ຄຸນມິງ! ອັນດັບໜຶ່ງຂອງໂລກ!

ມາຈາກ:ສະບາຍດີ

ວັນທີ 15 ກໍລະກົດນີ້,ກອງປະຊຸມແຈ້ງຂ່າວການທ່ອງທ່ຽວວັດທະນະທຳແຂວງຢຸນນານປີ 2025ໃນລະດູຮ້ອນດ້ວຍຫົວຂໍ້ວ່າ"ມີຊີວິດທີ່ເອີ້ນວ່າດຳລົງຊີວິດໃນຢຸນນານ·ລະດູຮ້ອນທີ່ເຢັນສະບາຍ ແລະ ເຫັດແຊບ"ໄດ້ຈັດຂຶ້ນຢູ່ບ້ານຊົນເຜົ່າຢຸນນານ.ຢຸນນານ,ດ້ວຍລະດູຮ້ອນທີ່ເຢັນສະບາຍ ແລະ ເຫັດທີ່ແຊບນົວ,ຂໍເຊີນນັກທ່ອງທ່ຽວຈາກທົ່ວທຸກມຸມໂລກມາພັກຮ້ອນ,ຮັບປະທານເຫັດ,ສະຫຼອງບຸນທວນໄຟ,ມ່ວນຊື່ນກັບຄວາມສະດວກສະບາຍຂອງແຂວງຢຸນນານ。

1

ໃນຈຳນວນ 3 ຕົວເມືອງຂອງຈີນທີ່ບໍ່ມີລະດູຮ້ອນ, ເມືອງຄຸນໝິງ, ລາຊາ ແລະ ຊີນິງ, ອຸນຫະພູມຢູ່ຄຸນໝິງແມ່ນສະບາຍທີ່ສຸດ

ເດືອນພຶດສະພາປີນີ້ ກົມອຸຕຸນິຍົມແຫ່ງຊາດຂອງຈີນໄດ້ປະກາດວ່າ ຈຳນວນເມືອງທີ່ເປັນແຫຼ່ງທ່ອງທ່ຽວພັກຜ່ອນແບບອຸຕຸນິຍົມສຳລັບລະດູຮ້ອນໃນທົ່ວປະເທດ ແຂວງຢຸນນານມີ 92 ເມືອງ,ຢືນຢູ່ອັນດັບໜຶ່ງຂອງປະເທດຈີນ.ນັບຕັ້ງແຕ່ລະດູຮ້ອນປີນີ້,ອຸນຫະພູມສະເລ່ຍໃນແຂວງຢຸນນານຢູ່ທີ່ 21.9 ອົງສາ,ຕ່ຳກວ່າຄ່າສະເລ່ຍຂອງປີກ່ອນ 0.2 ອົງສາ ແລະ ຕ່ຳກວ່າປີທີ່ຜ່ານມາ 0.6 ອົງສາ,ເຮັດໃຫ້ຢຸນນານມີອາກາດເຢັນສະບາຍກວ່າປີກ່ອນໆມາ.ໃນຈຳນວນນັ້ນ, ມີ 71 ເມືອງທີ່ມີລະດັບຄວາມສະບາຍຂອງຮ່າງກາຍຢູ່ໃນລະດັບສະບາຍ,ແລະ 55% ຂອງເມືອງໃນແຂວງທັງໝົດເປັນສະຖານທີ່ທີ່ເໝາະສົມສຳລັບການທ່ອງທ່ຽວພັກຜ່ອນໃນລະດູຮ້ອນ.

