ມາຈາກ:ສະບາຍດີ
(ສະບາຍດີ ນັກຂ່າວຄຳປະເສີດ)ເມື່ອບໍ່ດົນມານີ້,ບໍລິສັດ ຕິກຕ໋ອກ ໄດ້ເປີດເຜີຍບົດລາຍງານຂໍ້ມູນທີ່ສະແດງໃຫ້ເຫັນວ່າ, ແຕ່ວັນທີ 30 ສິງຫາ ຫາ ວັນທີ 5 ກັນຍານີ້,ໂຄງການຊ່ວຍເຫຼືອດ້ານກະສິກຳຂອງບໍລິສັດ ຕິກຕ໋ອກ ໄດ້ຊ່ວຍໃຫ້ຜະລິດຕະພັນກະສິກຳຂອງແຂວງຢຸນນານ 3,22 ລ້ານໃບສັ່ງຈອງຂາຍໃນທົ່ວປະເທດ.ໃນນັ້ນ,ບັນດາຜະລິດຕະພັນກະສິກຳພິເສດເຊັ່ນ:ເຂົ້າໜົມດອກໄມ້ ແລະ ຕົ້ນໄມ້ຂຽວໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ບໍລິໂພກ.
ວັນທີ 29 ສິງຫານີ້,ພາຍໃຕ້ການຊີ້ນຳຂອງພະແນກການຄ້າແຂວງ,ພະແນກກະສິກຳ ແລະ ຊົນນະບົດແຂວງຢຸນນານ ແລະ ຄະນະບໍລິຫານງານສູນກາງຊາວໜຸ່ມກອມມູນິດຢຸນນານໄດ້ດຳເນີນໂຄງການ"ຜະລິດຕະພັນທີ່ນິຍົມທີ່ສຸດຂອງເຂດພູດອຍ"ຂອງຕິກຕ໋ອກເພື່ອຊ່ວຍເຫຼືອຊາວກະສິກອນໄດ້ເປີດຕົວຢູ່ແຂວງຢຸນນານ,ຊ່ວຍໃຫ້ຜະລິດຕະພັນຢຸນນານອອກຈາກແຂວງຢຸນນານໂດຍຜ່ານວິດີໂອສັ້ນ,ການອອກອາກາດສົດແລະຮູບແບບອື່ນໆ.ເວທີໄດ້ສຸມໃສ່ດອກໄມ້ຢຸນນານ,ຊາຢຸນນານ,ໝາກໄມ້ຢຸນນານ,ກາເຟຢຸນນານ,ເຫັດຢຸນນານແລະອຸດສາຫະກຳລັກສະນະອື່ນໆ,ແນະນຳຜະລິດຕະພັນກະສິກຳພິເສດຂອງແຂວງຢຸນນານເຊັ່ນ: ດອກໄມ້ແລະຕົ້ນໄມ້ສີຂຽວ,ເຂົ້າໜົມດອກໄມ້ ,ຊາເມືອງພູເຮີ,ໝາກພິລາເມືອງເໝັງຊີ,ເຕົ້າຫູ້ເມືອງສິດພິນ, ກາເຟເມືອງບົວຊານ,ແກງເຫັດແລະອື່ນໆຊ່ວຍເປີດຕະຫຼາດຜູ້ບໍລິໂພກໃຫມ່.
ໃນລະຫວ່າງວັນທີ 30 ສິງຫາ ຫາ ວັນທີ 5 ກັນຍານີ້,ສິນຄ້າກະສິກຳຂອງແຂວງຢຸນນານກວ່າ 60,000 ຊະນິດໄດ້ຈັດຂຶ້ນຢູ່ເວທີ,ໃນນັ້ນ,ຍອດຂາຍເຂົ້າໜົມດອກໄມ້ເປັນອັນດັບໜຶ່ງ.ນໍ້າຕານແກ້ວທີ່ເຮັດດ້ວຍມື,ຕົ້ນໄມ້ສີຂຽວ,ມັນເຜືອກ ແລະ ໝາກພິລານະຄອນລີ້ຈ່າງຍັງເປັນທີ່ນິຍົມຫຼາຍ, ຢູ່ໃນອັນດັບຕົ້ນໆຂອງລາຍການຂາຍ.ຜູ້ບໍລິໂພກຈາກນະຄອນສົງຊີນຊື້ຫຼາຍທີ່ສຸດຮອງລົງມາແມ່ນນະຄອນຊຽງໄຮ້,ນະຄອນຄຸນໝິງ,ນະຄອນຊຽງຕູ ແລະ ນະຄອນຫາງໂຈວ.
记者日前从省商务厅获悉,近期,抖音电商发布数据报告显示,自8月30日至9月5日,抖音电商“山货上头条”助农项目助力322万单云南农特产品销往全国,其中鲜花饼、多肉绿植等特色农产品尤其受到消费者青睐。
8月29日,在省商务厅、省农业农村厅、共青团云南省委指导下,抖音电商“山货上头条”助农项目在云南启动,以短视频、直播等模式助力云品出滇。平台聚焦云花、云茶、云果、云咖、云菌等特色产业,推介鲜花绿植、鲜花饼、普洱茶、蒙自石榴、石屏豆腐、保山咖啡、菌汤包等云南特产,助其开拓新的消费市场。
8月30日至9月5日活动期间,平台共上线6万多款云南农产品,其中鲜花饼销售额位列首位。手工老冰糖、多肉植物、芋头、丽江石榴也颇受欢迎,位居销售榜前列。从购买端看,来自重庆的消费者下单最多,上海、昆明、成都和杭州消费者紧随其后。(云南网 记者韩成圆)
ອັດຕາການເປັນແບບໂຕເມືອງຂອງແຂວງຢຸນນານໄດ້ລື່ນກາຍ 51%
ສະບາຍດີ2022-09-09
ໃນ 7 ເດືອນຕົ້ນປີນີ້ ວິສາຫະກິດທຶນຕ່າງປະເທດ 177 ແຫ່ງໄດ້ສ້າງຕັ້ງຂຶ້ນຢູ່ແຂວງຢຸນນານ
ສະບາຍດີ2022-09-06
ທາງລົດໄຟຈີນ-ລາວໄດ້ເປີດແລະດຳເນີນໃນໄລຍະ 9 ເດືອນ ມູນຄ່າການຂົນສົ່ງສາກົນລື່ນກາຍ 10 ຕື້ຢວນເປັນຄັ້ງທຳອິດ
ສະບາຍດີ2022-09-05
ເວທີປາໄສການສົ່ງເສີມການກໍ່ສ້າງສີວິໄລນິເວດທົ່ວໂລກ (ທະເລສາບເຮີໄຫ)ປີ 2022 ໄດ້ຈັດຂຶ້ນ
ສະບາຍດີ2022-08-31
ອັດຕາແລກປ່ຽນໃນມື້ນີ້:
1CNY = LAK
— 2022 —
09/14
16:58
— ແບ່ງປັນ —