ມາຈາກ:ສະບາຍດີ
ວັນທີ 3 ທັນວາ 2021, ໃນໂອກາດເຂົ້າຮ່ວມພິທີເປີດນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ, ສະຫາຍເລຂາທິການໃຫຍ່ ສີຈິ້ນຜິງເນັ້ນໜັກວ່າ: ສອງຝ່າຍຕ້ອງອອກແຮງພະຍາຍາມຢ່າງບໍ່ຢຸດຢັ້ງ ເພື່ອປົກປັກຮັກສາ ແລະ ດຳເນີນກິດຈະການທາງລົດໄຟໃຫ້ດີ, ບຸກເບີກພັດທະນາ ແລະ ກໍ່ສ້າງຕາມເສັ້ນທາງດັ່ງກ່າວໃຫ້ດີ, ສ້າງໃຫ້ກາຍເປັນເສັ້ນທາງທອງຄຳ ທີ່ນໍາເອົາຜົນປະໂຫຍດມາສູ່ປະຊາຂົນສອງຊາດ.
ນັບແຕ່ໄດ້ເປີດນໍາໃຊ້ທາງລົດໄຟ ລາວ-ຈີນ ເປັນຕົ້ນມາ, ເສັ້ນທາງລົດໄຟສາຍທອງຄຳນີ້ຜ່ານແລ່ນຜ່ານພູເຂົາ-ແມ່ນໍ້າ ແລະ ເຊື່ອມຕໍ່ລາວ ກັບ ຈີນ ເຊິ່ງໄດ້ເຮັດໃຫ້ການຮ່ວມມືດ້ານເສດຖະກິດ-ການຄ້າຕາມເສັ້ນທາງນີ້ ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ, ເຮັດໃຫ້ບົດບາດຂອງຊ່ອງທາງທອງຄຳການຂົນສົ່ງສາກົນນີ້ນັບມື້ນັບພົ້ນເດັ່ນຂຶ້ນ ແລະ ໄດ້ກາຍເປັນ "ເສັ້ນທາງສາຍໄໝເຫຼັກກ້າ" ຂອງຍຸກສະໄໝ.
ສອງສົ້ນຂອງທາງລົດໄຟ ລາວ-ຈີນ ທີ່ຢູ່ໃນດິນແດນຂອງປະເທດຈີນ, ນະຄອນຄຸນໝິງ ທີ່ເປັນເມືອງເອກຂອງແຂວງຢຸນນານ ແລະ ຕາແສງ ບໍ່ຫານ ທີ່ເປັນຕົວເມືອງຕັ້ງຢູ່ຊາຍແດນລະຫວ່າງລາວ ແລະ ຈີນ ໄດ້ສຳເລັດ “ການພັດທະນາແບບຄູ່ຂະໜານ" ກ່ອນກໍານົດການເປີດນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ເປັນເວລາເຄິ່ງປີ. ໃນປີ 2022, ຄະນະພັກ ແລະ ອໍານາດການປົກຄອງແຂວງຢຸນນານ ໄດ້ຕົກລົງໃຫ້ນະຄອນຄຸນໝິງມອບໝາຍໃຫ້ຕາແສງບໍ່ຫານ,ກິ່ງແຂວງແຂວງສິບສອງພັນນາ ດຳເນີນວຽກງານຮ່ວມກັນສ້າງຕົວເມືອງດ່ານຊາຍແດນສາກົນ.ນະຄອນຄຸນໝິງໄດ້ມອບໝາຍໃຫ້ຕາແສງບໍ່ຫານດຳເນີນວຽກງານປິ່ນອ້ອມນັ້ນ ບໍ່ພຽງແຕ່ເຮັດໃຫ້ນະຄອນຄຸນໝິງກາຍເປັນເມືອງເອກແຫ່ງທຳອິດທີ່ເປັນເສັ້ນຊາຍແດນ ແລະ ດ່ານສາກົນຂອງທົ່ວປະເທດຈີນແລ້ວ,ຍັງໄດ້ເຮັດໃຫ້ເຂດການຄ້າເສລີພາກພື້ນນະຄອນຄຸນໝິງ,ເຂດພັດທະນາເສດຖະກິດນະຄອນຄຸນໝິງ,ເຂດປອດພາສີຮອບດ້ານນະຄອນຄຸນໝິງ ແລະ ເຂດຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັນ ໄດ້ພັດທະນາໄປພ້ອມກັນ, ໄດ້ເສີມຂະຫຍາຍທ່າແຮງການເຊື່ອມຕໍ່ນະໂຍບາຍລະຫວ່າງ"ສີ່ເຂດ",ໄດ້ສ້າງຮູບແບບການພັດທະນາທີ່ "ສອງຈຸດ" ຊຸກຍູ້ "ໃຈກາງ" ແລະ ນໍາໃຊ້ຊ່ອງທາງຂະຫນາດໃຫຍ່ຊຸກຍູ້ການຂົນສົ່ງຂະຫນາດໃຫຍ່,ການຂົນສົ່ງຂະຫນາດໃຫຍ່ຊຸກຍູ້ການຄ້າຂະຫນາດໃຫຍ່,ການຄ້າຂະຫນາດໃຫຍ່ຊຸກຍູ້ອຸດສາຫະກໍາຂະຫນາດໃຫຍ່.
ຈາກນະຄອນຄຸນມິງ ຮອດຕາແສງບໍ່ຫານ ທີ່ມີໄລຍະທາງ 600 ກວ່າກິໂລແມັດນີ້ ໄດ້ອາໄສກາລະໂອກາດແຫ່ງການພັດທະນາແບບຄູ່ຂະໜານ, ສາມາດເສີມຂະຫຍາຍທ່າແຮງການພັດທະນາອັນໃຫຍ່ຫຼວງ ແລະ ໄດ້ກາຍເປັນຫົວຄິດໃໝ່ ຂອງການພັດທະນາ ໃນການເຊື່ອມໂຍງ 4 ເຂດ.
