ທາງລົດໄຟລາວ-ຈີນ ສະຖານີຫຼວງພະບາງໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 1 ລ້ານເທື່ອຄົນໃນປີນີ້

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວໂລລາ)ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ເປີດເຜີຍໃນວັນທີ 10 ພະຈິກນີ້ວ່າ: ມາຮອດວັນທີ 9 ພະຈິກນີ້, ທາງລົດໄຟລາວ-ຈີນ ສະຖານີຫຼວງພະບາງໄດ້ຂົນສົ່ງຜູ້ໂດຍສານ1 ລ້ານກວ່າຄົນ ,ເພີ່ມຂຶ້ນ 51% ເມື່ອທຽບໃສ່ປີກາຍ ແລະ ຈໍານວນຂົນສົ່ງຜູ້ໂດຍສານ ສູງສຸດແມ່ນເກືອບ 6,000 ເທື່ອຄົນ ໃນມື້ດຽວ.

ຕາມເຂົ້າໃຈວ່າ: ປີນີ້, ທາງລົດໄຟລາວ-ຈີນ ໄດ້ເປີດຂະບວນລົດໄຟໂດຍສານສາກົນອີກ 2 ຖ້ຽວ ລະຫວ່າງ 2 ເມືອງທ່ອງທ່ຽວທີ່ມີຊື່ສຽງ ເຊັ່ງ: ກິ່ງແຂວງ ສິບສອງພັນນາ  ສປ ຈີນ ແລະ ແຂວງຫຼວງພະບາງ ສປປ ລາວ.ນັບແຕ່ການເປີດທາງລົດໄຟລາວ-ຈີນ ເປັນຕົ້ນມາ, ມີຜູ້ໂດຍສານເພີ່ມຂຶ້ນ, ລົດເມໂດຍສານລ້ານຊ້າງໄດ້ເພີ່ມຂຶ້ນຈາກ 20 ຖ້ຽວ ຕົ້ນ ເປັນ 50 ຖ້ຽວໃນປີນີ້ ແລະ ຈະເພີ່ມລົດໂດຍສານຕື່ມອີກ 10 ຖ້ຽວໃນຊ່ວງວັນບຸນ.

ຕາມສະຖິຕິຂອງກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວລາວ ສະແດງໃຫ້ເຫັນວ່າ: ມີຜູ້ໂດຍສານ 85% ເລືອກຂີ່ລົດໄຟໃນການເດີນທາງຈາກວຽງຈັນໄປຫຼວງພະບາງລາວ,ຍ້ອນມີເສັ້ນທາງລົດໄຟລາວ-ຈີນນີ້ແລ້ວ, ການທ່ອງທ່ຽວຂ້າມຊາຍແດນໄດ້ກາຍເປັນຄວາມນິຍົມຊົມຊອບອັນໃໝ່.

老中铁路有限公司11月10日发布,截至11月9日,中老铁路琅勃拉邦站今年以来累计发送旅客突破100万人次,同比增加51%,单日发送旅客最高近6000人次。

据了解,中老铁路今年相继在中国西双版纳至老挝琅勃拉邦两大著名旅游城市间增开国际旅客列车2列。中老铁路开通以来,随着旅客增长,澜沧号公共汽车数量从最初的20辆增加到今年的50辆,节假日再增加10辆。

老挝新闻文化和旅游部统计数据显示,从老挝万象前往琅勃拉邦的乘客中,有85%选择乘坐火车,跨境旅游也因中老铁路热络起来。

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:wen liron]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2024

11/11

10:45

ແບ່ງປັນ

ແປ
翻译