ນ້ຳຕົກຕາດແສ້ຢູ່ຫຼວງພະບາງເປັນສະຖານທີ່ສາມາດຫນີຈາກຄວາມຮ້ອນໃນລະດູຮ້ອນ

ມາຈາກ:Website for Tourism Luangprabang


微信图片_20220610171751

微信图片_20220610171755

ພາບລວມ

ນໍ້າຕົກຕາດແສ້ ມີລັກສະນະເປັນນ້ໍ້າຕົກຂະໜາດນ້ອຍເປັນຊັ້ນໆ. ພື້ນທີ່ອ້ອມຮອບນໍ້າຕົກມີພື້ນທີ່ ທີ່ຖືກສ້າງຂື້ນມາໃໝ່ ທີ່ແຕກຕ່າງຈາກນໍ້າຕົກຕາດກວາງຊີ ແລະມີດາດຟ້າຂ້າມນໍ້າຕົກ ທີ່ທ່ານສາມາດພັກຜ່ອນໄດ້ ແລະມ່ວນຊື່ນໄປກັບສຽງຂອງນໍ້າຕົກ, ພ້ອມນີ້ຢູ່ໃກ້ໆກັນຍັງມີແຄ້ມຊ້າງໃຫ້ນັກທ່ອງທ່ຽວໄປທ່ຽວຊົມ, ໃຫ້ອາຫານຊ້າງ ແລະຂີ່ຊ້າງໄດ້.

微信图片_20220610171800

ເວລາເປີດ-ປິດ

ນໍ້າຕົກຕາດແສ້ ເປີດໃຫ້ບໍລິການທຸກວັນເວລາ: 8.00 – 17.00 ໂມງ

ຄ່າເຂົ້າຊົມ: 20.000 ກີບຕໍ່ຄົນ (ອາຍຸຕໍ່າກວ່າ 8 ປີ, ເຂົ້າຊົມຟຣີ)

微信图片_20220610171806

ການເຂົ້າເຖິງ

ກ່ອນຈະໄປຮອດໄປເຖິງນໍ້າຕົກຕາດແສ້, ທ່ານຕ້ອງໄດ້ຂີ່ລົດຈາກຕົວເມືອງເພື່ອອອກໄປ ໄລຍະທາງປະມານ 14 ກິໂລ ແມັດ ແລະເດີນທາງດ້ວຍເຮືອໄປຫານໍ້າຕົກຕາດ ໃນເວລາປະມານ 8 ນາທີ, ນອກຈາກນັ້ນ, ທ່ານສາມາດຂີ່ລົດຖີບໄດ້ໃນເວລາປະມານ 45 ນາທີ. ລາຍລະອຽດກ່ອນຈະໄປ (ລົດຕຸກໆລາຄາປະມານ 150,000 ກີບ, ແຕ່ທ່ານສາມາດແບ່ງ ປັນລາຄາກັບຄົນອື່ນໄດ້).

微信图片_20220610171809

ລາຍລະອຽດ

ເມື່ອເວລາຈະລົງລອຍນໍ້າຢູ່ໃນນໍ້າຕົກ ນັກທ່ອງທ່ຽວຄວນຈື່ສະເໝີວ່າ ການໃສ່ຊຸດລອຍນໍ້າທີ່ເປີດເຜີຍ ແມ່ນບໍ່ເໝາະ ສົມ ແລະຫ້າມສະແດງຄວາມຮັກຕໍ່ສາທາລະນະ ເຊັ່ນວ່າການຈັບມືຖືກັນແຂນກັນ ລວມເຖິງການໃກ້ຊິດສຳພັດກັນຫຼາຍຂື້ນ ເຊັ່ນວ່າການຈູບ.

ສິ່ງສຳຄັນ, ບໍ່ອະນຸຍາດໃຫ້ນັກທ່ອງທ່ຽວຍ່າງອ້ອມຮອບໂດຍບໍ່ໃສ່ເຄື່ອງນຸ່ງ ຫຼືແມ່ນຢູ່ໃນຊຸດຊັ້ນໃນກໍ່ຕາມ ເພາະຖືວ່າເປັນການກະທຳທີ່ບໍ່ເໝາະສົມ.

微信图片_20220610171751

微信图片_20220610171755

(昆明信息港综合整理)概况

白雪瀑布的特点是一个个分层的小瀑布。瀑布周围的区域采用了不同于光西瀑布的全新设计,在瀑布对面设有一个露天平台,您可以在这里伴随着瀑布声放松身心,附近还有大象营供游客参观,可以体验喂大象和骑大象的活动。

微信图片_20220610171800

营业时间

白雪瀑布每天开放时间:8.00 - 17.00

票价:每人 20,000 基普(8 岁以下孩童,免费入场)

微信图片_20220610171806

抵达方式

要前往白雪瀑布,需从市区驱车约14公里,乘船约8分钟即可到达瀑布,另外还可以骑自行车耗时约45分钟。出发前的详细信息(嘟嘟车费用约为 150,000 基普,但您可以与他人拼车前往)。

微信图片_20220610171809

其他信息

在瀑布游泳时,游客须谨记,不要穿太过暴露的泳衣,禁止向公众示爱,如牵手、手臂,以及亲吻等亲密接触行为。重要的是,不允许游客裸体或穿着内衣四处走动。

[ບັນນາທິການ:ສຸດໃຈ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xu Ting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

06/10

17:15

ແບ່ງປັນ

ແປ
翻译