ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວສຸດໃຈ)ເວລາບໍ່ດົນມານີ້, ກະຊວງອຸດສາຫະກຳແລະຂໍ້ມູນຂ່າວສານໄດ້ປະກາດລາຍຊື່ໂຄງການສາທິດທົດລອງສຳລັບການພັດທະນາອຸດສາຫະກຳຂໍ້ມູນຂະຫນາດໃຫຍ່ໃນປີ 2022. ຫົກໂຄງການຈາກແຂວງຢຸນນານຖືກຄັດເລືອກໃນຄັ້ງນີ້ເຊິ່ງກວມເອົາການນຳໃຊ້ຂໍ້ມູນຂະໜາດໃຫຍ່ໃນຂະແໜງການກະສິກຳ,ອຸດສາຫະກຳ,ພະລັງງານ,ການສຶກສາ,ການທ່ອງທ່ຽວແລະຂະແໜງການອື່ນໆເຊິ່ງຜ່ານການສ້າງສາທິດດ້ານມາດຕະຖານແລະນຳທິດທາງດ້ວຍການກຳນົດສະເພາະ, ຈະຊ່ວຍຊຸກຍູ້ການພັດທະນາອຸດສາຫະກຳຂໍ້ມູນຂະໜາດໃຫຍ່ຂອງແຂວງຢຸນນານໃຫ້ໄວຂຶ້ນ.
ໃນຊຸມປີມໍ່ໆມານີ້, ພະແນກອຸດສາຫະກຳແລະຂໍ້ມູນຂ່າວສານແຂວງຢຸນນານໄດ້ສົ່ງເສີມການພັດທະນາອຸດ ສາຫະກຳຂໍ້ມູນຂະຫນາດໃຫຍ່ໃນຫຼາຍຮູບແບບແລະຫຼາຍຊ່ອງທາງ, ສົ່ງເສີມການເຊື່ອມໂຍງ, ການນຳໃຊ້ແລະການຈັດຕັ້ງປະຕີບັດຂໍ້ມູນຂະຫນາດໃຫຍ່ໃນຂະແຫນງການ ແລະ ຂົງເຂດທີ່ສໍາຄັນເຊັ່ນ: ຂະແໜງການຜະລິດ, ການແພດ ການປິ່ນປົວ, ການທ່ອງທ່ຽວ, ກະສິກຳ, ພະລັງງານ, ການຂົນສົ່ງ ແລະ ການສຶກສາ ໃນແຂວງຢຸນນານ, ແລະເລັ່ງລັດການຄົ້ນຄ້ວາ ແລະ ການປະດິດສ້າງໃໝ່ໃນແຜນການແກ້ໄຂ ແລະ ຜະລີຕະພັນຂອງຂອດການຜະລິດ, ການເກັບລວບລວມ, ການເກັບຮັກສາ, ການປຸງແຕ່ງ, ການວິເຄາະ, ການບໍລິການ, ຄວາມປອດໄພຂອງຂໍ້ມູນຂະຫນາດໃຫຍ່ໃນແບບທ້ອງຖິ່ນ. ດຳເນີນການສຳຫຼວດຄົ້ນຄ້ວາແລະແລກປ່ຽນບົດຮຽນກັບວິສາຫະກິດທີ່ສຳຄັນ, ປຶກສາຫາລືກັບວິສາຫະກິດຢ່າງເລິກເຊິ່ງ, ຖ່າຍທອດແນວຄວາມຄິດ ແລະ ນະໂຍບາຍກ່ຽວກັບການພັດທະນາອຸດສາຫະກຳຂໍ້ມູນໃຫຍ່ຂອງປະເທດຊາດແລະແຂວງຢຸນນານໃຫ້ແກ່ວິສາຫະກິດຢ່າງມີປະສິດທິຜົນ, ແລະຊີ້ນຳວິສາຫະກິດດຳເນີນໂຄງການການແຈ້ງຢ່າງມີປະສິດທິຜົນ, ສົມທົບກັບສະຖານະການພື້ນຖານຂອງໂຄງການ, ເນັ້ນຄຸນລັກສະນະແລະຂໍ້ທ່າແຮງຂອງໂຄງການ, ແລະດໍາເນີນການຄົ້ນຄ້ວາໃນແບບສາທິດ ແບບປະດິດສ້າງໃໝ່ ແລະ ແບບເຜີຍແຜ່ໃຫ້ກ້ວາງອອກ.
ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງພະແນກອຸດສາຫະກຳແລະຂໍ້ມູນຂ່າວສານແຂວງຢຸນນານ ກ່າວວ່າ,ບົນພື້ນຖານການສືບຕໍ່ເຮັດວຽກທີ່ດີໃນຈຸດການທົດລອງຂອງອຸດສາຫະກຳຂໍ້ມູນຂະຫນາດໃຫຍ່ລະດັບຊາດແລະ ລະດັບແຂວງ, ຍັງຈະເຊື່ອມໂຍງພະແນກທີ່ກ່ຽວຂ້ອງສຸມໃສ່ການປູກແລະກໍ່ສ້າງສູນຂໍ້ມູນຂະຫນາດໃຫຍ່ເປັນລະດັບຂະແໜງການ, ສ້າງຄູ່ມືການກໍ່ສ້າງສູນຂໍ້ມູນຂະຫນາດໃຫຍ່, ຊຸກຍູ້ຂໍ້ມູນຂອງອຸດສາຫະກໍາໃຫ້ສະສົມໄປເຖິງວິສາຫະກິດຊັ້ນນໍາໃນອຸດສາຫະກໍາ, ແລະເລັ່ງຂະບວນການພັດທະນາດ້ານຂໍ້ມູນອຸດສາຫະກໍາ. ໂດຍຜ່ານການສະສົມ ແລະ ເປີດກວ້າງຂໍ້ມູນຂອງຂະແໜງການ ແລະການປະດິດສ້າງຜະລິດຕະພັນໃນການນຳໃຊ້, ປະຕິບັດການຊຸກຍູ້ການຫັນປ່ຽນແບບຂໍ້ມູນຂ່າວສານ, ບຳລຸງສ້າງນິເວດຂອງຂະແໜງການທີ່ປິ່ນອ້ອມຂໍ້ມູນຂະໜາດໃຫຍ່, ນຳພາການພັດທະນາຂໍ້ມູນຂະໜາດໃຫຍ່ທີ່ມີຮູບແບບໃຫມ່ ແລະ ຮູບແບບຂະແໜງການໃໝ່, ຊຸກຍູ້ການພັດທະນາຮ່ວມກັນຂອງວິສາຫະກິດນຳໜ້າ ແລະ ວິສາຫະກິດຂະໜາດກາງ ແລະ ນ້ອຍທີ່ພາຍໃນຂະແໜງອຸດສາຫະກຳ, ແລະຄົ້ນຫ້າກໍ່ສ້າງສູນແລກປ່ຽນຂໍ້ມູນຂອງອຸດສາຫະກຳ, ປະດິດສ້າງໃຫມ່ຮູບແບບທຸລະກິດດ້ານການຄ້າ, ການແລກປ່ຽນແລະການໄຫຼວຽນຂອງຕະຫຼາດດ້ວຍຂໍ້ມູນ, ແລະສົ່ງເສີມການຈັດສັນແບບຕະຫຼາດຂອງປັດໄຈສຳຄັນດ້ານຂໍ້ມູນ.
近日,工业和信息化部公布2022年大数据产业发展试点示范项目名单,云南6个项目成功入选,项目涵盖农业、工业、能源、教育、旅游等行业和领域的大数据典型应用,通过标杆示范和典型引路,将有助于带动云南省大数据产业加速发展。
近年来,省工业和信息化厅多维度多途径推动大数据产业发展,全面推进大数据在云南省制造业、医疗、旅游、农业、能源、交通、教育等重点行业领域的融合应用及场景落地,加快本地化大数据生成、采集、存储、加工、分析、服务、安全等环节的产品及解决方案研发。对重点企业进行实地调研和交流座谈,深入企业问诊把脉,把国家和云南省大数据产业发展相关政策和思路传达到位,切实指导企业做好项目申报,并结合项目基本情况,突出项目特色和优势,对示范性、创新性和可推广性等进行多维度研判。
省工业和信息化厅相关负责人表示,在继续做好国家和省级大数据产业试点示范工作的基础上,将联合相关部门着力培育打造一批行业级大数据中心,制定行业级大数据中心建设指南,推动行业数据加速向行业龙头企业集聚,加快行业数据开放开发进程。通过行业级数据的汇聚、开放和创新应用,切实推动全行业数字化转型,培育围绕行业大数据的产业生态,引导大数据开发应用的新模式、新业态,带动行业内头部企业和中小企业的协同发展,进而探索行业数据交易交换中心建设,创新数据市场交易、交换、流通的商业模式,推动数据要素市场化配置。(云南日报 记者胡晓蓉)
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
09/19
11:15
— ແບ່ງປັນ —