ປະລິມານການຂົນສົ່ງສິນຄ້າໃນມື້ດຽວຂອງທາງລົດໄຟລາວ-ຈີນໃນພາກສ່ວນລາວໄດ້ເກີນ 20.000 ໂຕນເປັນຄັ້ງທຳອິດ

ມາຈາກ:ສະບາຍດີ

ສະບາຍດີ ນັກຂ່າວຄຳປະເສີດ)ສະຖິຕິຂອງບໍລິສັດທາງລົດໄຟລາວ-ຈີນຈໍາກັດໃຫ້ຮູ້ວ່າ:ມາເຖິງວັນທີ 28 ມັງກອນ 2024,ພາກສ່ວນລາວຕາມທາງລົດໄຟລາວ-ຈີນໄດ້ຂົນສົ່ງສິນຄ້າທັງໝົດ 6,7737 ລ້ານໂຕນ,ໃນນັ້ນ,ສິນຄ້າຂາເຂົ້າ-ຂາອອກ 6.7231 ລ້ານໂຕນ,ປະເພດສິນຄ້າເພີ່ມຂຶ້ນ 2.700 ກວ່າປະເພດ.ຂໍ້ມູນຍັງສະແດງໃຫ້ເຫັນວ່າ,ໃນປີ 2023 ມີລົດໄຟຂົນສົ່ງສິນຄ້າ 4.821 ຖ່ຽວ, ເພີ່ມຂຶ້ນ 146,3% ຂອງປີກາຍ,ໄດ້ສົ່ງສິນຄ້າ 4.0893 ລ້ານໂຕນ,ທຽບໃສ່ປີກາຍເພີ່ມຂຶ້ນ 183.1%.

ຕາມແນະນໍາໃຫ້ຮູ້ວ່າ:ນັບແຕ່ທາງລົດໄຟລາວ-ຈີນໄດ້ເປີດນໍາໃຊ້ເປັນເວລາ2ປີກວ່າມານີ້, ບໍລິສັດທາງລົດໄຟລາວ-ຈີນຈໍາກັດໄດ້ນໍາໃຊ້ຫຼາຍມາດຕະການ, ເພີ່ມທະວີແລະປັບປຸງການຄຸ້ມຄອງການຂົນສົ່ງສິນຄ້າຢ່າງຮອບດ້ານ,ແກ້ໄຂບັນຫາທີ່ພົບພໍ້ໃນການຈັດຕັ້ງການຂົນສົ່ງສິນຄ້າ, ສ້າງແຜນການຂົນສົ່ງສິນຄ້າຢ່າງມີວິທະຍາສາດ, ປັບປຸງຂັ້ນຕອນການແຈ້ງພາສີສິນຄ້າ, ເພີ່ມທະວີການຄຸ້ມຄອງຕູ້ສິນຄ້າຂອງລົດໄຟຂົນສົ່ງສິນຄ້າໃຫ້ລວມສູນ. 

ນອກນີ້,ວິສາຫະກິດໄດ້ເພີ່ມຂະບວນລົດໄຟຂົນສົ່ງສິນຄ້າດັ່ງກ່າວ,ໄດ້ເປີດຂະບວນລົດໄຟລາວ-ຈີນ,ຂະບວນລົດໄຟສາຍດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແລະ ໄດ້ເຊື່ອມຕໍ່ກັບຂະບວນລົດໄຟຈີນ-ເອີຣົບ, ສ້າງສວນໂລຈິສຕິກທາງລົດໄຟແລະການຮ່ວມມືດ້ານຕ່ອງໂສ້ການສະຫນອງກັບ26ແຂວງແລະເມືອງຂອງຈີນເຊັ່ນ:ແຂວງຫູຫນານ,ແຂວງເສສວນ,ແຂວງເຈີ້ຈ່ຽງແລະນະຄອນຊຽງໄຮ,ຊຸກຍູ້ໃຫ້ທາງລົດໄຟລາວ-ຈີນເລັ່ງສ້າງເປັນຊ່ອງທາງຄໍາດ້ານໂລຈິສຕິກສາກົນທີ່ເຊື່ອມຈອດທັງພາຍໃນແລະພາຍນອກຢ່າງປອດໄພແລະມີປະສິດທິພາບສູງ,ວ່ອງໄວສະດອກ.

记者日前从老中铁路有限公司获悉,中老铁路老挝段1月28日单日发送货运量首次突破2万吨。

老中铁路有限公司统计数据显示,截至2024年1月28日,中老铁路老挝段累计运输货物677.37万吨,其中进出境货运量672.31万吨,货物品类增至2700多种。数据还显示,2023年全年开行货运列车4821列,同比增长146.3%;发送货物408.93万吨,同比增长183.1%。

据介绍,中老铁路开通运营两年多来,老中铁路有限公司多措并举,全面加强和改进货运管理,解决货运组织中的痛点和堵点,科学制定货运计划,精简货物清关报关办理流程,加强货车货柜集中管理。

另外,企业加开货运列车趟次,开行中老班列、澜湄快线,并与中欧班列无缝衔接,与湖南、四川、浙江、上海等26个中国省市建立铁路物流园及供应链合作关系,推动中老铁路加快形成内外联通、安全高效、快速便捷的国际物流黄金大通道。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2024

02/02

10:23

ແບ່ງປັນ

ແປ
翻译