ເມື່ອຄຸນມິງພົບກັບໄທເປ

ມາຈາກ:ສະບາຍດີ

"ໄທເປມີຖະຫນົນຄຸນມິງ"

"ຢູ່ນະຄອນຄຸນມິງມີຖະຫນົນໄທເປ"

1

ຄຸນມິງ ກັບ ໄທເປ

ຕັ້ງຢູ່ທີ່ເສັ້ນຂະຫນານເໜືອ 25 ອົງສາເຊັ່ນດຽວກັນ

ໄລຍະທາງກົງ 2000 ກວ່າກິໂລແມັດ

ຖະໜົນ"ຄູ່ແຝດ"ເຊື່ອມຕໍ່ມິດຕະພາບລະຫວ່າງສອງຝັ່ງຊ່ອງແຄບໄຕ້ຫວັນ

"ລົດຊາດຂອງໄຕ້ຫວັນແທ້"

2

"ຢູ່ໄທເປ, ເຮືອນຂອງຂ້ອຍຢູ່ຖະຫນົນຄຸນມິງ, ຢູ່ເມືອງຄຸນມິງ, ພວກເຮົາຕັ້ງບ້ານຢູ່ຖະຫນົນໄທເປ". 

ຖະໜົນໄທເປຕັ້ງຢູ່ໃຈກາງນະຄອນຄຸນມິງມີຄວາມຍາວ 138 ແມັດ

ເຈົ້າຂອງຮ້ານຂາຍເຄື່ອງທັງໝົດ 29 ຮ້ານແມ່ນມາຈາກແຂວງໄຕ້ຫວັນ

ໃນນັ້ນມີເຈົ້າຂອງຕະຫຼາດກາງຄືນຫຼາຍແຫ່ງຈາກຖະຫນົນຄຸນມິງ, ນະຄອນໄທເປ

ອາຫານວ່າງ ຫອຍນາງລົມທອດ, ໄສ້ກອກໃຫຍ່ຫໍ່ໄສ້ກອກນ້ອຍ, ວຸ້ນຫມາກໄມ້... 

ອາຫານວ່າງໄຕ້ຫວັນຫຼາຍສິບຊະນິດເຮັດໃຫ້ຜູ້ຮັບປະທານອາຫານອີ່ມຫນໍາສໍາລານ

3

ມີຄວາມໂຊກດີຈາກຫລາຍຮ້ອຍຄົນຢູ່ເຫນືອຫົວ

ຕີນຢູ່ບົນຖະຫນົນແຜ່ນຫີນສີຂຽວ

ໄປທ່ຽວຊົມຝາຜະຫນັງສີທີ່ມີລັກສະນະປະສົມປະສານອົງປະກອບຂອງຫມູ່ບ້ານ ຈ້ຽນ ຂອງໄຕ້ຫວັນ 

ເບິ່ງການພົວພັນຂ້າມທະເລລະຫວ່າງ"ເທບສິງໂຕລົມ"ຂອງໄຕ້ຫວັນແລະ"ແມວດິນເຜົາ"ຂອງຢຸນນານ

640 (2)

ຍ່າງຕາມຖະຫນົນໄທເປໃນນະຄອນຄຸນມິງ

ອາຫານການກິນ ແລະ ວັດທະນະທໍາຈະເຊື່ອມຕໍ່ກັນ

"ມາແລ້ວບໍ່ຢາກອອກໄປ"

ເຂດວັນຮວາເປັນບ່ອນທີ່ຖະຫນົນຄຸນມິງໃນໄທເປ,ໃນເມື່ອກ່ອນມີຊື່ວ່າ ເມືອງກາ

ຕະຫຼາດກາງຄືນ ເມືອງກາ ເຊິ່ງເຕົ້າໂຮມອາຫານວ່າງທີ່ແຊບຫຼາຍ, ແມ່ນຕະຫຼາດກາງຄືນເຄື່ອນທີ່ແຫ່ງທຳອິດໃນໄຕ້ຫວັນ

ຖະໜົນໄທເປໃນຄຸນມິງແມ່ນເຊື່ອມຕໍ່ຢ່າງໃກ້ຊິດກັບຖະໜົນ ນານຊຽງເປັນຖະໜົນອາຫານວ່າງທ້ອງຖິ່ນທີ່ຄຶກຄື້ນທີ່ສຸດ