ທ່າແຮງທັບຊ້ອນ ຂອງ 4 ເຂດ, ຮ່ວມກັນເຮັດໃຫ້ສະພາບການພັດທະນາໃໝ່ດ້ວຍຄຸນນະພາບສູງໜັກແໜ້ນຍິ່ງຂຶ້ນ
ປ່ຽນຄວາມຄິດ ກໍ່ໃຫ້ໂລກກວ້າງຂຶ້ນ. ນັບແຕ່ນະຄອນຄຸນໝິງໄດ້ມອບໝາຍໃຫ້ຕາແສງບໍ່ຫານດຳເນີນວຽກງານ ກໍ່ໄດ້ເຮັດໃຫ້ການພັດທະນາຮ່ວມຂອງ"4 ເຂດ" ກໍຄື ເຂດການຄ້າເສລີພາກພື້ນນະຄອນຄຸນໝິງ,ເຂດພັດທະນາເສດຖະກິດນະຄອນຄຸນໝິງ,ເຂດປອດພາສີຮອບດ້ານນະຄອນຄຸນໝິງ ແລະ ເຂດຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັນລະຫວ່າງຈີນກັບລາວ."ສີ່ເຂດ"ໄດ້ສືບຕໍ່ເສີມຂະຫຍາຍທ່າແຮງດ້ານນະໂຍບາຍ,ຊຸກຍູ້ການພັດທະນາຕົນເອງ,ເພີ່ມທະວີການຮ່ວມມືລະຫວ່າງເຂດ ແລະ ຮ່ວມກັນຊຸກຍູ້ການພັດທະນາເສດຖະກິດຂອງນະຄອນຄຸນໝິງ ແລະ ແຂວງຢຸນນານຢ່າງຕັ້ງໜ້າ.ສືບຕໍ່ຄົ້ນຄ້ວາ ແລະ ຮ່ວມກັນສ້າງຮູບແບບໃໝ່ຂອງການພັດທະນາການເຊື່ອມຕໍ່ຄຸນນະພາບສູງ.
ເຂດພັດທະນາເສດຖະກິດນະຄອນຄຸນໝິງ(ເຂດການຄ້າເສລີພາກພື້ນນະຄອນຄຸນໝິງ) ແລະ ເຂດການຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັນຈີນ-ລາວ ໄດ້ຮ່ວມກັນດຳເນີນງານ 10 ລາຍການ ລະຫວ່າງເຂດ, ສຸມໃສ່ຊຸກຍູ້ການກໍ່ສ້າງກົນໄກອຳນວຍຄວາມສະດວກ“ເຊື່ອມຈອດລະຫວ່າງສາງ ແລະ ສາງ ແລະ ແຈ້ງພາສີແບບເຊື່ອມໂຍງ”,ເລັ່ງລັດກໍ່ສ້າງຊ່ອງທາງຂົນສົ່ງສິນຄ້າຜ່ານແດນຂະໜາດໃຫຍ່.ສືບຕໍ່ເສີມຂະຫຍາຍບົດບາດຂອງເຂດພັດທະນາເສດຖະກິດຄຸນໝິງ ແລະ ບໍ່ຫານລຽບຕາມເສັ້ນທາງລົດໄຟລາວ-ຈີນ,ຊຸກຍູ້ການເພີ່ມທະວີການຮ່ວມມືດ້ານອຸດສາຫະກຳ ແລະ ການແບ່ງປັນຊັບພະຍາກອນໃຫ້ມີການພັດທະນາທີ່ດີຂຶ້ນ.ເຂດປອດພາສີຮອບດ້ານນະຄອນຄຸນໝິງໄດ້ຄົ້ນຄວ້າຮູບແບບການພັດທະນາແບບປະສານງານຂອງລະບົບຕ່ອງໂສ້ອຸດສາຫະກຳພາຍໃຕ້"ການເຊື່ອມຕໍ່ສີ່ເຂດ",ໄດ້ດຳເນີນການຂົນສົ່ງຮ່ວມຫຼາຍຮູບແບບຜ່ານຊາຍແດນ"ຜ່ານທາງລົດໄຟກັບທາງບົກ",ພັດທະນາກິດຈະການປູກພືດທົດແທນ ແລະ ການສ້າງສາງເກັບມ້ຽນສິນຄ້າ ເສີມຂະຫຍາຍກິດຈະການສາງປອດພາສີສຳລັບອາໄຫຼ່ເອເລັກໂຕຣນິກ,ໃບຢາສູບ,ເຄື່ອງອຸປະກອນທີ່ມີຄວາມລະອຽດສູງຄວາມຖືກຕ້ອງ,ອຸປະກອນການບິນອາວະກາດ ແລະ ອື່ນໆ.
