ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວໂລລາ)ວັນທີ 6 ພະຈິກນີ້, ນັກຂ່າວຕາມຂໍ້ມູນຈາກກຸ່ມບໍລິສັດທາງລົດໄຟຈີນຈຳກັດສາຂາຄຸນມິງວ່າ(ຕໍ່ໄປນີ້ເອີ້ນວ່າ"ກຸ່ມບໍລິສັດທາງລົດໄຟຄຸນມິງ"), ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ປະລິມານການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າຂອງທາງລົດໄຟລາວ-ຈີນໄດ້ສະແດງໃຫ້ເຫັນທ່າອ່ຽງເຕີບໂຕຢ່າງແຂງແຮງ.ແຕ່ວັນທີ 1 ມັງກອນ ຫາ ວັນທີ 31 ຕຸລານີ້, ທາງລົດໄຟລາວ-ຈີນໄດ້ຂົນສົ່ງຜູ້ໂດຍສານ 16 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າ 16 ລ້ານກວ່າໂຕນ, ໃນນັ້ນ ມີສິນຄ້າຂ້າມແດນ 4 ລ້ານກວ່າໂຕນ.
ນັບແຕ່ໄດ້ເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນນີ້ເປັນຕົ້ນມາ, ມາຮອດວັນທີ 3 ພະຈິກນີ້, ໄດ້ເປີດຂະບວນລົດໄຟໂດຍສານ 60,000 ກວ່າຖ້ຽວ,ຂົນສົ່ງຜູ້ໂດຍສານ 41,7 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າ 46,7 ລ້ານໂຕນ.ຕົວເລກດັ່ງກ່າວບໍ່ພຽງແຕ່ສະແດງໃຫ້ເຫັນຄວາມສາມາດດ້ານຄົມມະນາຄົມຂອງເສັ້ນທາງລົດໄຟລາວ-ຈີນເທົ່ານັ້ນ, ແຕ່ຍັງສະແດງໃຫ້ເຫັນເຖິງປະສິດທິຜົນທີ່ພົ້ນເດັ່ນໃນການຊຸກຍູ້ເຊື່ອມໂຍງພາກພື້ນເຂົ້າກັນ ແລະ ດ້ານການພົບປະແລກປ່ຽນປະຊາຊົນອີກດ້ວຍ.
ກ່ຽວກັບການຂົນສົ່ງຜູ້ໂດຍສານ.ວັນທີ 2 ພະຈິກນີ້, ກຸ່ມນັກທ່ອງທ່ຽວທີ່ປະກອບດ້ວຍນັກທ່ອງທ່ຽວ 100 ກວ່າຖ້ຽວໄດ້ອອກຈາກປັກກິ່ງ ແລະ ຂຶ້ນລົດໄຟໂດຍສານສາກົນຕາມທາງລົດໄຟລາວ-ຈີນໃນນະຄອນຄຸນມິງ, ເລີ່ມດຳເນີນການເດີນທາງທີ່ດີເລີດສຳລັບຂ້າມຊາຍແດນແຫ່ງຊາດ. ກຸ່ມນັກທ່ອງທ່ຽວບໍ່ພຽງແຕ່ໄດ້ໄປທ່ຽວຊົມສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈຂອງແຂວງຫຼວງພະບາງ, ເມືອງວັງວຽງ, ນະຄອນຫຼວງວຽງຈັນ ແລະ ສະຖານທີ່ອື່ນໆໃນລາວເທົ່ານັ້ນ, ແຕ່ຍັງໄດ້ໄປທ່ຽວຊົມທິວທັດທຳມະຊາດພາຍໃນປະເທດຈີນ ເຊັ່ນ: ກິ່ງແຂວງສິບສອງພັນນາ ແລະ ເມືອງປູເຍີ ອີກດ້ວຍ. ໃນເວລາເດີນທາງກັບເມືອທັງໝົດແມ່ນ 9 ຄືນ 10 ວັນ , ສະແດງໃຫ້ເຫັນຢ່າງເຕັມສ່ວນຄວາມສາມາດທາງດ້ານການຮ່ວມມື ແລະ ການທ່ອງທ່ຽວລະຫວ່າງສອງປະເທດລາວ-ຈີນ.
