ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວຄຳປະເສີດ)"ລະວັງລົດໄຟຂາເຂົ້າ"ໂດຍມີການແຈ້ງເຕືອນການປະຕິບັດງານຈາກວິດີໂອເຝົ້າລະວັງຂອງດ່ານພາສີທາງລົດໄຟຢູ່ເມືອງ ບໍ່ຫານ,ລົດໄຟຂົນສົ່ງສິນຄ້າສາກົນ "ລ້ານຊ້າງ-ແມ່ນ້ຳຂອງ" ຈາກນະຄອນຫຼວງວຽງຈັນ ສປປ ລາວ ທີ່ບັນທຸກໝາກນັດແຫ້ງ ແລະ ສິນຄ້າອື່ນໆໄດ້ເຂົ້າສູ່ເຂດກວດກາພາສີຂອງດ່ານພາສີຢ່າງຊ້າໆ.ອຸປະກອນກວດກາຕູ້ຄອນເທນເນີຂະໜາດໃຫຍ່ທາງລົດໄຟ H986 ທີ່ຕັ້ງຢູ່ສອງຂ້າງຂອງທາງລົດໄຟຕໍ່ໜ້າອຸໂມງມິດຕະພາບທາງລົດໄຟຈີນ-ລາວ ໄດ້ເລີ່ມປະຕິບັດການອັດຕະໂນມັດ,ຕູ້ຄອນເທນເນີທີ່ບັນທຸກໂດຍລົດໄຟໄດ້ຖືກສະແກນອັດຕະໂນມັດໃນຂະນະທີ່ລົດໄຟເຄື່ອນທີ່ເປັນປົກກະຕິ.
ຢູ່ສະຖານີສູນກາງນະຄອນຄຸນໝິງຂອງບໍລິສັດທາງລົດໄຟຈີນຮ່ວມກັບຕູ້ຄອນເທນເນີສາກົນ ຈຳກັດ,ພະນັກງານທີ່ດ່ານພາສີສູນກາງຢຸນນານ ແລະ ພະນັກງານທີ່ພາກສ່ານທາງລົດໄຟຢູ່ສະຖານີໄດ້ເອົາໃຈໃສ່ກັບການກວດກາຜ່ານດ່ານພາສີຕາມເວລາຕົວຈິງຂອງລົດໄຟ.ຂະບວນນີ້ຮັບຮອງເອົາຮູບແບບ "ທາງລົດໄຟຜ່ານດ່ານພາສີດ່ວນ" ຕະຫຼອດຂະບວນການທັງຫມົດ.
ຕາມສະຖິຕິຂອງດ່ານພາສີຄຸນໝິງ,31 ແຂວງພາຍໃນປະເທດຈີນ(ເຂດ ແລະ ນະຄອນເມືອງ)ໄດ້ເປີດເສັ້ນທາງລົດໄຟຂົນສົ່ງສິນຄ້າສາກົນຈີນ-ລາວ.ທາງລົດໄຟຈີນ-ລາວໄດ້ເຊື່ອມຕໍ່ກັບແລວທາງບົກ-ທະເລຕາເວັນຕົກໃໝ່ ແລະ ທາງລົດໄຟຈີນ-ເອີລົບ ແລະ ໄດ້ຂົນສົ່ງສິນຄ້າໄປ 10 ກວ່າປະເທດຕາມ"ໜຶ່ງແລວທາງໜຶ່ງເສັ້ນທາງ"ເຊັ່ນລາວ,ໄທ,ສິງກະໂປ ແລະ ຣັດເຊຍ.
(昆明信息港综合整理)“有入境列车请注意!”随着磨憨铁路口岸海关视频监控室内传来作业提示,一列从老挝万象发车、满载着菠萝干等货物的“澜湄快线”中老铁路国际货物列车缓缓驶入海关前置拦截作业区。位于中老铁路友谊隧道口前方铁轨两侧的H986铁路大型集装箱检查设备启动自动化运行,在列车正常行进的同时对列车运载的集装箱进行了自动扫描。
在中铁联集昆明中心站内,滇中海关关员与场站的铁路部门工作人员正密切关注该列列车的实时通关情况。该列列车全程采用海关‘铁路快速通关’模式。
昆明海关统计,目前国内31个省(区、市)已开行中老铁路国际货物列车,中老铁路已与西部陆海新通道、中欧班列等实现连接,货物运往老挝、泰国、新加坡、俄罗斯等10多个“一带一路”沿线国家。
[ບັນນາທິການ:ຄຳປະເສີດ]
[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]
ທາງລົດໄຟຈີນ-ລາວເຊື່ອມຕໍ່ມິດຕະພາບ
ສະບາຍດີ2022-10-09
ທາງລົດໄຟລາວ-ຈີນໄດ້ເປີດການບໍລິການເປັນເວລາ 10 ເດືອນ ຂໍ້ມູນຫຼາຍລາຍການໄດ້ສ້າງສະຖິຕິໃໝ່
ສະບາຍດີ2022-10-08
ຈີນ-ລາວຮ່ວມກັນຈັດການຝຶກສ້ອມສຸກເສີນຄວາມປອດໄພຂອງທາງລົດໄຟຈີນ-ລາວ
ສະບາຍດີ2022-09-28
ໃນລະດູເກັບກ່ຽວອຸດດົມສົມບູນ ທ່ຽວຊົມທິວທັດສີທອງຂອງເສັ້ນທາງລົດໄຟລາວ-ຈີນ
ສະບາຍດີ2022-09-14
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
互联网新闻信息服务许可证:53120170004 增值电信业务经营许可证(ICP):滇B2-20090009-1
Copyright @Kunming Information Hub 2022. All Rights Reserved