ພາຍໃຕ້ນະໂຍບາຍເງິນປັນຜົນຂອງທ່າແຮງດ້ານນະໂຍບາຍທາງ"ການເຊື່ອມຕໍ່ສີ່ເຂດ" ແລະ ການສະຫນັບສະຫນູນທີ່ເຂັ້ມແຂງຂອງລັດຖະບານ,ໃນປີ 2022, ລາຍຮັບຂອງກິດຈະການຕົ້ນຕໍຢູ່ເຂດພັດທະນາເສດຖະກິດຄຸນໝິງບັນລຸໄດ້ຫຼາຍກວ່າ 300ຕື້ຢວນ, ຄວາມສາມາດສັງລວມຕົວຈິງຮັກສາໄດ້ອັນດັບແຖວໜ້າຂອງບັນດາເຂດພັດທະນາຢູ່ແຂວງຢຸນນານ.ໃນປີ 2022, ມູນຄ່າການນໍາເຂົ້າ ແລະ ສົ່ງອອກການຄ້າຕ່າງປະເທດຂອງເຂດປອດພາສີກວມລວມນະຄອນຄຸນໝິງ ບັນລຸໄດ້ 10 ຕື້ຢວນ, ການກໍ່ສ້າງໃນຮູບແບບ "2+1+N" ທີ່ປະກອບດ້ວຍ “ການຂັບເຄື່ອນແບບສອງລໍ້” ການຂົນສົ່ງແບບປອດພາສີ ກັບ ການປຸງແຕ່ງແບບປອດພາສີ, ການຄ້າເອເລັກໂຕຣນິກຂ້າມແດນ ແລະ ການບໍລິການປອດພາສີອື່ນໆໄດ້ພັດທະນາໄປພ້ອມກັນ. ເຂດຮ່ວມມືເສດຖະກິດຈີນ-ລາວ ບໍ່ຫານ-ບໍ່ເຕັນ ຍັງໄດ້ບັນລຸການພັດທະນາເສດຖະກິດດ້ວຍຄຸນນະພາບສູງໂດຍຜ່ານການພັດທະນາການປະດິດສ້າງດ້ານການຄ້າ,ການຈັດກອງປະຊຸມສົ່ງເສີມການລົງທຶນແລະ ມາດຕະການອື່ນໆ.
ຈາກການເປີດເສລີ ແລະ ການອຳນວຍຄວາມສະດວກໃນການລົງທຶນ ແລະ ການຄ້າ ໄປສູ່ການເງິນສະຫນອງການບໍລິການໃຫ້ແກ່ເສດຖະກິດຕົວຈິງ ແລະ ກ້າວໄປສູ່ການຫັນປ່ຽນພາລະບົດບາດຂອງລັດຖະບານ, ການທົດລອງນໍາໜ້າປະຕິບັດ ແລະ ການສ້າງເປັນຕົວແບບ ຂອງ"ການເຊື່ອມຕໍ່ສີ່ເຂດ"ພວມມີຄວາມພົ້ນເດັ່ນຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ຮູບແບບໃຫມ່ຂອງການພັດທະນາຮ່ວມກັນທີ່ມີຄຸນນະພາບສູງກໍາລັງກໍ່ຕົວຂຶ້ນ.
"ສີ່ເຂດ" ມີປະສິດທິຜົນພົ້ນເດັ່ນຂຶ້ນສ້າງເປັນເຂດເປີດປະຕູສູ່ພາຍນອກທີ່ມີລະດັບສູງ
ທ່າແຮງຂອງແຂວງຢູນນານ ແມ່ນຂຶ້ນກັບທີ່ຄັ້ງ, ທາງອອກແມ່ນການເປີດກວ້າງ. ເມື່ອການເປີດນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ຢ່າງເປັນທາງການ ແລະ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ(RCEP) ມີຜົນບັງຄັບໃຊ້ຢ່າງເປັນທາງການ, ແນວຄວາມຄິດການພັດທະນາຂອງແຂວງຢຸນນານນັບມື້ນັບຈະແຈ້ງຂຶ້ນ,ການເປີດປະຕູສູ່ພາຍນອກນັບມື້ນັບກວ້າງອອກ. ພາຍໃຕ້ໂອກາດດັ່ງກ່າວ, ເຂດການຄ້າເສລີພາກພື້ນນະຄອນຄຸນໝິງ,ເຂດພັດທະນາເສດຖະກິດນະຄອນຄຸນໝິງ,ເຂດປອດພາສີຮອບດ້ານນະຄອນຄຸນໝິງ ແລະ ເຂດຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັນລະຫວ່າງຈີນກັບລາວ ໄດ້ສຸມໃສ່ລັກສະນະພິເສດ ທີ່ເປັນເຂດ"ເຊື່ອມຕໍ່ຊາຍແດນ" ແລະ "ເຂດຂ້າມຊາຍແດນ", ຍາດໄດ້ກາລະໂອກາດຍຸດທະສາດ ເຊັ່ນ: RCEP ໄດ້ເລີ່ມມີຜົນບັງຄັບໃຊ້, ການເປີດປະຕູສູ່ພາຍນອກຂອງທາງພາກໃຕ້ຈີນ, ການເປີດນໍາໃຊ້ທາງລົດໄຟລາວ-ຈີນ ແລະ ຍຸດທະສາດອື່ນໆ, ໄດ້ຫັນເອົາທ່າແຮງການເຊື່ອມຕໍ່ນະໂຍບາຍລະຫວ່າງ"ສີ່ເຂດ"ໃຫ້ເປັນທ່າແຮງຂອງການພັດທະນາ ແລະ ເປັນສ້າງເຂດເປີດປະຕູສູ່ພາຍນອກທີ່ມີລະດັບສູງໃໝ່.
