ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວຄຳປະເສີດ)ເມື່ອບໍ່ດົນມານີ້,ນັກຂ່າວໄດ້ຮັບຮູ້ຈາກສະມາຄົມອຸດສາຫະກຳກໍ່ສ້າງຈີນວ່າ,ໂຄງການກໍ່ສ້າງທາງລົດໄຟລາວ-ຈີນບໍ່ເຕັນຫາວຽງຈັນໄດ້ຮັບລາງວັນ ລູບານ ດ້ານວິສະວະກຳສປຈີນປີ 2022-2023.ລາງວັນ ລູບານ ດ້ານວິສະວະກຳສປຈີນແມ່ນລາງວັນສູງສຸດດ້ານຄຸນນະພາບວິສະວະກໍາໃນອຸດສາຫະກໍາການກໍ່ສ້າງຂອງຈີນ, ໄດ້ຮັບການຍ້ອງຍໍວ່າເປັນລາງວັນ"Oscar"ຂອງອຸດສາຫະກໍາການກໍ່ສ້າງຂອງຈີນ.
ທາງລົດໄຟລາວ-ຈີນບໍ່ເຕັນຫາວຽງຈັນຕັ້ງຢູ່ລາວ,ມີຄວາມຍາວທັງຫມົດ414ກິໂລແມັດ,ເປັນທາງລົດໄຟສາກົນສາຍທໍາອິດທີ່ຝ່າຍຈີນລົງທຶນກໍ່ສ້າງພາຍຫຼັງຂໍ້ລິເລີ່ມຮ່ວມກັນສ້າງຫນຶ່ງແລວຫນຶ່ງເສັ້ນທາງ,ເສັ້ນທາງທັງຫມົດແມ່ນນໍາໃຊ້ມາດຕະຖານເຕັກນິກຂອງຈີນ,ນໍາໃຊ້ອຸປະກອນຂອງຈີນແລະເຊື່ອມຕໍ່ກັບເຄືອຂ່າຍທາງລົດໄຟຈີນໂດຍກົງ.ປັດຈຸບັນ,ທາງລົດໄຟລາວ-ຈີນໄດ້ດຳເນີນໄປຢ່າງປອດໄພແລະໝັ້ນທ່ຽງເປັນເວລາສອງປີກວ່າ,ໄດ້ສົ່ງຜູ້ໂດຍສານ24ລ້ານຄົນແລະຂົນສົ່ງສິນຄ້າ29ລ້ານກວ່າໂຕນ,ໃນນັ້ນມີ6ລ້ານກວ່າໂຕນຂ້າມແດນ.ການຂົນສົ່ງສິນຄ້າໄດ້ກວມເອົາ10ກວ່າປະເທດເຊັ່ນ:ລາວ,ໄທ.ໄດ້ສົ່ງເສີມຢ່າງແຂງແຮງຕໍ່ການຄ້າແລະການເຊື່ອມຈອດກັນດ້ານມະນຸດສະທໍາລຽບຕາມເສັ້ນທາງ, ກາຍເປັນຊ່ອງທາງທຽວໄປມາທີ່ປອດໄພ ແລະ ມີປະສິດທິຜົນສໍາລັບການຂົນສົ່ງສາກົນທີ່ເຊື່ອມຕໍ່ຈີນ ກັບ ໂລກ.
近日,记者从中国建筑业协会获悉,新建中老铁路磨丁至万象段工程荣获2022—2023年度中国建设工程鲁班奖(境外工程)。中国建设工程鲁班奖是我国建筑行业工程质量最高奖,被誉为中国建筑行业的“奥斯卡”奖。
中老铁路磨丁至万象段位于老挝境内,全长414公里,是共建“一带一路”倡议提出后,首条以中方为主投资建设、全线采用中国技术标准、使用中国设备并与中国铁路网直接联通的国际铁路。目前,中老铁路已安全平稳运行两年多,累计发送旅客超2400万人次,运输货物超2900万吨,其中跨境货物超600万吨,货物运输覆盖老挝、泰国等10余个国家,有力促进了沿线商业、人文交融共赢,成为联通内外、辐射周边、双向互济的国际黄金大通道。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2024 —
02/04
17:41
— ແບ່ງປັນ —