ຕະຫຼາດຂາຍເຄື່ອງໃຊ້ໃນປີໃໝ່ມີຄົນຫຼາຍ ບັນຍາກາດຄຶກຄື້ນທີ່ເສຍໄປດົນໄດ້ກັບຄືນມາແລ້ວ

ມາຈາກ:ສະບາຍດີ

1

(ສະບາຍດີ ນັກຂ່າຍສະໜຸກ)ຕະຫຼາດຂາຍເຄື່ອງໃຊ້ໃນປີໃໝ່ມີຄົນຫຼາຍໆ, ພົນລະເມຶອງພວມລຽນແຖວຊຶ້ເຄື່ອງໃຊ້ໃນປີໃໝ່, ເວລາມາມຶເປັນເປົ່າໆ, ເວລາກັບຄືນມືເຕັມໆ...... ໃນໄລຍະຕົ້ນບຸນກຸດຈີນ, ບັນຍາກາດຄຶກຄື້ນຢູ່ຕະຫຼາດຂອງເຂດກວນຕຸ້ພວມເລັ່ງການຟື້ນຟູ.

2

ຕອນເຊົ້າວັນທີ 8 ເດືອນມັງກອນ, ໃນງານວາງສະແດງສິນຄ້າປີໃໝ່ຄຸນມີງຂອງຈີນຄັ້ງທີ 15 ທີ່ຕັ້ງຢູ່ຖະໜົນກວນສາງ, ໄດ້ມີຄົນຈໍານວນຫຼາຍ, ໄດ້ເຫັນມີຫ້ອງວາງສະແດງຫຼາຍຕ້ອງລຽນແຖວຈຶ່ງຊຶ້ໄດ້. ທ່ານຫຼີ ພໍ່ຄ້າຂາຍຊີ້ນໝູທ້ອງຖິ່ນເມືອງສວນເວີຍໄດ້ບອກໃຫ້ນັກຂ່າວວ່າ, "ມື້ນີ້ ພວກເຮົາໄດ້ເອົາໝູ 8 ໂຕມາ, ໝູຂອງພວກເຮົາທັງໝົດແມ່ນລ້ຽງແບບນິເວດວິທະຍາດ້ວຍຕົນເອງ, ຍ້ອນມີຄຸນນະພາບດິ ແລະ ລາຄາຖືກ, ໃນຫຼາຍມື້ມານີ້ຈໍານວນການຂາຍຫຼາຍໂພກ, ມຶ້ນີ້ຄາດວ່າໝູ 8 ໂຕໄດ້ຂາຍໝົດ" .ໃນຮ້ານຄ້າຂາຍຊີນດອງແຫ່ງໜຶ່ງ,ແມ່ຄ້າໄດ້ນຸ່ງເຄື່ອງນຸ່ງຊົນເຜົ່າໜ້ອຍເພື່ອດຶງດູດພົນລະເມຶອງມາຊຶ້ສິນຄ້າ. ໃນຫ້ອງວາງສະແດງເຄື່ອງຕົບແຕ່ງ, ພໍ່ຄ້າກ່າວວ່າເຄື່ອງຕົບແຕ່ງທີ່ມີຮູບກະຕ່າຍເປັນທີ່ນິຍົມຂອງຜູ້ບໍລິໂພກ.

6

ງານວາງສະແດງຄັ້ງນີ້, ເນື້ອທີ່ການສະແດງມີ 15,000 ຕາແມັດ, ຫົວຂໍແມ່ນ"ປີໃໝ່ຈີນລົດຊາດຄຸນມິງ", ໃນຫໍວາງສະແດງໄດ້ຈັດຕັ້ງມີເຂດການສະແດງຕ່າງໆ, ເຊັ່ນ: ເຂດການສະແດງສິນຄ້າຕ່າງປະເທດ, ເຂດການສະແດນສິນຄ້າທີ່ມີຊຶ່ສຽງ ແລະ ຄຸນນະພາບສູງ, ເຂດການສະແດງສິນຄ້າທີ່ມີລັກສະນະພູພຽງ, ເຂດການສະແດງອາຫານສົດ ແລະ ເຂດການສະແດງອາຫານເອກະລັກທ້ອງຖິ່ນ. ຜ່ານການສະແດງ ແລະ ຂາຍສິນຄ້າທີ່ມີລັກສະນະພູພຽງຢູນນານ,  ເຊັ່ນ: ຜະລິດຕະພັນກະສິກໍາ, ຜະລິດຕະພັນເອກະລັກທ້ອງຖິ່ນ, ອາຫານສົດ ແລະ ອື່ນໆ, ເພື່ອສ້າງເວທີການຊຶ້ເຄື່ອງໃຊ້ໃນປີໃໝ່ແບບຜ່ານປະຕູດຽວໃຫ້ພົນລະເມືອງ, ເຮັດໃຫ້ພົນລະເມືອງມີຄວາມຜາສຸກ ແລະ ເບີກບານມ່ວນຊຶື່ນໃນບຸນກຸດຈີນ. ຕາມການແນະນໍາຈາກທ່ານນາງເຊີນລູ້ ຜູ້ຮັບຜິດຊອບຂອງຄະນະກໍາມະການງານວາງສະແດງສິນຄ້າປີໃໝ່ຄຸນມີງຂອງຈີນ, ງານວາງສະແດງຄັ້ງນີ້ເປີດໃນວັນທີ 6 ເດືອນມັງກອນ, ຈະປິດໃນວັນທີ 19 ເດືອນມັງກອນ, ໄລຍະຈັດຂຶ້ນເປັນເວລາ 14 ມື້.ຜູ້ຈັດງານກໍ່ສະແຈ້ງເຕືອນພົນລະເມືອງວ່າ: ຈະໃກ້ມາຮອດບຸນກຸດຈີນ, ຈຳນວນຄົນມາຊື້ເຄື່ອງຈະຫຼາຍຂຶ້ນ, ພົນລະເມືອງໄດ້ໄປຊື້ເຄື່ອງຢູ່ເວລາຄົນບໍ່ຫຼາຍ ແລະ ຮັກສາສຸຂະພາບຂອງຕົນໃຫ້ດີ. 