ກ່ຽວກັບການຂົນສົ່ງ.ວັນທີ 14 ຕຸລານີ້, ຂະບວນລົດໄຟສາກົນ"ປັກກິ່ງ-ຢຸນນານ-ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ"ຕາມທາງລົດໄຟລາວ-ຈີນ ໄດ້ເລີ່ມດຳເນີນຢ່າງເປັນທາງການ, ໄດ້ຂົນສົ່ງໝາກກ້ວຍຂອງລາວ 390 ໂຕນຂາຍຢູ່ປັກກິ່ງໂດຍເສັ້ນທາງລົດໄຟລາວ-ຈີນ, ໄດ້ປະຢັດເວລາ 4 ວັນເມື່ອທຽບໃສ່ການຂົນສົ່ງທາງບົກ ແລະ ຫຼຸດຜ່ອນຄ່າຂົນສົ່ງ 6%. ນອກຈາກນັ້ນ, ທາງລົດໄຟລາວ-ຈີນ ຍັງໄດ້ສຳເລັດການເປີດຂະບວນລົດໄຟຂົນສົ່ງສິນຄ້າລະຫວ່າງປະເທດເຊັ່ນ: ສາຍ"ຊຽງໄຮ-ຢຸນນານ-ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ", ສາຍ"ກວາງຕຸ້ງ-ຢຸນນານ-ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ", ສາຍ "ຫູໜານ-ຢຸນນານ-ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ" ແລະ ອື່ນໆ, ໂດຍກວມເອົາປັກກິ່ງ, ຊຽງໄຮ, ກວາງຕຸ້ງ, ຫູໜານ, ຢຸນນານ, ແຂວງ ແລະ ນະຄອນອື່ນໆຂອງຈີນ, ເຊິ່ງໄດ້ການສະໜັບສະໜູນຢ່າງແຂງແຮງເພື່ອຄວາມຈະເລີນຮຸ່ງເຮືອງດ້ານການຄ້າໃນພາກພື້ນ.
ຕາມຂ່າວໃຫ້ຮູ້ວ່າ: ມາຮອດທ້າຍເດືອນຕຸລາປີນີ້, ທາງລົດໄຟລາວ-ຈີນ ໄດ້ຂົນສົ່ງໝາກໄມ້ເຂດຮ້ອນ ເຊັ່ນ: ໝາກທຸລຽມ ແລະ ໝາກມ່ວງຄຸດ 150,000 ໂຕນ, ສົ່ງອອກ ໝາກອະງຸ່ນ , ຜັກ ແລະ ອື່ນໆ ປະມານ 80,000 ໂຕນ, ຜັກ ແລະ ໝາກໄມ້ກວມເອົາ 6% ຂອງຍອດມູນຄ່າການນຳເຂົ້າ-ສົ່ງອອກຂອງທາງລົດໄຟລາວ-ຈີນ, ເພີ່ມຂຶ້ນ 140.000 ໂຕນຕໍ່ປີ ເມື່ອທຽບໃສ່ໄລຍະດຽວກັນ, ເພີ່ມຂຶ້ນ 173%. ສິນຄ້ານຳເຂົ້າຕົ້ນຕໍແມ່ນ ແປ້ງມັນຕົ້ນ, ໝາກໄມ້ເຂດຮ້ອນ ແລະ ອື່ນໆ, ສິນຄ້າສົ່ງອອກຕົ້ນຕໍແມ່ນ ປຸ໋ຍເຄມີ, ຜະລິດຕະພັນເຫຼັກກ້າ, ສິນຄ້າປະສົມ, ຜັກ-ໝາກໄມ້ ແລະ ອື່ນໆ. ຂໍ້ມູນດັ່ງກ່າວໄດ້ສະແດງໃຫ້ເຫັນຢ່າງເຕັມສ່ວນເຖິງບົດບາດສຳຄັນຂອງເສັ້ນທາງລົດໄຟລາວ-ຈີນໃນການຊຸກຍູ້ການຄ້າ ແລະ ການພັດທະນາເສດຖະກິດຂອງພາກພື້ນ.
11月6日,记者从中国铁路昆明局集团有限公司(以下简称“国铁昆明局”)获悉,今年以来,中老铁路客货运输呈现出强劲的增长态势,从1月1日至10月31日,中老铁路共发送旅客超过1600万人次,运输货物超过1600万吨,其中跨境货物达400万吨以上。
中老铁路自开通运营以来,截至11月3日,累计开行旅客列车超过6万列,发送旅客达4170万人次,运输货物4670万吨,跨境货物量达到1070万吨。这些数字不仅彰显中老铁路的运输能力,更体现其在促进区域互联互通和人文交流方面的显著成效。
关于客运方面,11月2日,一个由100多名游客组成的旅行团从北京出发,在昆明搭乘中老铁路国际旅客列车,开启一场跨越国界的精彩旅程。他们不仅深度游览老挝琅勃拉邦、万荣、万象等地的名胜古迹,还将在归国途中探访西双版纳、普洱等国内自然风光,整个行程共9晚10天,充分展示中老两国在旅游合作方面的无限潜力。
关于货运方面,10月14日,“京滇·澜湄线”国际货运列车正式开通运营,390吨老挝香蕉搭乘中老铁路销往北京,比以往陆运节省4天时间,运输成本降低6%。此外,中老铁路还成功推出“沪滇·澜湄线”“粤滇·澜湄线”“湘滇·澜湄线”等国际货运班列,覆盖了北京、上海、广东、湖南、云南等省市,为区域贸易的繁荣提供有力支撑。
据悉,截至今年10月底,中老铁路已实现进口榴莲、山竹等热带水果运输15万吨,出口葡萄、蔬菜等果蔬8万吨,进出口果蔬运量占中老铁路进出口总量的6%,同比增加14万吨,增幅达到173%。进口货物主要为木薯粉、热带水果等,出口货物主要为化肥、钢材、混装货物、果蔬等。数据充分展示了中老铁路在促进区域贸易繁荣和经济发展方面的重要作用。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2024 —
11/08
17:47
— ແບ່ງປັນ —