ເຄື່ອງປັ້ນດິນເຜົາບູຮານສີດຳໃນເຂດປົກຄອງຕົນເອງ ເຈີ້ນຢວນ ແຂວງຢູນນານ : ສິລະປະຂອງດິນແລະໄຟ, ມະນີຂອງກຳລັງແລະຄວາມງາມ

ມາຈາກ:ສະບາຍດີ

(ສະບາຍດີ ນັກຂ່າວສຸດໃຈ) ເຄື່ອງປັ້ນດິນເຜົາບູຮານສີດຳ  ເຈີ້ນຢວນຖືກຍ້ອງຍໍເປັນ "ສິລະປະຂອງດິນແລະໄຟ, ມະນີຂອງກຳລັງແລະຄວາມງາມ".ຫັດຖະກຳດັ່ງກ່າວມີປະຫວັດສາດມາເປັນເວລາ 400 ກວ່າປີຢູ່ເຂດປົກຄອງຕົນເອງເຜົ່າຢີ ເຜົ່າຮານີ ເຜົ່າລາກູ ຕະແສງເຈີ້ນຢວນ, ເມືອງພູເອີ, ແຂວງຢຸນນານ.

ເດືອນພະຈິກປີ 2009, ທັກສະການຜະລິດເຄື່ອງປັ້ນດິນເຜົາບູຮານສີດໍາເຈີ້ນຢວນ ຖືກກໍານົດເປັນມໍລະດົກດ້ານວັດທະນະທໍາຊຸດທີສອງຂອງແຂວງຢູນນານ, ຜະລິດຕະພັນເຄື່ອງປັ້ນດິນເຜົາບູຮານສີດໍາແມ່ນມີລັກສະນະແບບທຳມະຊາດ, ປານີດບັນຈົງ ແລະ ສວຍງາມ, ໄດ້ຮັບຄວາມຮັກຈາກມະຫາຊົນ.

1310639792_16573578472321n

ທ່ານ ຊູຊີ້ຈູ ອາຍຸ 54 ປີ ໄດ້ເຮັດວຽກຢູ່ໂຮງງານໃນເມື່ອອາຍຸ 18 ປີ, ໃນປີ 2014, ລາວໄດ້ກາຍເປັນຜູ້ສືບທອດໂຄງການມໍລະດົກດ້ານວັດທະນະທຳຂັ້ນແຂວງ.ໂດຍຜ່ານການປະຕິບັດແລະການປະດິດຄິດແຕ່ງດ້ານສິລະປະເປັນຫຼາຍພັນເທື່ອ, ທ່ານ ຊູຊີ້ຈູ ສືບທອດ ແລະ ຜັນຂະຫຍາຍທັກສະການຜະລິດເຄື່ອງປັ້ນດິນເຜົາບູຮານສີດຳ, ເຮັດໃຫ້ມັນມີຈຸດພິເສດຂອງທ້ອງຖິ່ນທີ່ເປັນເອກະລັກສະເພາະ ແລະ ມີຮູບແບບສິລະປະແບບທຳມະຊາດ.

1310639792_16573578472301n

ຕາມທັດສະນະຂອງ ຊູຊີ້ຈູ , ເຄື່ອງປັ້ນດິນເຜົາບູຮານສີດຳໃນປະຈຸບັນນີ້ ບໍ່ພຽງແຕ່ແມ່ນເຄື່ອງຫັດຖະກຳເທົ່ານັ້ນ, ຍັງແມ່ນຄວາມຍຶດໝັ້ນ ແລະ ທ່າທີຂອງຊີວິດອີກດ້ວຍ.

1310639792_16573578472311n

ໂດຍຜ່ານການຂຸດຄົ້ນແລະພັດທະນາເປັນເວລາຍາວນານ, ເຄື່ອງປັ້ນດິນເຜົາສີດຳໃນປະຈຸບັນຍັງຄົງສືບຕໍ່ກຳມະວິທີການຜະລິດເຄື່ອງປັ້ນດິນເຜົາສີດຳຂອງບັນພະບຸລຸດ, ສືບທອດວັດທະນະທຳຊົນເຜົ່າທີ່ເປັນມູນເຊື້ອ, ແລະເຊື່ອມໂຍງເຕັກນິກສະແດງວັດທະນະທຳ ແລະ ສິລະປະທີ່ທັນສະໄໝ, ມັນໄດ້ກາຍເປັນຜະລິດຕະພັນດ້ານວັດທະນະທໍາທິ່ມີລັກສະນະສືບທອດແລະນະວັດຕະກໍາທີ່ສຸດຂອງເຂດເຈີ້ນຢວນ.

镇沅黑古陶被誉为“土与火的艺术,力与美的结晶”,制作技艺在云南省普洱市镇沅彝族哈尼族拉祜族自治县已有400多年的历史。

2009年11月,镇沅黑古陶生产技艺被确定为云南省第二批非物质文化遗产,黑古陶产品古朴自然,精致美观,深受广大群众喜爱。

1310639792_16573578472321n

今年54岁的徐世菊18岁入厂当学徒,2014年成为省级非物质文化遗产项目代表性传承人。经过成千上万次的实践和艺术创作,徐世菊将黑古陶技艺继承和发扬,使其具有鲜明独特的地方特色和古朴的艺术风格。

1310639792_16573578472301n

在徐世菊看来,如今的黑古陶不仅仅是一件工艺品,更是一种坚持、一种对生活的态度。

1310639792_16573578472311n

经过长期探索和研制,今天的镇沅黑古陶延续着祖先的古法黑陶烧制工艺,传承传统民族文化,融合了现代艺术和文化表现手法,已经成为镇沅最具传承和创新特色的文化精品。

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

07/11

17:16

ແບ່ງປັນ

ແປ
翻译