ເພື່ອແນໃສ່ເຊື່ອມໂຍງເຂົ້າກັບຍຸດທະສາດພັດທະນາປະເທດຊາດໃຫ້ດີຂຶ້ນ ແລະ ເສີມຂະຫຍາຍທ່າແຮງດ້ານເອກະລັກສະເພາະຂອງ“4 ເຂດ”ຢ່າງເຕັມສ່ວນ, ນັບແຕ່ປີ 2022 ເປັນຕົ້ນມາເຂດປອດພາສີຮອບດ້ານນະຄອນຄຸນໝິງໄດ້ເລັ່ງລັດການພັດທະນາທຸລະກິດທາງລົດໄຟລາວ-ຈີນ,ໂດຍຖືເອົາການຄ້າເອເລັກໂຕຣນິກຂ້າມແດນເປັນຈຸດກ້າວເຂົ້າ,ໄດ້ດຳເນີນການຂົນສົ່ງຮ່ວມຫຼາຍຮູບແບບຜ່ານຊາຍແດນແບບ "ທາງລົດໄຟກັບທາງບົກ",ບຸກເບີກພັດທະນາທຸລະກິດການສ້າງສາງເກັບມ້ຽນພືດປູກທົດແທນການປູກຝິ່ນ, ພ້ອມນັ້ນບົນພື້ນຖານການຂົນສົ່ງຜ່ານຊາຍແດນຫຼາຍຮູບແບບ"ທາງບົກກັບທາງລົດໄຟ"ໄດ້ປະດິດສ້າງຮູບແບບທຸລະກິດ"ທາງລົດໄຟລາວ-ຈີນ + ການຄ້າເອເລັກໂຕຣນິກຂ້າມແດນ",ໄດ້ເປີດຊ່ອງທາງໃໝ່ສຳລັບການຂົນສົ່ງການຄ້າເອເລັກໂຕຣນິກຂ້າມແດນໄປສູ່ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້, ໄດ້ເຮັດໃຫ້ການເປີດປະຕູສູ່ພາຍນອກທີ່ຊີວິດຊີວາເພີ່ມຂື້ນຕື່ມອີກບາດກ້າວໜຶ່ງ.
ເຂດພັດທະນາເສດຖະກິດຄຸນມິງ (ເຂດການຄ້າເສລີພາກພື້ນຄຸນໝິງ) ຍາມໃດກໍ່ອີງໃສ່ທີ່ຕັ້ງການເປີດກວ້າງສູ່ພາຍນອກ ທີ່ຢູ່ລຽບຕາມຊາຍແດນ”, ຢຶດໝັ້ນການທົດລອງປະຕິບັດກ່ອນໝູ່ ບົນພື້ນຖານ“ການເຊື່ອມຕໍ່ສີ່ເຂດ"ແລະ ອາໄສທ່າແຮງຂອງທາງລົດໄຟ ລາວ-ຈີນ ແລະ ການປະຕິບັດສັນຍາ RCEP, ອອກແຮງຊຸກຍູ້ການຮ່ວມມືດ້ານເສດຖະກິດຂ້າມແດນ ຂອງເຂດອຸດສາຫະກຳແຫ່ງຊາດ RCEP ຢ່າງແຂງແຮງ, ສຸມໃສ່“ກະຕຸ້ນການພັດທະນາຂອງດ່ານສາກົນຊາຍແດນ, ພັດທະນາເສດຖະກິດດ່ານສາກົນ,ກສ້າງເມືອງດ່ານສາກົນ”, ເສີມຂະຫຍາຍທ່າແຮງດ້ານທີ່ຕັ້ງຂອງຕົນ,ເຮັດວຽກງານລ-ຽບຕາມຊາຍແດນ ແລະ ກິດຈະການຂ້າມແດນໃຫ້ດີ, ຕັ້ງໜ້າພັດທະນາການຄ້າຂ້າມແດນ, ການຂົນສົ່ງຂ້າມແດນ, ການຄ້າເອເລັກໂຕຣນິກຂ້າມແດນ ແລະ ການເງິນຂ້າມແດນ, ສືບຕໍ່ຂະຫຍາຍລະດັບການເປີດປະຕູສູ່ພາຍນອກຢ່າງບໍ່ຢຸດຢັ້ງ, ສູ້ຊົນສ້າງໃຫ້ກາຍເປັນສູນກາງພັດທະນາທີ່ສົ່ງຜົນສະທ້ອນອັນກວ້າງຂວາງຕໍ່ພາກພື້ນອາຊີໃຕ້ແລະອາຊີຕາເວັນອອກສຽງໃຕ້ຂອງແຂວງຢຸນນານ ແລະ ເປັນຕົວເມືອງໃຈກາງສາກົນຂອງພາກພື້ນ ຢູ່ນະຄອນຄຸນໝິງສ້າງ.
ເຂດຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັນລະຫວ່າງປະເທດຈີນ ແລະ ປະເທດລາວ ໄດ້ອີງໃສ່ການຂະຫຍາຍຕົວຢ່າງວ່ອງໄວຂອງປະລິມານການຂົນສົ່ງສິນຄ້າຢູ່ດ່ານສາກົນ ບໍ່ຫານ ແລະ ນຳໃຊ້ການຊຳລະສະສາງທຸລະກຳການຄ້າຢູ່ຕະຫຼາດຂ້າມຊາຍແດນເປັນຈຸດບຸກທະລຸ ເພື່ອດຶງດູດບັນດາວິສາຫະກິດນຳເຂົ້າ ແລະ ສົ່ງອອກດຳເນີນຊໍາລະສະສາງຂ້າມແດນຢູ່ ບໍ່ຫານ,ຊຸກຍູ້ໃຫ້ສະກຸນເງິນຢວນຈີນ RMB ໄດ້ອອກໄປສູ່ຕະຫຼາດສາກົນ ແລະ ,ສ້າງເປັນສູນກາງຊຳລະສະສາງເງິນໃນພາກພື້ນ. ພ້ອມນັ້ນ ຍັງໄດ້ອອກແຮງພັດທະນາການປະດິດສ້າງໃໝ່ດ້ານການຄ້າ, ຜ່ານການສ້າງ “ສາງສິນຄ້າລຽບຕາມຊາຍແດນ”, ຕັ້ງໜ້າພັດທະນາ “ສ້າງຮ້ານດ້ານໜ້າ ແລະ ມີສາງຢູ່ດ້ານຫຼັງ” “ສ້າງຮ້ານຢູ່ດ້ານໜ້າ ແລະ ມີໂຮງງານຢູ່ດ້ານຫຼັງ” ແລະ ຮູບແບບການຄ້າອື່ນໆ, ດຳເນີນການເຊື່ອມໂຍງກັບຂະແໜງການອື່ນໆທີ່ຢູ່ລຽບຕາມເຂດຊາຍແດນ ເຊັ່ນ: ການຜະລິດການປຸງແຕ່ງ, ການຄ້າເອເລັກໂຕຣນິກ, ການຂາຍສິນຄ້າໄລ້ສົດ, ສື່ໃໝ່ ແລະ ອື່ນໆເປັນຕົ້ນ, ດຳເນີນການປະດິດສ້າງໃໝ່ດ້ານການຄ້າ, ສູ້ຊົນເຮັດໃຫ້ທ່າແຮງນະໂຍບາຍທັບຊ້ອນຂອງ 4 ເຂດ ໄດ້ຫັນເປັນທ່າແຮງການພັດທະນາທີ່ເຫັນໄດ້ໃນຕົວຈິງ.
