ປະລິມານການຂົນສົ່ງສິນຄ້າຜ່ານເສັ້ນທາງລົດໄຟລາວ-ຈີນ ບັນລຸ ຫລາຍກວ່າ 60 ລ້ານໂຕນ

ມາຈາກ:ສະບາຍດີ

1

ນັບແຕ່ເສັ້ນທາງລົດໄຟລາວ-ຈີນເປີດບໍລິການຢ່າງເປັນທາງການເປັນຕົ້ນມາ,ການຂົນສົ່ງສິນຄ້າມີທ່າອ່ຽງເຕີບໂຕຢ່າງແຂງແຮງ,ນັບມາຮອດ ວັນທີ 22 ພຶດສະພານີ້,ປະລິມານການຂົນສົ່ງສິນຄ້າບັນລຸຫລາຍກວ່າ 60 ລ້ານໂຕນ ແລະ ການຂົນສົ່ງສິນຄ້າ ຂ້າມຊາດ ບັນລຸ ຫລາຍກວ່າ 13,9 ລ້ານໂຕນ,ໄດ້ສະແດງໃຫ້ເຫັນຢ່າງຄົບຖ້ວນຄວາມສາມາດໃນການຂົນສົ່ງທີ່ເຂັ້ມແຂງ ແລະ ທ່າແຮງອັນໃຫຍ່ຫຼວງຂອງເສັ້ນທາງທອງແຫ່ງນີ້. 

2

ນັບແຕ່ຕົ້ນປີນີ້ເປັນຕົ້ນມາ,ທາງລົດໄຟລາວ-ຈີນມີປະລິມານການຂົນສົ່ງແລະຄວາມຕ້ອງການຂົນສົ່ງຢ່າງຫຼວງຫຼາຍ,ແຕ່ວັນທີ 1 ມັງກອນຫາວັນທີ 22 ພຶດສະພານີ້, ໄດ້ຂົນສົ່ງສິນຄ້າທັງໝົດ 9,9 ລ້ານໂຕນ, ໃນນັ້ນມີສິນຄ້າຂ້າມຊາດຫຼາຍກວ່າ 2,3 ລ້ານໂຕນ.ຜັກ ແລະໝາກໄມ້ຢູ່ເຂດພູມອາກາດອົບອຸ່ນທີ່ຜະລິດຈາກແຂວງຢຸນນານສປຈີນເຊັ່ນ:ຜັກ,ມັນຝຣັ່ງ ແລະ ໝາກແອັບເປິ້ນ ເປັນຕົ້ນ ໄດ້ຮັບຄວາມນິຍົມສູງຈາກປະຊາຊົນລາວ,ໄທ ແລະ ປະຊາຊົນໃນປະເທດອາຊີ ອາຄະເນ.ປະເພດ ແລະ ຈຳນວນການສົ່ງອອກສິນຄ້າມີທ່າອ່ຽງນັບມື້ນັບເພີ່ມຂຶ້ນ.

3

ເມື່ອຮອດລະດູການຂາຍໝາກທຸລຽນໃນເດືອນພຶດສະພາແລ້ວ,ໝາກໄມ້ເຂດຮ້ອນເຊັ່ນ:ໝາກທຸລຽນ ແລະ ໝາກມັງຄຸດຈາກໄທ,ມາເລເຊຍແລະລາວໄດ້ຂົນສົ່ງໄປຈີນຜ່ານທາງລົດໄຟລາວ-ຈີນ,ປະລິມານການຂົນສົ່ງໄດ້ບັນລຸລະດັບສູງໃໝ່,ດ້ວຍປະລິມານການຂົນສົ່ງໂດຍສະເລ່ຍໃນແຕ່ລະວັນແມ່ນ 2,000 ກວ່າໂຕນ.ປັດຈຸບັນ,ສິນຄ້າ ທີ່ຖືກຂົນສົ່ງຂ້າມຊາດມີຫລາຍກວ່າ 3,000 ຊະນິດ,ລວມທັງແຮ່ເຫຼັກ,ແປ້ງມັນຕົ້ນ,ຢາງພາລາ,ກ້ວຍຂອງລາວ,ໝາກທຸລຽນ,ໝາກມັງຄຸດ,ໝາກລຳໄຍຂອງໄທ,ແລະຜະລິດຕະພັນກົນຈັກ ແລະ ໄຟຟ້າ,ຜະລິດຕະພັນເຕັກໂນໂລຢີສູງແລະຫມາກໄມ້ແລະຜັກເຂດຮ້ອນ, ແລະອື່ນໆຂອງຈີນ. 