ນັບຕັ້ງແຕ່ເປີດຖະຫນົນມາ ມີຜູ້ຄົນສະເລ່ຍມື້ລະຫລາຍກວ່າຫມື່ນຄົນ

ອາຫານຫວ່າງທີ່ມີຊື່ສຽງໃນອິນເຕີເນັດຈະຂາຍໝົດ

ແລະເຈົ້າຂອງຮ້ານຂາຍອາຫານຫວ່າງຕ້ອງຊື້ວັດຖຸດິບຈາກໄຕ້ຫວັນເຂົ້າມາເພິ່ມຢູ່ຫຼາຍຄັ້ງ

4

ສະພາບອາກາດແລະສະພາບແວດລ້ອມທາງທຸລະກິດທີ່ດີເລີດ

ເຮັດໃຫ້ພໍ່ຄ້າແມ່ຄ້າຈໍານວນຫຼວງຫຼາຍຢາກຢູ່ເຢັນເປັນສຸກຢູ່ນະຄອນຄຸນມິງ

ຖະໜົນໄທເປທີ່ບັນຈຸອາຫານແຊບໆຫຼາກຫຼາຍຊະນິດ

ຍັງເປັນເວທີໃຫ້ນັກທຸລະກິດ ແລະໄວໜຸ່ມຂອງໄຕ້ຫວັນເລີ່ມທຸລະກິດຂອງຕົນເອງ ແລະ ພັດທະນາທຸລະກິດຂອງເຂົາເຈົ້າ

"ສະໜິດສະໜົມເປັນປຶກແຜ່ນດຽວກັນ"

5

ໃນໄຕ້ຫວັນ,ມີຖະຫນົນຫົນທາງນັບບໍ່ຖ້ວນທີ່ຕັ້ງຊື່ຕາມສະຖານທີ່ໃນແຜ່ນດິນໃຫຍ່ຈີນ

ໃນແຜ່ນດິນໃຫຍ່ຈີນ,ຫຼາຍເມືອງມີຊື່ສະຖານທີ່ທີ່ມີຄວາມຫມາຍ"ເກາະໄຕ້ຫວັນ"

ຖະໜົນຫົນທາງ ແລະ ຊື່ສະຖານທີ່

ຊື່ຖະຫນົນ ສະທ້ອນແລະບັນທຶກ ເລື່ອງລາວທາງປະຫວັດສາດ ແລະວັດທະນະທຳ. 

ຄືກັນກັບຖະໜົນຄຸນມິງໃນໄທເປ ແລະ ຖະໜົນ ໄທເປ ໃນຄຸນມິງ

ຂ້າມການເວລາແລະພື້ນທີ່

ສ່ອງແສງເຖິງອາລົມຈິດທີ່ເຊື່ອມຕໍ່ກັນດ້ວຍສາຍເລືອດຂອງວັດທະນະທໍາຈີນ.

ບອກເລົ່າເລື່ອງລາວທີ່ມີຊີວິດຊີວາກ່ຽວກັບສອງຝັ່ງທະເລທີ່ມີຮາກເຫງົ້າດຽວກັນ

“台北有条昆明街”

“昆明有条台北街”

1

昆明与台北

同处于北纬25度

直线距离2000多公里

一对“孪生”街道串起两岸情谊

“地道台湾味”

2

“在台北,我家就在昆明街;在昆明,我们安家在台北街”

位于昆明市中心的台北街全长138米

29座商亭的摊主均来自台湾

其中包括来自台北昆明街的多位夜市摊主

蚵仔煎、大肠包小肠、水果爱玉……

几十种原汁原味的台湾小吃让食客大饱口福

3

头顶百家福

脚踩青石板路

打卡融合台湾眷村元素的特色彩绘墙

看台湾“风狮爷”和云南“瓦猫”跨海互动

640 (2)

漫步在昆明台北街

美食与文化将彼此相连

“来了就不想走”

台北昆明街所在的万华区,古称艋舺

聚集着众多美食小吃的艋舺夜市是台湾最早的流动夜市

昆明台北街与当地最热闹的小吃街南强街紧紧相连

开街以来日均万人客流

网红小吃时常售罄

小吃摊主多次从台湾补货进购食材

4

优越的气候与营商环境

让众多摊贩纷纷直言想在昆明扎根

承载着百味美食的台北街

也为台商台青提供了创业发展的平台

“一家亲”

5

在台湾,以大陆地名命名的街道数不胜数

在大陆,许多城市都有充满“宝岛味”的地名

街巷地名

是历史、文化的载体和见证

就像台北的昆明街和昆明的台北街

跨越时空

呼应着中华文化血脉相连的情感

讲述着两岸同根同源的生动故事


[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2025

07/01

16:08

ແບ່ງປັນ

ແປ
翻译