5

ງານວາງສະແດງສິນຄ້າປີໃໝ່ຄຸນມີງຂອງຈີນໄດ້ຈັດຂຶ້ນ 14 ປີ, ໃນປີ 2007 ມີແຕ່ 300 ກວ່າບໍລິສັດເຂົ້າມາສະແດງສິນຄ້າ ແລະ ແຂກ 100 ພັນເທື່ອຄົນເຂົ້າຮ່ວມ, ຮອດປີ 2020, ໄດ້ຂະຫຍາຍມີ 1300 ກວ່າບໍລິສັດເຂົ້າມາສະແດງສິນຄ້າ, ເນື້ອທີ່ການສະແດງເກີນ 70,000 ຕາແມັດ, ມີແຂກຫຼາຍກວ່າ 11 ແສນເທື່ອຄົນ, ພ້ອມຊຸກຍູ້ການບໍລິໂພກດ້ານການຂົນສົ່ງ, ໂຮງແຮມ, ການທ່ອງທ່ຽວ,ການຊື້ເຄື່ອງຊຸບເປີມາເກັດ, ສະໜາມຈອດລົດ ແລະ ຂະແໜງການກ່ຽວຂ້ອງໄດ້ເກີນສິບລ້ານຢວນ, ກາຍເປັນຕົວແທນຂອງງານວາງສະແດງສິນຄ້າໃຊ້ໃນບຸນຢູ່ພາກຕາເວັນຕົກສຽງໃຕ້ປະເທດຈີນ, ເຊິ່ງເປັນໜຶ່ງໃນງານວາງສະແດງທີ່ສໍາຄັນຂອງແຂວງທີ່ໄດ້ຮັບການຊີ້ນໍາ ແລະ ສະໜັບສະໜູນຈາກກະຊວງການຄ້າໃນຂົງເຂດການຄ້າພາຍໃນປະເທດຈີນ.

47

1

年货街人头攒动,市民排队买年货,空手而来,满载而归……新年伊始,昆明官渡的消费市场在寒冬腊月里正在加速回暖。

2

1月8日一大早,位于关上片区的第十五届中国昆明新春购物博览会现场,这里已经是人流如织、比肩接踵,不少商家都出现了排队购买的现象。“我们今天准备了8头猪,我们的猪都是自己生态饲养的,由于猪肉品质不错,价格也非常实惠,这几天销量都非常好,今天8头猪应该可以全部卖完。”一家销售宣威土猪肉的老板李先生告诉记者。另一家销售腌制肉类的商户特意穿上了民族服装,吸引不少市民前来购买。另一家卖装饰品的展厅里,商户说带有兔元素的商品格外受消费者青睐。

6

“本届展会展览面积达到15000平,以“春城味中国年”为主题,展会设有境外展区、名特优展区、高原特色展区、生鲜、各地特色传统小吃等展区。通过重点展示和销售云南高原特色的农产品、地方土特产、瓜果生鲜等商品,为市民提供一个集中置办年货的一站式购物平台,让市民过一个有烟火气息、欢乐祥和的新春佳节。”据中国昆明新春购物博览会组委会相关负责人沈璐介绍,展览于1月6日开幕,于1月19日闭幕,为期14天。主办方也提醒市民:临近过年,前来购物的人流高峰也会随之到来,市民可以错峰购买,做好自身防护。

5

中国昆明新春购物博览会历经十四年,由最初2007年300余家参展商,观众10万人次,发展到2020年参展商1300余家,展览面积超过7万平方米,观众超110万人次,同时带动了运输物流、酒店住宿、餐饮旅游、超市购物、停车场等相关产业的消费超过上千万元,成为我国西南地区节庆消费品盛会的风向标,是国家商务部内贸领域重点引导和支持的省内重要展会之一。

4

7

[ບັນນາທິການ:ສະໜຸກ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:XuTing]

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2023

01/18

10:54

ແບ່ງປັນ

ແປ
翻译