4

ນັບແຕ່ທາງລົດໄຟລາວ-ຈີນເປີດບໍລິການເປັນຕົ້ນມາ,ພາກສ່ວນລົດໄຟໄດ້ປະດິດສ້າງເສັ້ນທາງການຂົນສົ່ງສິນຄ້າຂ້າມຊາດຂະບວນລົດໄຟຂົນສົ່ງສິນຄ້າລະຫວ່າງປະເທດ“ສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”ຫຼາຍກວ່າ2,000 ຖ້ຽວ ແລະ ໄດ້ແລ່ນຂະບວນລົດໄຟຂົນສົ່ງສິນຄ້າລະຫວ່າງປະເທດ“ສາຍປັກກິ່ງ-ຢຸນນານ-ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”“ສາຍຊຽງໄຮ-ຢຸນນານ-ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ”,ເຊິ່ງໄດ້ເພີ່ມທະວີທາງເລືອກໃນການຂົນສົ່ງຢ່າງຫຼວງຫຼາຍ ແລະ ປັບປຸງປະສິດທິພາບການຂົນສົ່ງ.

5

ໂດຍສະເພາະແມ່ນຜະລິດຕະພັນສົດຈາກອາຊີຕາເວັນອອກສຽງໃຕ້ເຊັ່ນ:ໝາກທຸລຽນ ແລະໝາກມັງຄຸດເຂົ້າສູ່ຕະຫຼາດເປັນຈຳນວນຫຼວງຫຼາຍ,ໄດ້ນຳໃຊ້ຂະບວນລົດໄຟສົ່ງສິນຄ້າແງ່ເຢັນສາກົນຕາມທາງລົດໄຟລາວ-ຈີນລະຫວ່າງ"ສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ" ເຂົ້າເມືອງຢ່າງວ່ອງໄວ,ເຮັດໃຫ້ເວລາຂົນສົ່ງສັ້ນລົງຫຼາຍເມື່ອທຽບໃສ່ການຂົນສົ່ງແບບດັ້ງເດີມ,ຊຸກຍູ້ການພັດທະນາການຮ່ວມມືດ້ານເສດຖະກິດການຄ້າຂອງພາກພື້ນ.

7

ຕໍ່ໄປ,ທາງລົດໄຟລາວ-ຈີນຈະເປີດກວ້າງຄວາມໄດ້ປຽບທີ່ເປັນເອກະລັກສະເພາະຂອງເສັ້ນທາງທອງ,ລົງເລິກການປະຕິຮູບໂຄງປະກອບດ້ານການສະໜອງການຂົນສົ່ງ,ຂະຫຍາຍຮູບແບບທຸລະກິດໃໝ່ເຊັ່ນ:ການຂົນສົ່ງຕ່ອງໂສ້ເຢັນແລະອີຄອມເມີຊຂ້າມຊາຍແດນ,ຊຸກຍູ້ການເຊື່ອມໂຍງຢ່າງເລິກເຊິ່ງຂອງ"ທາງລົດໄຟ+ສວນສາທາລະນະແລະອຸດສາຫະກຳ".

1

中老铁路自开通以来货物运输呈现强劲增长态势,截至5月22日,货物运输总量正式突破6000万吨大关,跨境运输货物超1390万吨,充分彰显了这条黄金线路的强劲运力和巨大潜力。

2

今年以来,中老铁路货运繁忙,运输需求旺盛,1月1日至5月22日已累计运输货物超990万吨,其中跨境货物超230万吨。产自云南的蔬菜、土豆、苹果等温带果蔬深受老挝、泰国等东南亚国家民众青睐,出口品类和数量呈现日趋增长的良好态势。

3

随着5月榴莲旺季的到来,来自泰国、马来西亚、老挝多国的榴莲、山竹等热带水果通过中老铁路运往国内,运输量屡创新高,日均运输量超2000吨。目前,中老铁路跨境运输商品种类也拓展到3000余种,涵盖了老挝的铁矿石、木薯粉、橡胶、香蕉,泰国的榴莲、山竹、龙眼,以及中国的机电产品、高新技术产品和温带果蔬等。

4

依托中老铁路,铁路部门创新打造了“澜湄快线”国际货物列车等跨境货物运输产品,累计开行“澜湄快线”国际货物列车已超过2000列,并推出了“京滇•澜湄线”“沪滇•澜湄线”等国际货运班列产品,极大地丰富了运输选择,提高了运输效率。

5

特别是随着东南亚榴莲、山竹等生鲜产品的大量上市,中老铁路通过“澜湄快线”冷链专列快速入境,运输时效较传统运输方式大幅压缩,极大地促进了区域经贸合作的发展。

7

下一步,中老铁路将进一步拓展黄金线路的独特优势,深化运输供给侧结构性改革,拓展冷链物流、跨境电商等新业态,推动“铁路+园区+产业”深度融合。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2025

05/30

09:56

ແບ່ງປັນ

ແປ
翻译