ນັບແຕ່ເດືອນພຶດສະພາເປັນຕົ້ນມາ ປະລິມານການຂົນສົ່ງໝາກໄມ້ໂດຍສະເລ່ຍຕໍ່ມື້ຕາມທາງລົດໄຟລາວ-ຈີນໄດ້ລື່ນກາຍ 2,000 ໂຕນ

ມາຈາກ:ສະບາຍດີ

3

ຮູບພາບສະຫນອງໃຫ້ໂດຍກຸ່ມບໍລິສັດທາງລົດໄຟຈີນຈຳກັດສາຂາຄຸນມິງ

ນັກຂ່າວໄດ້ຮັບຂໍ້ມູນຈາກກຸ່ມບໍລິສັດທາງລົດໄຟຈີນຈຳກັດສາຂາຄຸນມິງວ່າ,ດ້ວຍການມາຮອດລະດູການຂາຍໝາກທຸລຽນໃນເດືອນພຶດສະພານີ້,ປະລິມານການຂົນສົ່ງໝາກທຸລຽນ,ໝາກມັງຄຸດ ແລະ ໝາກໄມ້ເຂດຮ້ອນອື່ນໆຈາກໄທ,ມາເລເຊຍ,ລາວໄດ້ບັນລຸລະດັບສູງໃໝ່,ໂດຍສະເລ່ຍປະລິມານການຂົນສົ່ງຕໍ່ມື້ເກີນ 2,000 ໂຕນ.ພຽງແຕ່ໃນກາງເດືອນເມສາຫາຕົ້ນເດືອນພຶດສະພາ,ປະລິມານຫມາກໄມ້ທັງຫມົດທີ່ຂົນສົ່ງຜ່ານທາງລົດໄຟລາວ-ຈີນມີຫຼາຍກວ່າ 20,000 ໂຕນ. 

5

ຮູບພາບສະຫນອງໃຫ້ໂດຍກຸ່ມບໍລິສັດທາງລົດໄຟຈີນຈຳກັດສາຂາຄຸນມິງ

ເວລາ 6:30 ໂມງຂອງວັນທີ 13 ພຶດສະພານີ້,ຂະບວນລົດໄຟຂົນສົ່ງສິນຄ້າສາກົນຕາມທາງລົດໄຟລາວ-ຈີນທີ່ບັນທຸກໝາກໄມ້ເຂດຮ້ອນ 797 ໂຕນໄດ້ໄປຮອດສູນກາງຂົນສົ່ງຕູ້ຄອນເທນເນີຫວັງເຈຍອິງຊີຢູ່ນະຄອນຄຸນມິງແຂວງຢຸນນານຢ່າງສຳເລັດຜົນ.ຂະນະດຽວກັນ,ຂະບວນລົດໄຟອີກຖ້ຽວໜຶ່ງທີ່ບັນທຸກໝາກທຸລຽນ,ໝາກມັງຄຸດມີ 70,9 ໂຕນຈາກລາວ, ໄທແລະສະຖານທີ່ອື່ນໆກໍ່ໄດ້ໄປຮອດສະຖານີບ້ານຈົງຢີ້ນະຄອນຄຸນມິງຜ່ານທາງລົດໄຟລາວ-ຈີນ.

3

中国铁路昆明局集团有限公司 供图

记者从中国铁路昆明局集团有限公司获悉,随着5月榴莲旺季的到来,来自泰国、马来西亚、老挝多国的榴莲以及山竹等热带水果运输量屡创新高,日均运输量超2000吨。仅4月中旬至5月初,通过中老铁路运输的水果总量就超过20000吨。

5

中国铁路昆明局集团有限公司 供图

5月13日6时30分,一列载有797吨热带水果的中老铁路国际货运列车顺利抵达云南省昆明市王家营西站。与此同时,另外一列载有70.9吨来自老挝、泰国等地榴莲、山竹货物的列车,也经中老铁路运输抵达昆明市中谊村站。(云南网 记者夏方海)

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Yang Yan]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2025

05/15

17:35

ແບ່ງປັນ

ແປ
翻译