ເມື່ອປະສິດທິຜົນດ້ານທ່າແຮງທັບຊ້ອນຂອງ "ສີ່ເຂດ" ສືບຕໍ່ຂະຫຍາຍອອກຢ່າງກວ້າງຂວາງ,ບັນຍາກາດແຫ່ງການເປີດປະຕູສູ່ໂລກພາຍນອກນັບມື້ເລິກເຊິ່ງຂຶ້ນເລື້ອຍໆ, "ສີ່ເຂດ"ແນ່ນອນຈະຍາດໄດ້ກາລະໂອກາດ ແລະ ອາໄສໂອກາດດັ່ງກ່າວດຳເນີນການພັດທະນາ, ສ້າງເປັນເດໃໝ່ຂອງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກໃນຍຸກໃໝ່, ເພື່ເເປັນການເພີ່ມກຳລັງຂັບເຄື່ອນໃຫ້ທາງລົດໄຟລາວ-ຈີນ ແລະ ຍູ້ໜູນການກໍ່ສ້າງຂອງຂໍ້ລິເລີ່ມ"ໜຶ່ງແລວໜຶ່ງເສັ້ນທາງ".
ສູ້ຊົນພັດທະນາ ແລະ ຊຸກຍູ້ການເປີດປະຕູສູ່ພາຍນອກ,ຮູບແບບໃຫມ່ຂອງການພັດທະນາຮ່ວມຂອງ"ສີ່ເຂດ"ໄດ້ຮັບການຍ້ອງຍໍຈາກປະຊາຊົນລາວ ແລະ ປະຊາຊົນຈີນ.
ຮູບແບບ"ການເຊື່ອມຕໍ່ສີ່ເຂດ"ຂອງເຂດການຄ້າເສລີພາກພື້ນຄຸນໝິງ,ເຂດພັດທະນາເສດຖະກິດຄຸນໝິງ,ເຂດປອດພາສີຮອບດ້ານນະຄອນຄຸນໝິງ ແລະ ເຂດຮ່ວມມືເສດຖະກິດບໍ່ຫານ-ບໍ່ເຕັນ ແມ່ນຕົວແບບທຳອິດຂອງທົ່ວປະເທດຈີນ, ເຊິ່ງເປັນກຳລັງແຮງອັນໃຫຍ່ຫຼວງໃນເວລາປະເຊີນໜ້າກັບສິ່ງທ້າທາຍຫຼາຍປະການ. ປັດຈຸບັນ,ພາຍໃຕ້ການສະຫນັບສະຫນູນນະໂຍບາຍເງິນປັນຜົນ ແລະ ທ່າແຮງດ້ານທີ່ຕັ້ງຂອງຕົນ, ປະສິດທິຜົນ ຂອງ"ການເຊື່ອມຕໍ່ສີ່ເຂດ"ໄດ້ດຶງດູດຊັບພະຍາກອນລະດັບສູງຫຼາຍກວ່າເກົ່າ ແລະ ສູງກວ່າເກົ່າ ໃຫ້ໄດ້ເລີ່ມຕົ້ນການເຊື່ອມໂຍງເຂົ້າກັນ, ການເຊື່ອມໂນງດ້ານພື້ນຖານໂຄງລ່າງ ແລະ ນະໂຍບາຍປິ່ນອ້ອມ ໄດ້ນໍາເອົາຜົນດີມາສູ່ການດຳເນີນງານການຜະລິດ,ການພັດທະນາເສດຖະກິດຂອງນະຄອນຄຸນໝິງ ແລະ ແຂວງຢຸນນານ, ການຮ່ວມມືພາກພື້ນ ແລະ ທາງລົດໄຟລາວ-ຈີນ, ເຊິ່ງໄດ້ຮັບການຍ້ອງຍໍຈາກປະຊາຊົນລາວ ແລະ ປະຊາຊົນຈີນ.