2

ອີງຕາມຂໍ້ມູນຈາກສະຖາບັນຄົ້ນຄວ້າທີ່ກ່ຽວຂ້ອງ,ໃນນບັນດາ 129 ເມືອງ (ນະຄອນ,ເມືອງ,ເຂດ)ຂອງແຂວງຢຸນນານ,ມີ 95 ເມືອງ(ນະຄອນ, ເມືອງ, ເຂດ)ທີ່ມີອຸນຫະພູມໃນລະດູຮ້ອນຢູ່ລະຫວ່າງ 19℃ ຫາ 24℃, ເຊິ່ງເປັນອຸນຫະພູມທີ່ສະບາຍທີ່ສຸດສຳລັບຮ່າງກາຍ. ໃນນັ້ນ, ເມືອງຕ່າງໆເຊັ່ນ ດາລີ, ລີ່ຈຽງ,ບາວຊານ,ເຖິງຊົງ,ຫຼິນຊາງ,ຢຸ້ຊີ,ຊູຊົງ,ວັນແຊນ,ຊຸຍຈິງ,ເຈົາໂທງ,ແລະກໍຈິ່ວລ້ວນແຕ່ເປັນສະຖານທີ່ສຳລັບພັກຜ່ອນທີ່ດີໃນລະດູຮ້ອນ.ໃນການຈັດອັນດັບສະຖານທີ່ພັກຜ່ອນໃນລະດູຮ້ອນທົ່ວໂລກ,ເມືອງຄຸນມິງຂອງແຂວງຢຸນນານ ຢືນຢູ່ອັນດັບທີ່ໜຶ່ງ,ນຳໜ້າເມືອງຊັງເປແຕຣັສບວກທີ່ເປັນສະຖານທີ່ພັກຜ່ອນທີ່ມີຊື່ສຽງຂອງຣັດເຊຍ.ໃນບັນດາສາມເມືອງທີ່ບໍ່ມີລະດູຮ້ອນໃນປະເທດຈີນ(ຄຸນມິງ, ລາຊາ, ແລະຊີນິງ),ເມືອງຄຸນມິງມີອຸນຫະພູມທີ່ສະບາຍທີ່ສຸດ.

3

ສະພາບອາກາດທີ່ເປັນເອກະລັກຂອງແຂວງຢຸນນານກຳລັງດຶງດູດນັກທ່ອງທ່ຽວຈາກທົ່ວໂລກມາພັກຜ່ອນຈາກຄວາມຮ້ອນ.ຕາມສະຖິຕິ,ໃນເດືອນມັງກອນ ຫາ ມິຖຸນາປີນີ້, ແຂວງຢຸນນານໄດ້ຮັບນັກທ່ອງທ່ຽວທັງໝົດ 371 ລ້ານເທື່ອຄົນ,ເພີ່ມຂຶ້ນ 10.8% ເມື່ອທຽບໃສ່ປີກາຍ;ມີລາຍຮັບລວມຈາກການທ່ອງທ່ຽວ 658.431 ຕື້ຢວນ,ເພີ່ມຂຶ້ນ 10.5%.ໃນນັ້ນ,14 ເຂດລວມການບໍລິໂພກດ້ານວັດທະນະທຳ ແລະ ການທ່ອງທ່ຽວລະດັບຊາດໃນຍາມກາງຄືນ ມີລາຍຮັບ 18.1 ຕື້ຢວນ,ເພີ່ມຂຶ້ນ 8%,ແລະ ໄດ້ຮັບນັກທ່ອງທ່ຽວເຂົ້າເມືອງທີ່ພັກຄ້າງຄືນ 2.5103 ລ້ານຄົນເທື່ອ, ເພີ່ມຂຶ້ນ 86%.

4

ໄລຍະເວລາພັກເຊົາສະເລ່ຍຕໍ່ຄົນແມ່ນ 91 ມື້.ນັກທ່ອງທ່ຽວທີ່ມາພັກເຊົາຢູ່ແຂວງຢຸນນານເພີ່ມຂຶ້ນ 45.4% ເມື່ອທຽບໃສ່ປີກາ

ໃນເຄິ່ງປີທຳອິດຂອງປີນີ້, ແຂວງຢຸນນານໄດ້ສົ່ງເສີມການພັດທະນາຈຸດເຕີບໂຕໃໝ່ເຊັ່ນ: ການທ່ອງທ່ຽວແບບພັກເຊົາ,ການທ່ອງທ່ຽວຍາມກາງຄືນ,ແລະການທ່ອງທ່ຽວເຂົ້າເມືອງ ຜ່ານການປະສົມປະສານອຸດສາຫະກຳຢ່າງມີນະວັດຕະກຳ,ພັດທະນາສະຖານະການບໍລິໂພກທາງດ້ານວັດທະນະທຳ ແລະ ການທ່ອງທ່ຽວໃໝ່ໃນຂະແໜງການທ່ອງທ່ຽວ,ວັດທະນະທຳ, ກະສິກຳ, ການຄ້າ,ກິລາ,ບັນເທິງ,ການຄົ້ນຄວ້າ,ແລະການສຶກສາ,ພ້ອມທັງສະຫຼຸບຮູບແບບການພັດທະນາການທ່ອງທ່ຽວແບບພັກເຊົາ 5 ຮູບແບບ, ແລະຄັດເລືອກ 30 ໂຄງການນຳຮ່ອງການພັດທະນາການທ່ອງທ່ຽວແບບພັກເຊົາທີ່ມີຄຸນນະພາບສູງ. “ການທ່ອງທ່ຽວແບບພັກເຊົາຢູ່ຢຸນນານ”ກຳລັງປ່ຽນແປງຮູບແບບການພັດທະນາການທ່ອງທ່ຽວຂອງຢຸນນານຢ່າງງຽບໆ.

