ຂະບວນລົດໄຟສາກົນຂອງທາງລົດໄຟລາວ-ຈີນ (ຊີກົ່ງ-ວຽງຈັນ) ເລີ່ມດຳເນີນການແລ້ວ

ມາຈາກ:ສະບາຍດີ

微信图片_20221221112739

ສະບາຍດີ ນັກຂ່າວສຸດໃຈ)ໃນວັນທີ 19 ທັນວານີ້, ນັກຂ່າວໄດ້ຮັບຮູ້ຈາກສະຖານີກວດກາດ່ານຂາເຂົ້າ-ຂາອອກຊາຍແດນບໍ່ຫານວ່າ, ວັນທີ 18 ທັນວານີ້, ຂະບວນລົດໄຟສາກົນຂອງທາງລົດໄຟລາວ-ຈີນຖ້ຽວທຳອິດໄດ້ເດີນທາງຈາກເມືອງຊີກົ່ງແຂວງເສສວນ ໄດ້ຜ່ານສະຖານີກວດກາຊາຍແດນບໍ່ຫານ ພາຍຫຼັງທີ່ຕຳຫຼວດກວດກາແລ້ວ, ລົດໄຟດັ່ງກ່າວໄດ້ອອກເດີນທາງໄປປະເທດລາວ.

ເວລາ 10 ໂມງ 40 ນາທີຂອງວັນທີ 15 ທັນວານີ້, ຂະບວນລົດໄຟສາກົນ ຈື້ກົ້ງ-ວຽງຈັນ ຂອງທາງລົດໄຟລາວ-ຈີນ ໄດ້ບັນທຸກເຄື່ອງໄຟຟ້າໃຊ້ໃນເຮືອນຕ່າງໆ, ເຊັ່ນ: ຕູ້ເຢັນ, ແອເຢັນ, ຈັກຊັກເຄື່ອງແລະອື່ນໆ ພ້ອມດ້ວຍຄ້ອນຕີໄຟຟ້າ ແລະເຄື່ອງໃຊ້ກົນຈັກອື່ນໆລວມທັງໝົດ ຂະໜາດ 40 ຟຸດ 25 ຕູ້ຄອນເທນເນີ, ໄດ້ເດີນທາງອອກຈາກສະຖານີລົດໄຟພາກໃຕ້ນະຄອນຈື້ກົ້ງແຂວງເສສວນຈີນ, ລວມມູນຄ່າປະມານ 3.4 ລ້ານຢວນ. ນີ້ແມ່ນຂະບວນລົດໄຟສາກົນຈື້ກົ້ງ-ວຽງຈັນຖ້ຽວທຳອິດຂອງທາງລົດໄຟລາວ-ຈີນ.ຂະບວນລົດໄຟດັ່ງກ່າວໄປຮອດນະຄອນຫຼວງວຽງຈັນຂອງລາວ, ແລ້ວຂົນສົ່ງຕໍ່ສິນຄ້າຕ່າງໆດ້ວຍລົດໄຟຫຼືລົດຍົນໄປສູ່ປະເທດສະມາຊິກອາຊຽນເຊັ່ນ: ຫວຽດນາມ, ໄທ, ມຽນມາ, ກຳປູເຈຍແລະອື່ນໆ, ເຊິ່ງຈະເປີດກວ້າງຕະຫຼາດຈຳໜ່າຍສິນຄ້າຂອງນະຄອນຈື້ກົ້ງ, ເຊິງຕູ່ແລະຈົງກິ່ງ ຢູ່ອາຊີໃຕ້ແລະອາຊີຕາເວັນອອກສຽງໃຕ້ຢ່າງກວ້າງຂວາງ.

ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງສະຖານີກວດກາດ່ານບໍ່ຫານໃຫ້ຮູ້ວ່າ: ໃນໄລຍະຕໍ່ໄປ, ສະຖານີດັ່ງກ່າວຈະວາງແຜນເປັນເອກະພາບກັນໃນການປ້ອງກັນພະຍາດໂຄວິດ-19ໃຫ້ດີກວ່າເກົ່າ ແລະ ການພັດທະນາເສດຖະກິດ-ສັງຄົມ, ແລະ ຕັ້ງໜ້າຊ່ວຍເຫຼືອວິສາຫະກິດຟື້ນຟູການເຮັດວຽກແລະການຜະລິດ.

微信图片_20221221112735

微信图片_20221221112739

记者19日从磨憨出入境边防检查站获悉,18日,四川自贡开行的首趟中老国际班列在经过磨憨边检站铁路口岸执勤队民警查验后,发车驶向老挝。

12月15日10时40分,载有冰箱、空调、洗衣机等家用电器、电锤等机械设备的中老铁路(自贡—万象)国际班列,共25个40英尺集装箱,从中国四川省自贡火车站南站出发,货值约340万元人民。这是自贡开行的首趟中老国际班列,该批货物到达老挝万象后可接驳铁路或汽运通达越南、泰国、缅甸、束埔寨等国家,将极大拓展自贡和成渝地区货物在南亚东南亚地区的销售市场。

磨憨出入境边防检查站相关负责人表示,下一步该站将更好统筹疫情防控和经济社会发展,积极助力企业复工复产。(中新网 记者钟九生)

微信图片_20221221112735


[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

12/21

11:34

ແບ່ງປັນ

ແປ
翻译