມກອງປະຊຸມ.
ບົນຈິດໃຈຮ່ວມມືທີ່ຈິງອົກຈິງໃຈ, ມີໄມຕີຈິດມິດຕະພາບ ແລະ ຕິດແທດຕົວຈິງ, ສອງຝ່າຍໄດ້ລົງເລິກແລກປ່ຽນຄວາມເຫັນຢ່າງເຕັມທີ່ກ່ຽວກັບສັນຍາລະຫວ່າງລັດຖະບານ ວ່າດ້ວຍການຈັດຕັ້ງປະຕິບັດວຽກງານກວດກາ"ປະຕູດຽວ, ຄັ້ງດຽວ" ຕາມເສັ້ນທາງລົດໄຟລາວ-ຈີນ ແລະ ໄດ້ກ້າວເຖິງຂັ້ນມີຄວາມເຫັນທີ່ເປັນເອກະພາບກັນໂດຍພື້ນຖານ. ສອງຝ່າຍເຫັນດີຖືເອົາຄວາມເຫັນທີ່ເປັນເອກະພາບກັນທີ່ສຳຄັນລະຫວ່າງຜູ້ນຳສອງປະເທດເປັນທິດຊີ້ນຳ, ຕັ້ງໜ້າຊຸກຍູ້ການເຊັນສັນຍາໂດຍໄວ ເພື່ອຊຸກຍູ້ການຍົກສູງຄຸນນະພາບ ແລະ ເພີ່ມປະສິດທິພາບຂອງເສັ້ນທາງລົດໄຟລາວ-ຈີນໃຫ້ສູງຂຶ້ນຕື່ມອີກ, ຊຸກຍູ້ການໄປມາຫາສູ່ດ້ານການຄ້າ ແລະ ປະຊາຊົນລະຫວ່າງສອງປະເທດ ແລະ ຊ່ວຍຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນຕື່ມອີກ.
2025年7月31日至8月1日,中老双方在老挝首都万象举行中老铁路“一地两检”政府间协议文本谈判。外交部边界与海洋事务司副司长赵立坚与老挝外交部国家边界委员会办公室主任阿努辛共同主持。两国外交、公安、海关、移民、铁路等部门和有关地方代表参加。
双方秉持坦诚、友好、务实的合作精神,就中老铁路“一地两检”政府间协议文本进行了充分深入沟通,并基本达成一致。双方同意以两国领导人重要共识为指引,积极推动尽快签署协议,进一步推动中老铁路提质增效,促进两国经贸和人员往来,助力中老命运共同体建设。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2025 —
08/07
16:36
— ແບ່ງປັນ —