5

ໃນເຄິ່ງປີທຳອິດ, ແຂວງຢຸນນານໄດ້ຮັບນັກທ່ອງທ່ຽວແບບພັກເຊົາທັງໝົດ 2.803 ລ້ານຄົນ,ເພີ່ມຂຶ້ນ 45.4% ເມື່ອທຽບໃສ່ປີກາຍ; ໄລຍະເວລາພັກເຊົາສະເລ່ຍຕໍ່ຄົນແມ່ນ 91 ມື້, ຍາວກວ່າປີ 2024 ທີ່ 11 ມື້;ກຸ່ມຊາວໜຸ່ມ ແລະ ຜູ້ໃຫຍ່ອາຍຸ 18 ຫາ 60 ປີ ຍັງຄົງເປັນກຸ່ມຫຼັກຂອງນັກທ່ອງທ່ຽວແບບພັກເຊົາທີ່ມາຢຸນນານ,ຄິດເປັນສັດສ່ວນ 83.6%;ນອກຈາກສາມພື້ນທີ່ໃກ້ຄຽງຄື ກຸ້ຍໂຈ,ສີຊວນ,ແລະ ຈົງຊິງ,ແຫຼ່ງນັກທ່ອງທ່ຽວ 3 ອັນດັບທຳອິດແມ່ນ ກວາງຕຸ້ງ,ເຈີ້ຈຽງ,ແລະ ເຮີລົງຈຽງ; ສະຖານທີ່ທີ່ມີຈຳນວນນັກທ່ອງທ່ຽວທີ່ຮັບ 3 ອັນດັບທຳອິດແມ່ນ ຄຸນມິງ,ສິບສອງພັນນາ, ແລະ ຊຸຍຈິງ,ແລະສະຖານທີ່ທີ່ມີອັດຕາການເຕີບໂຕຂອງຈຳນວນນັກທ່ອງທ່ຽວ 3 ອັນດັບທຳອິດແມ່ນ ຮົງເຮີ,ວັນເຊີນ, ແລະ ສິບສອງພັນນາ.

6

ໃນລະດູຮ້ອນປີນີ້,ເພື່ອຕອບສະໜອງຄວາມຕ້ອງການຂອງນັກທ່ອງທ່ຽວແບບພັກເຊົາດີກວ່າເກົ່າ,ແຂວງຢຸນນານໄດ້ເປີດຕົວເຂດພັກລະດູຮ້ອນໃນທິດຕະເວັນຕົກເໜືອຂອງຢຸນນານ, ເຂດພັກເຊົາລະດູຮ້ອນໃນສູນກາງຢຸນນານ,ເຂດພັກເຊົາລະດູຮ້ອນໃນທິດຕາເວັນອອກຂອງຢຸນນານ,ຂໍເຊີນບັນດານັກທ່ອງທ່ຽວກ້າວເຂົ້າສູ່ລີຈຽງ,ດາລີ,ບາວຊານໃນທິດຕະເວັນຕົກເໜືອຂອງຢຸນນານ,ເພີດເພີນກັບພູເຂົາຫິມະ,ພູເຂົາຊາງຊານ,ທະເລສາບ ເຮີໄຫແລະ ການບຳລຸງສຸຂະພາບດ້ວຍບໍ່ນ້ຳຮ້ອນ;ກ້າວເຂົ້າສູ່ຄຸນມິງ ແລະ ຢູ້ຊີໃນສູນກາງຢຸນນານ,ໃນລົມພັດເບົາຂອງທະເລສາບທີ່ພູພຽງ,ປະສົບການຄວາມຕື່ນເຕັ້ນກັບການຂີ່ລົມທະລຸຄື້ນ; ໃນເຂດພັກຮ້ອນແບບພັກເຊົາ 3 ແຫ່ງໃນທິດຕາເວັນອອກຂອງຢຸນນານ ຄື ເຈົ້າທົງ,ຊຸຍຈິງ ແລະ ວັນເຊີນ,ຮູ້ສຶກເຖິງວັດທະນະທໍາຂອງອູ່ມົງ,ດອກບົວ ແລະ ນ້ຳຕົກ ຈິວຫຼົງ ນຳມາເຊິ່ງຄວາມເຢັນເຊື້ອນ.ໄດ້ເປີດຕົວເສັ້ນທາງທ່ອງທ່ຽວຊອກຫາເຫັດ 4 ເສັ້ນ:ຊອກຫາລົດຊາດ “ເຫັດງາມຄຸນມິງ”, ຊອກຫາລົດຊາດ“ອານາຈັກເຫັດປ່າ”,ຊອກຫາລົດຊາດ“ເມືອງເກີດເຫັດຫວາຍ”,ຊອກຫາລົດຊາດ “ເລື່ອງມ່ວນຊື່ນຂອງເຫັດຢຸນນານ”,ເພີດເພີນກັບອາຫານອັນເລີດຂອງອານາຈັກເຫັດປ່າຢ່າງເຕັມອີ່ມ.ຂໍເຊີນບັນດານັກທ່ອງທ່ຽວກ້າວເຂົ້າສູ່ຢຸນນານ,ເຂົ້າຮ່ວມງານລ້ຽງໄຟອັນໃຫຍ່,ມາຊູ້ຊົງ, ດາລີ, ຮົງເຮີ, ຄຸນມີງ,ລີຈຽງ,ໃນລົມເຢັນເບົາໆ ມ່ວນກັບ“ບຸນທວນໄຟ”ໃຫ້ສະບາຍໃຈ.

