ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວໂລລາ)ວັນທີ 28 ມີນານີ້, ນັກຂ່າວໄດ້ຮັບຂໍ້ມູນວ່າ: ມາຮອດວັນທີ 27 ມີນານີ້,ຂະບວນລົດໄຟໂດຍສານສາກົນຕາມທາງລົດໄຟລາວ-ຈີນໄດ້ແລ່ນລົດຫຼາຍກວ່າ 700 ຖ້ຽວ, ເຊິ່ງໄດ້ດຶດດູງນັກທ່ອງທ່ຽວ 180.000 ເທື່ອຄົນທີ່ມາຈາກ 87 ປະເທດ ແລະ ເຂດແຄວ້ນເດີນທາງໄປທ່ອງທ່ຽວຂ້າມຊາຍແດນ. ໃນນັ້ນ, ຈາກວັນທີ 1 ມັງກອນ ຫາ ວັນທີ 27 ມີນານີ້, ໄດ້ຂົນສົ່ງຜູ້ໂດຍສານຂ້າມຊາຍແດນ 54.000 ເທື່ອຄົນ.
ຕາມສະຖິຕິ ແລະ ວິເຄາະຂອງດ່ານພາສີ ແລະ ສະຖານີກວດກາເຂດຊາຍແດນແລ້ວ, ນັກທ່ອງທ່ຽວທີ່ມາຈາກລາວ, ໄທ ແລະ ມາເລເຊຍແມ່ນມີຈຳນວນຫຼາຍທີ່ສຸດ, ຕົ້ນຕໍແມ່ນເດີນທາງໄປທ່ອງທ່ຽວ ແລະ ແລກປ່ຽນວັດທະນະທຳຢູ່ແຂວງຫຼວງພະບາງ ແລະ ນະຄອນຫຼວງວຽງຈັນຂອງລາວ, ນະຄອນຄຸນໝິງ, ກິ່ງແຂວງຕ້າລີ ແລະ ນະຄອນລີ້ຈ່ຽງຂອງຈີນ.
记者28日从国铁昆明局了解到,截至3月27日,中老铁路国际旅客列车运行已突破700列,吸引了来自87个国家和地区的18万人次旅客跨境旅行,其中今年1月1日至3月27日,共发送跨境旅客5.4万人次。
从海关和边检统计分析来看,老挝、泰国、马来西亚等国旅客较为集中,主要前往老挝琅勃拉邦、万象和中国昆明、大理、丽江等地旅游及人文交流。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2024 —
03/29
14:56
— ແບ່ງປັນ —