ເສັ້ນທາງລົດໄຟລາວ-ຈີນ ຕອນຢູ່ປະເທດລາວ ໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 3 ລ້ານເທື່ອຄົນໃນປີນີ້

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວໂລລາ)ນັກຂ່າວໄດ້ຮັບຂໍ້ມູນຈາກບໍລິສັດທາງລົດໄຟລາວ-ຈີນຈຳກັດແຈ້ງໃຫ້ຮູ້ວ່າ: ນັບມາຮອດວັນທີ 4 ພະຈິກນີ້, ເສັ້ນທາງລົດໄຟລາວ-ຈີນຕອນຢູ່ປະເທດລາວ ໄດ້ໃຫ້ບໍລິການຂົນສົ່ງຜູ້ໂດຍສານຫຼາຍກວ່າ 3 ລ້ານເທື່ອຄົນໃນປີນີ້ ເຊິ່ງໄດ້ສຳເລັດເປົ້າໝາຍການຂົນສົ່ງຜູ້ໂດຍສານປະຈຳປີກ່ອນກຳນົດ.

ອີງຕາມຂໍ້ມູນສະແດງໃຫ້ເຫັນວ່າ: ນັບມາຮອດວັນທີ 4 ພະຈິກນີ້, ຈຳນວນການຂົນສົ່ງຜູ້ໂດຍສານຕາມເສັ້ນທາງລົດໄຟລາວ-ຈີນຕອນຢູ່ປະເທດລາວ ໄດ້ເພີ່ມຂຶ້ນ 44,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃນນັ້ນ, ຂະບວນລົດໄຟຂົນສົ່ງຜູ້ໂດຍສານສາກົນໄດ້ຂົນສົ່ງຜູ້ໂດຍສານຈຳນວນ 108,200 ເທື່ອຄົນ, ເພີ່ມຂຶ້ນຫຼາຍກວ່າໄລຍະດຽວກັນຂອງປີກາຍ 165,8%, ຜູ້ໂດຍສານແມ່ນມາຈາກ 101 ປະເທດ ແລະ ເຂດແຄວ້ນ.

ອີງຕາມບໍລິສັດທາງລົດໄຟລາວ-ຈີນຈຳກັດແນະນຳໃຫ້ຮູ້ວ່າ: ຈຳນວນການຂົນສົ່ງຜູ້ໂດຍສານຕາມເສັ້ນທາງລົດໄຟລາວ-ຈີນຕອນຢູ່ປະເທດລາວ ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍແມ່ນຍ້ອນໄດ້ຮັບຜົນປະໂຫຍດຈາກເສດຖະກິດລາວຟື້ນຕົວຄືນໃໝ່, ລາວເປັນປະເທດປະທານໝູນວຽນຂອງອາຊຽນ ແລະ ການເປີດປີທ່ອງທ່ຽວລາວ ພ້ອມທັງການປະຕິບັດນະໂຍບາຍຍົກເວັ້ນວີຊາໃຫ້ກຸ່ມນັກທ່ອງທ່ຽວຈີນ ແລະ ສາເຫດອື່ນໆ.

记者日前从老中铁路有限公司获悉,截至11月4日,中老铁路老挝段累计发送旅客300万人次,提前完成全年客运任务目标。

数据显示,截至4日,中老铁路老挝段发送旅客数量较去年同期增长44.4%,其中国际旅客列车发送10.82万人次,同比增长165.8%,旅客分别来自101个国家和地区。

据老中铁路有限公司介绍,中老铁路老挝段客发人数大幅增长得益于老挝经济复苏、担任东盟轮值主席国并主推旅游年以及对中国旅游团实施免签等因素。

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Wen lirong]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2024

11/08

10:55

ແບ່ງປັນ

ແປ
翻译