ເມື່ອເວົ້າເຖິງທ່າແຮງດ້ານການຮ່ວມມືໃນການພັດທະນາ"ສີ່ເຂດ"ພາຍໃຕ້ການເປີດທາງລົດໄຟລາວ-ຈີນ,ທ່ານ ໄຊຊະນະ ສີດທິພອນ ຮອງປະທານຄະນະກຳມະການຮ່ວມມືລາວ-ຈີນ ຍາມໃດກໍ່ໄດ້ເອົາໃຈໃສ່ຕໍ່ການພັດທະນາຂອງແຂວງຢຸນນານ,ທ່ານ ໄຊຊະນະ ກ່າວວ່າ: “ການຮ່ວມມືພັດທະນາ"ສີ່ເຂດ"ຈະຊ່ວຍໃຫ້ 4 ເຂດ ຮ່ວມມືກັນເພື່ອຍາດແຍ່ງໂອກາດປະຫວັດສາດແຫ່ງການເປີດນໍາໃຊ້ທາງລົດໄຟລາວ-ຈີນ ແລະ ການມີຜົນບັງຄັບໃຊ້ຂອງ RCEP ແລະ ສ້າງເສັ້ນທາງເສດຖະກິດຕາມເສັ້ນທາງລົດໄຟລາວ-ຈີນ. ທ່ານ ໄຊຊະນະເຊື່ອໝັ້ນວ່າຜ່ານປະກອບສ່ວນຂອງຂອງທາງລົດໄຟລາວ-ຈີນ ແລະ ທ່າແຮງຂອງຕົນ,"ການເຊື່ອມຕໍ່ສີ່ເຂດ" ແມ່ນມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ.
ການເຊື່ອມຕໍ່ 4 ເຂດ ມີຄວາມໝາຍທີ່ເປັນສັນຍະລັກສໍາຄັນຕໍ່ເສດຖະກິດທີ່ເປີດກວ້າງ ຂອງນະຄອນຄຸນມິງ ກໍຄູື ການພັດທະນາຂອງແຂວງຢູນນານ. ທ່ານ ຫວງເວີຍລີ້,ຊ່ຽວຊານລາວທີ່ເຮັດວຽກຢູຫ້ອງການປະສານງານແລະຊີ້ນໍາຂອງພະແນກການຄ້າແຂວງຢຸນນານ ເຫັນວ່າ: ພາຍໃຕ້ສະພາບການໃໝ່ ທີ່ຖືການພັດທະນາເສດຖະກິດພາຍໃນເປັນອົງປະກອບຫຼັກ ກັບ ການພັດທະນາແບບໝູນວຽນລະຫວ່າງພາຍໃນ ກັບ ສາກົນ ໄດ້ມີການຂຸກຍູ້ເຊິ່ງກັນແລະກັນ, ເຮັດໃຫ້ທ່າແຮງດ້ານນະໂຍບາຍ ຂອງ "ສີ່ເຂດ"ໄດ້ຮັບການຜັນຂະຫຍາຍຢ່າງບໍ່ຢຸດຢັ້ງ, ຮູບແບບໃໝ່ຂອງການຮ່ວມມືພັດທະນາແລະເປີດກວ້າງການຮ່ວມມືລະຫວ່າງຄຸນໝິງ ແລະ ບໍ່ຫານໄດ້ຮັບການສ້າງຕັ້ງຂຶ້ນ,ໄດ້ເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດຕ່າງໆລະຫວ່າງປະເທດລາວກັບແຂວງຢຸນນານ.,ເຊິ່ງມີຄວາມໝາຍສຳຄັນທີ່ເປັນຂີດໝາຍຂອງການພັດທະນາເສດຖະກິດການເປີດກວ້າງຕໍ່ພາຍນອກຂອງນະຄອນຄຸນໝິງ ແລະ ແຂວງຢຸນນານ.
ສະພາບການພັດທະນາໃໝ່ຂອງ ສີ່ເຂດ ນັບມື້ພົ້ນເດັ່ນຂຶ້ນ, ເຊິ່ງໄດ້ນໍາເອົາກາລະໂອກາດທີ່ບໍ່ເຄີຍມີມາກ່ອນມາສູ່ການສ້າງທຸລະກິດຂອງຊາວໜຸ່ມລາວເຊື້ອສາຍຈີນ ກໍຄື ບັນດາປະເທດໃນອາຊີຕາເວັນອອກສ່ຽງໃຕ້. ທ່ານ ເຈິ້ງຫົງ, ປະທານສະພາການຄ້າແຂວງຢຸນນານປະຈໍາລາວ, ທັງເປັນປະທານກິດຕິມະສັກຂອງ ຄະນະກໍາມະການຊາວໜຸ່ມຈີນພົ້ນທະເລແຂວງຢູນນານ ໄດ້ເອົາໃຈໃສ່ພິເສດຕໍ່ ການສ້າງຜົນກໍາໄລການຜະລິດຜ່ານການເປີດນໍາໃຊ້ທາງລົດໄຟ ລາວ-ຈີນ ຢ່າງເຕັມສ່ວນ ກໍືຄື ຜົນທີ່ໄດ້ມາຈາກການປະຕິບັດການຮ່ວມມື RCEP. ຮູບແບບໃໝ່ຂອງການພັດທະນາ“ສີ່ເຂດ”ຢ່າງມີປະສິດທິຜົນໄດ້ຊຸກຍູ້ໃຫ້ການພັດທະນາການຂົນສົ່ງ, ຂະແໜງການຜະລິດ ແລະ ການເຮັດການຄ້າ ໃນພື້ນທີ່ ແລະ ປະເທດທີ່ຢູ່ລຽບຕາມເສັ້ນທາງດັ່ງກ່າວ ໄດ້ມີການເຊື່ອມໂຍງການພັດທະນາເຂົ້າກັນຢ່າງຮອບດ້ານ, ໄດ້ນໍາເອົາການລະໂອກາດທີ່ບໍ່ເຄີຍມີມ່ກອນ ມາສູ່ນັກລົງທຶນຈີນທີ່ຈະເຂົ້າໄປລົງທຶນຢູ່ລາວ ແລະ ບັນດານປະເທດອາຊີຕາເວັນອອກສ່ຽງໃຕ້ ໃນການສ້າງກິດຈະການ.,ໂດຍສະເພາະໃນຂະແໜງການກະສິກໍາສີຂຽວ, ການຜະລິດປຸງແຕ່ງ, ການທ່ອງທ່ຽວ ແລະ ອຸດສາຫະກໍາອື່ນໆໃຫ້ມີອະນາຄົດທີ່ສົດໃສ
