ເປີດໃຫ້ບໍລິການໃນມື້ນີ້!ຊຽງຕູ⇌ບໍ່ຫານໃຊ້12ຊົ່ວໂມງໂດຍຂີ່ຂະບວນລົດໄຟໂດຍກົງ

ມາຈາກ:ສະບາຍດີ

364f9c3eb819893867d4d900a0298b4

ວັນທີ2ກໍລະກົດນີ້,ສະຖານີບໍ່ຫານຂອງດ່ານຊາຍແດນທາງລົດໄຟລາວ-ຈີນເປີດຂະບວນລົດໄຟຄວາມໄວສູງຖ້ຽວທຳອິດໄປສູ່ສະຖານີຊຽງຕູ່ໃຕ້.ຂະບວນລົດໄຟນີ້ໄດ້ອອກຈາກສະຖານີບໍ່ຫານໃນເວລາ9:25ໂມງເຊົ້າແລະແລ່ນເປັນເວລາ12ຊົ່ວໂມງໄດ້ມາຮອດສະຖານີຊຽງຕູ່ໃຕ້ໃນເວລາ21:27ໂມງແລງຂອງມື້ດຽວກັນ.

ວັນທີ3ກໍລະກົດນີ້,ນະຄອນຊຽງຕູ່ເປີດຂະບວນລົດໄຟຄວາມໄວສູງຖ້ຽວທຳອິດໄປສູ່ດ່ານທາງລົດໄຟເຂດຊາຍແດນລາວ-ຈີນ,ຂະລວນລົດໄຟຄວາມໄວສູງຂອງສະຖານີບໍ່ຫານໄດ້ແລ່ນອອກຈາກສະຖານີຊຽງຕູ່ໃຕ້ໃນເວລາ09:09ໂມງເຊົ້າແລະແລ່ນເປັນເວລາ12ຊົ່ວໂມງໄດ້ມາຮອດສະຖານີບໍ່ຫານໃນເວລາ21:37ໂມງແລງຂອງມື້ດຽວກັນ.

d9a6c6e0-e073-4e4b-8a6d-ed9c72107fb4

ຂະບວນລົດໄຟນີ້ແລ່ນໄດ້ມື້ລະເທື່ອ,ປີ້ບ່ອນນັ່ງຊັ້ນສອງຂາຍລາຄາ576ຢວນແລະປີ້ບ່ອນນັ່ງຊັ້ນໜຶ່ງຂາຍລາຄາ922ຢວນ,ບໍ່ມີບ່ອນນັ່ງທາງທຸລະກິດ.

7ec215dd0b4e5eda8c1579c795ef4dd

ຈາກເສັ້ນທາງປະຕິບັດການ,ຂະບວນລົດໄຟນີ້ອອກຈາກສະຖານີຊຽງຕູ່ໃຕ້,ໃຊ້ເສັ້ນທາງໃຫມ່ຊຽງຕູ່-ຄຸນມິງໄປສະຖານີຊີຊາງຕາເວັນຕົກແລະສະຖານີປັນຊິຮົວໃຕ້,ຫຼັງຈາກນັ້ນເຂົ້າສູ່ສະຖານີຢວນມູຕາເວັນຕົກ,ແລະຈາກນັ້ນຈະຜ່ານສະຖານີຄຸນມິງ,ສະຖານີຄຸນມິງໃຕ້,ສະຖານີຢູ້ສີ່,ສະຖານີປູເອີ,ສະຖານີສິບສອງພັນນາ,ແລະມາຮອດສະຖານີບໍ່ຫານ.

微信图片_20250702173655

ສໍາລັບການເດີນທາງກັບຄືນ,ລາຄາຂອງປີ້ລົດໄຟຈາກສະຖານີຊຽງຕູ່ໃຕ້ມາຮອດສະຖານີບໍ່ຫານແມ່ນລາຄາດຽວກັນ.ເວລາອອກເດີນທາງແມ່ນ9:25ໂມງຕອນເຊົ້າ,ມາຮອດສະຖານີຊຽງຕູ່ໃຕ້ໃນເວລາ21:27ໂມງຕອນແລງຂອງມື້ດຽວກັນ,ແລະການເດີນທາງທັງຫມົດໃຊ້ເວລາ12ຊົ່ວໂມງ2ນາທີ.