7月15日,“有一种叫云南的生活·夏凉菌香”2025年夏季云南文旅主题新闻发布会在云南民族村举行。夏凉菌香的云南,诚邀全球游客来避暑、吃菌、过火把节,畅享云南的天赐“凉”机。

1

中国三个无夏城市昆明、拉萨、西宁,气温最舒适的是昆明

今年5月中国气象局发布的全国夏季避暑型气象康养资源县域数量,云南为92个,位居全国第一。今年夏季以来,云南省平均气温21.9℃,较常年同期偏低0.2℃,比去年同期偏低0.6℃,云南较往年更加凉爽舒适。其中有71个县区的人体舒适度在舒适等级内,全省55%的区县适宜避暑旅游。

2

据有关智库发布数据,作为全球最著名的避暑胜地,云南全省129个县(市、区)中,有95个县(市、区)拥有夏季气温19℃-24℃的清凉,是体感最舒适的气温,其中大理、丽江、保山、腾冲、临沧、玉溪、楚雄、文山、曲靖、昭通、个旧等县市区都是避暑好去处。全球避暑胜地排名中,云南昆明位列第一,排在俄罗斯著名的度假胜地圣彼得堡之前。中国的三个无夏城市(昆明、拉萨、西宁)中,气温最舒适的是昆明。

3

云南得天独厚的气候条件,正吸引着全球游客前来避暑。据统计,今年1—6月,全省共接待游客3.71亿人次,同比增长10.8%;实现旅游总花费6584.31亿元,同比增长10.5%。其中,14个国家级夜间文旅消费集聚区实现营收181亿元,同比增长8%,接待入境过夜游客251.03万人次,同比增长86%。

4

人均停留天数91天,来滇旅居游客同比增长45.4%

今年上半年,云南通过创新产业融合,培育旅居、夜游、入境游等新增长点,拓展旅、文、农、商、体、娱、研、教等文旅消费新场景,总结推出5种旅居发展模式,遴选30个旅居高质量发展试点。“旅居云南”正在悄然改变云南旅游发展格局。

5

上半年,全省接待旅居客人280.3万人,同比增长45.4%;人均停留天数91天,较2024年延长11天;18至60岁的中青年仍是来滇旅居的主力军,占比83.6%;除周边贵、川、渝三地外,排前3的客源地是广东、浙江和黑龙江;接待人数排前3的是昆明、西双版纳和曲靖,接待人数增速排前3的是红河、文山和西双版纳。

6

今年夏天,为更好满足旅居游客需求,云南推出滇西北避暑旅居地、滇中避暑旅居地、滇东方向避暑旅居地,诚邀广大游客走进滇西北的丽江、大理、保山,享受雪山冰川、风花雪月和温泉康养;走进滇中的昆明和玉溪,在高原湖泊的微风中,体验乘风破浪的惊喜;在滇东方向的昭通、曲靖和文山三个避暑旅居目的地,感受磅礴乌蒙、万亩荷花以及九龙瀑布带来的清凉。推出了寻味“菌俏昆明”、寻味“野生菌王国”、寻味“松茸之乡”、寻味“滇菌趣事”四条寻菌之旅,尽情享受野生菌王国的珍馐美味。诚邀广大游客走进云南,赴一场火的盛宴,到楚雄、大理、红河、昆明、丽江,在习习凉风中好好“火一把”。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2025

07/18

15:24

ແບ່ງປັນ

ແປ
翻译