ພັດທະນາແບບເຊື່ອມໂຍງໄດ້ຖືກກັບເວລາອັນເໝາສົມ; ເຊື່ອມໂຍງກັນຮ່ວມກັບຮັບຜົນປະໂຫຍດ ມີການພັດທະນາທີ່ຫຼາກຫຼາຍຮູບແບບ. "ການເຊື່ອມຕໍ່ສີ່ເຂດ" ໄດ້ເກີດຂຶ້ນຍ້ອນມີທາງລົດໄຟລາວ-ຈີນ ແລະ ນະຄອນຄຸນໝິງໄດ້ມອບໝາຍໃຫ້ຕາແສງບໍ່ຫານດຳເນີນວຽກງານ,ທັງໄດ້ອີງໃສ່ທ່າແຮງທີ່ມີຂອງຕົນ ພ້ອມກັນເຊື່ອມຈອດການພັດທະນາເຂົ້າກັນ ແລະ ເພີ່ມ ກຳລັງຂັບເຄື່ອນໃໝ່ອັນໃໝ່ໃຫ້ແ່ການພັດທະນາເສດຖະກິດຂອງນະຄອນຄຸນໝິນ ແລະ ແຂວງຢູນນານ, ການັດທະນາຂອງທາງລົດໄຟ ລາວ-ຈີນ ແລະ ການຮ່ວມມືໃນພາກພື້ນ.ເມື່ອປະສິດທິຜົນທ່າແຮງທັບຊ້ອນ ຂອງ "ສີ່ເຂດ" ສືບຕໍ່ຂະຫຍາຍອອກຢ່າງກວ້າງຂວາງ, ຍິ່ງຈະເລັ່ງລັດສ້າງສະພາບການພັດທະນາຢ່າງກົມກຽວແບບໃໝ່, ກະຕຸ້ນກຳລັງການຂັບເຄື່ອນໃໝ່ຂອງການພັດທະນາຢ່າງປະດິດສ້າງແລະ ກາຍເປັນສຽງອັນເຂັ້ມແຂງທີ່ສຸດຂອງການການພັດທະນາຢ່າງເປີດກວ້າງ. ກໍ່ຄືກັນກັບຂະບວນລົດໄຟທີ່ແລ່ນໄປມາເລື້ອຍໆຢູ່ຕາມເສັ້ນທາງລົດໄຟ ລາວ-ຈີນ ໃນແຕ່ລະມື້, ລ້ວນແຕ່ໄດ້ແລ່ນຜ່ານລົມຜ່ານຝົນ, ແລ່ນໄປຂ້າງໜ້າ ແລະ ມຸ່ງໄປເຖິງອະນາຄົດທີ່ດີຂຶ້ນເລື້ອຍໆ.
2021年12月3日,习近平总书记在出席中老铁路通车仪式时强调:“双方要再接再厉、善作善成,把铁路维护好、运营好,把沿线开发好、建设好,打造黄金线路,造福两国民众。”
自中老铁路开通运营以来,这条跨越山河、连接中国和老挝的黄金线路让沿线经贸合作更为密切,国际物流黄金大通道的作用日益显现,成为一条新时代的“钢铁丝路”。
在中老铁路国内段的两端,省会昆明和边城磨憨在中老铁路开通运营即将半年之际完成了一场“双向奔赴”。2022年,云南省委、省政府决定由昆明市托管磨憨,与西双版纳州共同建设国际口岸城市。昆明托管磨憨,不仅使昆明成为全国唯一拥有“边境线和边境口岸”的省会城市,也实现了中国(云南)自由贸易试验区昆明片区、国家级昆明经济技术开发区、昆明综合保税区、中国老挝磨憨—磨丁经济合作区“四区”联动发展,发挥“四区”政策叠加优势,形成以“两头”带“中间”的发展格局,以大通道带动大物流、大物流带动大贸易、大贸易带动大产业。
从昆明到磨憨,这场跨越600多公里的“双向奔赴”恰逢其势,大有可为,也展开了 “四区联动”的发展新畅想。
“四区”优势叠加 共筑高质量发展新格局
思路一变天地宽。自昆明托管磨憨,实现自贸试验区昆明片区、昆明经开区、昆明综合保税区、中老磨憨—磨丁合作区“四区”联动发展以来,“四区”持续发挥政策叠加优势,在促进自身发展,加强园区合作,共促昆滇经济发展方面积极作为,不断探索,共同筑起高质量联动发展新格局。
昆明经开区(自贸试验区昆明片区)与中国老挝磨憨—磨丁经济合作区携手推出10项“跨区通办”事项,着力推动“仓仓联动、一体通关”便利化机制建设,加快跨境物流大通道建设;开展深入交流,就建立政务服务“四区联动”机制达成一致;携手创建云南昆明承接产业转移示范区,促进全区高质量发展;加快研究“四区叠加”实施方案及政策条款,切实发挥好“四区”在产业、政策和区位等方面的叠加优势,不断放大经开和磨憨在中老铁路沿线的“首尾呼应”作用,推进产业互补、资源共享,实现更好发展。昆明综保区则积极探索“四区联动”下的产业链协同发展模式,开展中老铁路“公铁”跨境多式联运,开拓替代种植仓储业务,夯实电子元件、烟草、精密仪器、航材等保税仓储业务。
在“四区”优势叠加的政策红利及政府大力支持下,2022年,昆明经开区主营业务收入超过3000亿元,综合实力在全省开发区中保持领先。昆明综合保税区2022年外贸进出口突破百亿元,初步构建保税物流和保税加工“双轮驱动”、跨境电商和其他保税服务共同发展的“2+1+N”产业布局。中老磨憨—磨丁经济合作区也通过大力开展贸易创新、举行招商引资推介会等实现经济高质量发展。