ຍັງສາມາດຊື້ປີ້ລົດໄຟດຽວກັນໂດຍຜ່ານ ງານແອັປ  LCR Ticket ຈອງປີ້ລົດໄຟຄວາມໄວສູງ ລາວ-ຈີນ ດ້ວຍຕົນເອງ.

ຕາມນັກຂ່າວໄດ້ໃຫ້ຮູ້ວ່າ:ຈາກວັນທີ4ກໍລະກົດນີ້ເປັນຕົ້ນມາ,ມີຂະບວນລົດໄຟ2ຖ້ຽວອອກເດີນທາງຈາກສະຖານີບໍ່ຫານເຂົ້າສູ່ປະເທດລາວໃນທຸກໆມື້.ຖ້ຽວທີ່ໜຶ່ງແມ່ນຂະບວນລົດໄຟD85ໄປຫຼວງພະບາງເວລາອອກເດີນທາງ10:19ໂມງ,ແລະຖ້ຽວທີ່ສອງແມ່ນຂະບວນລົດໄຟD87ໄປນະຄອນຫຼວງວຽງຈັນເວລາອອກເດີນທາງ13:23ໂມງ.ປັດຈຸບັນ,ປີ້ລົດໄຟໄປວຽງຈັນຈາກສະຖານີນີ້ໄດ້ຂາຍໝົດແລ້ວ.

ຫວ່າງມໍ່ໆນີ້,ນັກຂ່າວໄດ້ໂທຫາ12345ຂອງຕາແສງບໍ່ຫານແລະໄດ້ຮັບຮູ້ວ່າ:ດ່ານທາງລົດໄຟບໍ່ຫານຍັງບໍ່ທັນໄດ້ເລີ່ມດຳເນີນບໍລິການຍື່ນຂໍວີຊາເທື່ອ.ສະນັ້ນ,ຜູ້ໂດຍສານສາມາດຍື່ນຂໍວີຊາລ່ວງໜ້າກ່ອນອອກເດີນທາງເພື່ອຫຼີກລ່ຽງບໍ່ສາມາດຜ່ານດ່ານທີ່ຫຼັງຈາກມາຮອດດ່ານບໍ່ຫານ.

364f9c3eb819893867d4d900a0298b4

7月2日,中老铁路边境口岸磨憨站首开至成都南的动车组列车。该车于上午9时25分从磨憨站发车,运行12小时后,于当天21时27分抵达成都南站。

7月3日,成都首开至中老铁路边境口岸磨憨站的动车组列车。该车于9时09分从成都南站发车,运行12小时后,于当天21时37分抵达磨憨站。

d9a6c6e0-e073-4e4b-8a6d-ed9c72107fb4

该车每日开行一班,二等座票价为576元,一等座922元,无商务座席。

7ec215dd0b4e5eda8c1579c795ef4dd

从运行线路上看,该车从成都南站出发后,走新成昆线南下至西昌西、攀枝花南站后,引入元谋西站,后经昆明、昆明南、玉溪、普洱、西双版纳后,抵达磨憨站。

微信图片_20250702173655

返程方向,磨憨至成都南站列车票价与去程一致,发车时间为9时25分,抵达成都南站的时间为当天21时27分,全程历时12小时2分。

还可以通过老挝铁路互联网售票系统LCR Ticket APP购买相同班次的车票。

记者了解到,从7月4日起,磨憨站每日开行有2趟前往老挝的铁路,分别是10时19分发车前往琅勃拉邦的D85次列车,另一趟为13时23分开往万象的D87次列车。目前,该站前往万象的车票已销售一空。

近日,记者致电磨憨镇12345了解到,目前磨憨铁路口岸尚未开办签证业务,旅客出发前可提前办理好签证,避免到了口岸却无法办理出境的情况发生。

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2025

07/03

00:00

ແບ່ງປັນ

ແປ
翻译