ຈາກເດືອນມັງກອນ ຫາ ເດືອນພືດສະພາ ຕົ້ນປີນີ້, ທາງລົດໄຟລາວ-ຈີນໄດ້ແລ່ນຂະບວນລົດໄຟຂົນສົ່ງສິນຄ້າ 7.578 ຖ້ຽວ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວໂລລາ)ວັນທີ 3 ມິຖຸນານີ້, ນັກຂ່າວໄດ້ຮັບຮູ້ຈາກກຸ່ມບໍລິສັດທາງລົດໄຟຈີນຈຳກັດສາຂາຄຸນມິງວ່າ: ນັບແຕ່ວັນທີ 1 ມັງກອນຫາວັນທີ 31 ພຶດສະພາ 2024, ໄດ້ແລ່ນຂະບວນລົດໄຟຂົນສົ່ງສິນຄ້າ ເຖິງ 7.578 ຖ້ຽວ ແລະ ໄດ້ຂົນສົ່ງສິນຄ້າ 8,368 ລ້ານໂຕນ ຕາມທາງລົດໄຟລາວ-ຈີນ,ເພີ່ມຂຶ້ນ 15,1% ເມື່ອທຽບໃສ່ປີກາຍ,  ເຊິ່ງໄດ້ເພີ່ມພະລັງແຮງໃຫ້“ໜຶ່ງແລວໜຶ່ງເສັ້ນທາງ” ແລະ ການພັດທະນາເສດຖະກິດພາກພື້ນ.

ປັດຈຸບັນນີ້, ເຄືອຂ່າຍບໍລິການຂົນສົ່ງຕາມທາງລົດໄຟລາວ-ຈີນໄດ້ແຜ່ຂະຫຍາຍໄປສູ່ 12 ປະເທດທີ່ຮ່ວມສ້າງ"ໜຶ່ງແລວໜຶ່ງເສັ້ນທາງ" ເຊິ່ງລວມທັງ ປະເທດລາວ, ໄທ, ຫວຽດນາມ, ມຽນມາ ແລະ ຕົວເມືອງຕົ້ນຕໍ່ 31 ແຂວງ ຂອງພາຍໃນປະເທດຈີນ,ໄດ້ຂະຫຍາຍການແລກປ່ຽນດ້ານເສດຖະກິດການຄ້າລະຫວ່າງປະເທດຈີນກັບປະເທດຢູ່ແຫຼມອິນດູຈີນຢ່າງມີປະສິດທິຜົນ.ຮູບແບບການຂົນສົ່ງສາກົນແບບໃໝ່ "ທາງລົດໄຟລາວ-ຈີນ + ຂະບວນທາງລົດໄຟຈີນ-ເອີລົບ" ໄດ້ຫຼຸດເວລາການຂົນສົ່ງຕາມທາງລົດໄຟໂດຍກົງຈາກປະເມດລາວ, ໄທ ແລະ ປະເທດອື່ນໆໄປເອີລົບ ໃຊ້ເວລາພຽງແຕ່ 15 ວັນ.

6月3日,记者从中国铁路昆明局集团有限公司获悉,2024年1月1日至5月31日,中老铁路累计开行货物列车7578列,运输货物836.8万吨,同比增长15.1%,为“一带一路”建设和区域经济繁荣发展注入强劲动力。

目前,中老铁路运输服务网络已辐射至老挝、泰国、越南、缅甸等12个“一带一路”共建国家以及国内31个省的主要城市,有效扩大了中国与中南半岛国家间的经贸往来。“中老铁路+中欧班列”的国际运输新模式更是将老挝、泰国等国家至欧洲的铁路直达运输时间大幅缩短至仅15天。

[ບັນນາທິການ:ໂລລາ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2024

05/31

18:11

ແບ່ງປັນ

ແປ
翻译