ລົດໄຟຂົນສົ່ງສິນຄ້າລະຫວ່າງປະເທດ "ທ່າເຮືອແຜ່ນດິນຄຸນໝິງ" ຂອງທາງລົດໄຟຈີນ-ລາວ-ໄທ ຈາກຄຸນໝິງ-ອານນິງ ຫາ ເມືອງລະນອງ ປະເທດໄທ ໄດ້ເປີດຕົວຄັ້ງທຳອິດ

ມາຈາກ:ສະບາຍດີ

959ee05835e8c044adf8bbd3dcc1ad5

(ສະບາຍດີ ນັກຂ່າວໂລລາ)ວັນທີ 19 ພະຈິກນີ້, ງານວາງສະແດງລົດໄຟຂົນສົ່ງສິນຄ້າຫຼາຍແບບ "ທ່າກຳປັ່ນຄຸນມິງ" ຂອງທາງລົດໄຟຈີນ-ລາວ-ໄທຈາກນະຄອນອານນິງ,ນະຄອນຄຸນມິງ ສປ ຈີນ ຫາ ນະຄອນຢາງກຸ້ງຂອງໄທໄດ້ຈັດຂຶ້ນຢູ່ສະຖານີບ້ານເຖົາຮົວນະຄອນອານນິງ.

"ທ່າກຳປັ່ນຄຸນໝິງ" 35 ຖ້ຽວທີ່ບັນຈຸຝຸ່ນເຄມີ,ອຸປະກອນການຫຸ້ມຫໍ່ ແລະ ຜະລິດຕະພັນອຸດສາຫະກໍາອື່ນໆ "ຜະລິດໂດຍນະຄອນອ່ານນິງ"ໄດ້ ແລ່ນອອກທ່າກຳປັ່ນຂົນສົ່ງສິນຄ້າທາງບົກ-ທະເລສາກົນ ຄຸນມິງ ສປ ຈີນ ສາຂາທ່າກຳປັ່ນເໜືອນ ອ່ານນິງ,ສິນຄ້າດັ່ງກ່າວຈະຖືກສົ່ງໄປຫຼວງພະບາງປະເທດລາວ ແລະ ບາງກອກປະເທດໄທ ຜ່ານທາງລົດໄຟຈີນ-ລາວ-ໄທ, ແລະ ສຸດທ້າຍຈະໄປເຖິງ ດາຣະລອງ(ໄທ) ໂດຍການຂົນສົ່ງທາງຫຼວງ .

ພ້ອມດ່ຽວກັນນັ້ນ, ລົດໄຟຂົນສົ່ງສິນຄ້າທີ່ບັນຈຸໝາກໄມ້ຂອງໄທຍັງໄດ້ແລ່ນອອກ ຣະລອງຂອງໄທຜ່ານນະຄອນຫຼວງວຽງຈັນຂອງລາວ ແລະ ຈະມາຮອດເມືອງອ່າງນິງ ໃນວັນທີ 20 ພະຈິກນີ້. ເຊິ່ງນີ້ເປັນຂີດໝາຍທີ່ທ່າກຳປັ່ນຂົນສົ່ງສິນຄ້າທາງບົກ-ທະເລສາກົນ ຄຸນມິງ ສປ ຈີນໄດ້ເຊື່ອມຕໍ່ມຽນມາ, ອິນເດຍ, ບັງກະລາເທດ, ສີລັງກາ ແລະ ປະເທດອື່ນໆໂດຍຜ່ານທາງລົດໄຟຈີນ-ລາວ-ໄທ,ທາງຫຼວງ ແລະ ທ່າກຳປັ່ນທາງບົກ-ທະເລ,ເຊິ່ງໄດ້ຊຸກຍູ້ການເຊື່ອມຈອດ, ແລກປ່ຽນຢ່າງຮອບດ້ານ, ແລະ ການຮ່ວມມືຢ່າງເລິກເຊິ່ງລະຫວ່າງ ນະຄອນອານປິງ ນະຄອນຄຸນມິງ ກັບບັນດາປະເທດລຽບຕາມເສັ້ນທາງຄົມມະນາຄົມຂົນສົ່ງ, ເຊື່ອມໂຍງຢ່າງເລິກເຊິ່ງເຂົ້າໃນການຮ່ວມມືກໍ່ສ້າງຂໍ້ລິເລີ່ມ "ໜຶ່ງແລວໜຶ່ງເສັ້ນທາງ" ເພື່ອບັນລຸໄດ້ຮັບຜົນປະໂຫຍດທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ.

959ee05835e8c044adf8bbd3dcc1ad5

11月19日,中老泰铁路“昆明陆港号”昆明安宁至泰国拉廊多式联运货运列车开行首发仪式在安宁桃花村站举行。

“昆明陆港号”35车“安宁制造”的化肥、包装材料等工业产品,从中国昆明国际陆港安宁北港出发,经中老泰铁路将货物沿途送达老挝琅勃拉邦、泰国曼谷,并通过公路运输最终到达拉廊。

与此同时,满载泰国特色水果的货运列车也已经从泰国拉廊出发,经老挝万象,将于11月20日到达安宁。这标志着中国昆明国际陆港通过中老泰铁路、公路、海港运输联通缅甸、印度、孟加拉国、斯里兰卡等国家,在更大范围畅通经济循环,推动昆明安宁与运输沿线国家互联互通,全方位交流,深层次合作,深度融入共建“一带一路”,携手互利共赢。

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:wen liron]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2024

12/09

14:45

ແບ່ງປັນ

ແປ
翻译