ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວໂລລາ)ຕາມຂໍ້ມູນຈາກດ່ານພາສີຄຸນມິງ: ນັບແຕ່ເດືອນມັງກອນ ຫາ ເດືອນພຶດສະພາປີນີ້,ດ່ານພາສີໄດ້ກວດກາສິນຄ້າຂາເຂົ້າ-ຂາອອກຕາມທາງລົດໄຟລາວ-ຈີນ ເຖິງ 2,3 ລ້ານໂຕນ, ເພີ່ມຂຶ້ນ 31% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້; ຂະບວນລົດໄຟຂົນສົ່ງສິນຄ້າສາກົນແລ່ນຕາມທາງລົດໄຟລາວ-ຈີນມີ 3076 ຖ້ຽວ,ເພີ່ມຂຶ້ນ 30,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.
ພະນັກງານພາສີກຳລັງກວດກາສິນຄ້າທີ່ຈະສົ່ງອອກໂດຍຜ່ານທາງລົດໄຟລາວ-ຈີນ.
ດ້ວຍການລົງເລິກການກໍ່ສ້າງດ່ານທາງລົດໄຟບໍ່ຫານ, ສະຖານທີ່ກວດກາ ໝາກໄມ້, ເມັດພືດ ແລະ ຜະລິດຕະພັນນ້ຳເຢັນ ທີ່ການນຳເຂົ້າມາເມືອງຈີນ ໄດ້ຮັບການນຳໃຊ້ຢ່າງຕໍ່ເນື່ອງ, ທາງລົດໄຟລາວ-ຈີນໄດ້ຂົນສົ່ງສິນຄ້ານຳເຂົ້າ ແລະ ສົ່ງອອກ ເຖິງ 500 ກວ່າປະເພດໃນເບື້ອງຕົ້ນ ໄດ້ເພີ່ມຂຶ້ນເຖິງ 3.000 ກວ່າປະເພດໃນປັດຈຸບັນ; ຂະບວນລົດໄຟໂດຍສະເລ່ຍແລ້ວໄດ້ຂົນສົ່ງສິ້ນຄ້າຈາກ 2 ຖ້ຽວ ຕໍ່ມື້ໃນເບື້ອງຕົ້ນ ໄດ້ເພີ່ມຂຶ້ນເປັນ 20 ຖ້ຽວ ໃນປະຈຸບັນ; ປະລິມານການຂົນສົ່ງສິນຄ້າໄດ້ເພີ່ມຂຶ້ນຢ່າງວ່ອງໄວ ຈາກ 41.000ໂຕນໃນເດືອນທຳອິດຂອງເປີດນຳໃຊ້ລົດໄຟນີ້ ເຖິງ 400,000 ກວ່າໂຕນ ໃນເດືອນດຽວ.ຜະລິດຕະພັນ ເຊັ່ນ: ເຄື່ອງກົນຈັກ ແລະ ໄຟຟ້າ ,ເຄື່ອງພະລັງງານແສງຕາເວັນ ທີ່ຜະລິດຈາກປະເທດຈີນ, ຢາງພາລາທຳມະຊາດ ແລະ ໝາກໄມ້ເຂດຮ້ອນທີ່ນຳເຂົ້າຈາກປະເທດລາວ ແລະ ໄທ ຜະລິດຕະພັນນັບມື້ນັບຫຼາຍໄດ້ການນຳເຂົ້າ ແລະ ສົ່ງອອກໂດຍທາງລົດໄຟລາວ-ຈີນ.
据昆明海关数据,今年1至5月,海关监管中老铁路进出口货物230万吨,同比增长31%;中老铁路国际货物列车开行共3076列,同比增长30.6%。
海关关员对经中老铁路出口的货物进行查验。
随着磨憨铁路口岸建设深入推进,进境水果、粮食、冰鲜水产品指定监管场地陆续投入使用,中老铁路承运进出口商品品类从最初的500多种拓展到现在的3000余种;货运列车从开通初期的日均2列增至20列;货运量从开通首月的4.1万吨迅速提升至单月40万吨以上。中国制造的机电产品、光伏,老挝、泰国的天然橡胶、热带水果等越来越多的产品通过中老铁路进出口。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2024 —
06/24
15:27
— ແບ່ງປັນ —