从投资贸易自由化便利化,到金融服务实体经济,再到政府职能转变,“四区联动”的先行先试和示范带动效应正在不断显现,高质量联动发展新格局正在筑成。
“四区”效能凸显 打造高水平开放新高地
“云南优势在区位,出路在开放。”伴随着中老铁路的正式通车及《区域全面经济伙伴关系协定》(RCEP)的正式生效,云南的发展思路越来越清晰,开放之门越来越大。在此机遇下,自贸试验区昆明片区、昆明经开区、昆明综合保税区、中老磨憨—磨丁经济合作区聚焦“沿边”和“跨境”特色,抢抓RCEP落地生效、国家南向开放、中老铁路通车等战略机遇,不断将“四区”叠加的优势转化为发展优势,打造对外开放新高地。
为更好的融入国家发展战略,发挥“四区”独特优势,2022年以来,昆明综保区加快发展中老铁路业务,以跨境电商为切入点,开展了中老铁路“公铁”跨境多式联运,开拓替代种植仓储业务;并在“公铁”跨境多式联运基础上创新“中老铁路+跨境电商”业务模式,开辟了面向南亚东南亚跨境电商物流新通道,进一步的提升了对外开放活力。
昆明经开区(自贸试验区昆明片区)始终立足“沿边”开放的定位,在“四区联动”的基础上坚持先行先试,并借势中老铁路与RCEP,大力推进与RCEP国家产业园的跨境经济合作,着眼“激发口岸活力、发展口岸经济、建设口岸城市”,发挥区位优势,做好沿边、跨境文章,积极发展跨境贸易、跨境物流、跨境电商和跨境金融,不断扩大对外开放水平,力争成为云南建设面向南亚东南亚辐射中心、昆明建设区域性国际中心城市的先行区。
中国老挝磨憨—磨丁经济合作区则依托磨憨口岸快速增长的货运量,以口岸边民互市贸易交易结算为突破口,吸引进出口企业在磨憨开展跨境结算,鼓励人民币走出去,打造区域金融结算中心。同时大力开展贸易创新,通过建设“边境仓”,积极发展“前店后仓”“前店后厂”等贸易形态,与边境地区加工生产、电商、直播带货、新媒体等行业相结合,创新贸易形态,力争让“四区联动”政策叠加效应转化为立体发展优势。
随着“四区”叠加效应不断增强,对外开放氛围不断加深,“四区”必能抓住机遇、乘势而上,打造新时代改革开放新高地,为中老铁路增添新动能,助力“一带一路”建设。
争发展促开放 “四区”联动发展新格局获中老人士点赞
自贸试验区昆明片区、昆明经开区、昆明综合保税区、中老磨憨—磨丁经济合作区的“四区联动”模式属全国首创,在面临诸多挑战的同时蕴含着巨大能量。当前,在政策红利与区位优势等加持下,“四区联动”的磁场效应已吸引更多、更高层次的优势资源开始整合,带来的硬件联通及政策软件配套,为产业落地、昆滇经济发展、区域合作及中老铁路带来了积极影响,获中老人士齐点赞。
谈及中老铁路开通下的“四区”联动发展优势,一直关注着云南发展的老中合作委员会常务副主席赛萨纳·西提蓬塞萨纳说道:“‘四区’联动发展有助于四个园区通力合作,抢抓中老铁路开通及RCEP生效的历史机遇,建设沿线经济带,形成以‘两头’带‘中间’的高质量发展,在促进云南经济大力发展的同时,也为云南建设面向南亚东南亚辐射中心提供有效载体、有力支撑。”赛萨纳相信,在中老铁路的加持和自身蓄力下,“四区联动”大有可为。
“‘四区联动’对昆明市乃至云南省发展外向型经济具有里程碑式的意义。” 任职于云南省商务厅协调指导处的老挝专家黄维力认为,在以国内大循环为主体、国内国际双循环相互促进的新发展格局下,“四区”政策叠加优势不断释放,构建起昆明与磨憨两地联动发展和对外开放的新格局,加深了云南与老挝多领域交流合作,对昆明市乃至云南省发展外向型经济具有里程碑式的意义。
“‘四区’发展新格局凸显,为侨青赴老挝等东南亚国家创业带来前所未有的机遇。”老挝云南商会会长、云南省侨联青年委员会荣誉会长郑宏重点关注中老铁路开通及“四区”联动发展为侨青赴老挝创业发展带来的机遇。在他看来,随着中老铁路的开通和RCEP生效的双重叠加效应,“四区”发展新格局凸显,有效带动了沿线地区及国家物流、产业、贸易等全方位融合发展,为中国投资者赴老挝等东南亚国家创业带来前所未有的机遇,特别是在绿色农业、加工制造业、旅游业等行业前景广阔。
联动发展,正当其时;融合共赢,气象万千。“四区联动”因中老铁路和昆明托管磨憨而生,又凭借着自身蓄力与联动发展为昆滇经济、中老铁路及区域合作增添新动能。随着“四区”优势叠加效应持续放大,将进一步加快构建协调发展新格局,激发创新发展新动能,奏响开放发展最强音。就如同每天在中老铁路上频繁往返的列车一样,风雨兼程、疾驰前行,驶向更美好的未来。
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2023 —
09/21
15:12
— ແບ່ງປັນ —