ທ່ານຮັບຮູ້ປະເທດລາວຢ່າງແທ້ຈິງບໍ?

ມາຈາກ:ສູນຂໍ້ມູນຂ່າວສານຄຸນໝິງ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ( Lao people’s Democratic Republic), ຫລື ເອີ້ນຫຍໍ້ວ່າ:ປະເທດລາວ.

ຕັ້ງຢູ່ພາກເໜືອຂອງແຫຼມອີນດູຈີນ,ເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ.ທີດເໜືອຕິດກັບປະເທດຈີນ,ທິດໃຕ້ຕິດກັບປະເທດກຳປູເຈ່ຍ,ທິດຕາເວັນອອກຕິດກັບຫວຽດນາມ,ຕາເວັນຕົກຕິດກັບໄທ,ຕາເວັນຕົກສຽງເໜືອຕິດກັບມຽນມາ.ປະເທດລາວມີເນື້ອທີທັງໝົດ236,800km2.ມີພົນລະເມືອງທັງຫມົດປະມານ7ລ້ານຄົນ(ສະຖິຕິ2018),ນະຄອນຫຼວງຊື່:ນະຄອນຫຼວງວຽງຈັນ.

cb8065380cd79123b82a9337a4345982b3b780ae

ສປປ ລາວ ເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ, ຊາຍແດນທິດເໜືອຕິດກັບ ສປ ຈີນ 508 ກິໂລແມັດ, ທິດໃຕ້ຕິດກັບ ລາຊະອານາຈັກກຳປູເຈຍ 535 ກິໂລແມັດ, ທິດຕາເວັນອອກຕິດກັບ ສສ ຫວຽດນາມ 2,337 ກິໂລແມັດ, ທິດຕາເວັນຕົກຕິດກັບ ລາຊະອານາຈັກໄທ 1,835 ກິໂລແມັດ ແລະ ທິດຕາເວັນຕົກສ່ຽງເໜືອ ຕິດກັບສະຫະພາບມຽນມາ 236 ກິໂລແມັດ.

e61190ef76c6a7efe53ac367fefaaf51f3de6656

ສປປ ລາວ ມີລວງຍາວແຕ່ເໜືອເຖີງໃຕ້ 1.700 ກິໂລແມັດ, ລວງກວ້າງບ່ອນກວ້າງກວ່າໝູ່ 500 ກິໂລແມັດ, ບ່ອນແຄບສຸດ 140 ກິໂລແມັດ ເນື້ອທີ່ທັງໝົດ 236.800 ກິໂລແມັດມົນທົນ, ມີທັງເຂດພູດອຍ, ພູພຽງ ແລະ ທົ່ງພຽງ ໃນນັ້ນພູພຽງ ແລະ ພູດອຍກວມເອົາ ¾ ຂອງເນື້ອທີ່ທັງໝົດ ແລະ ໄດ້ແບ່ງອອກເປັນສາມເຂດ.ເຂດພາກເໜືອເປັນພູສູງ, ສູງກວ່າລະດັບນໍ້າທະເລສະເລ່ຍ 1.50 ແມັດ. 

u=4227156577,3612191259&fm=253&fmt=auto&app=138&f=JPEG.webp

ສປປ ລາວ ເປັນປະເທດໜື່ງທີ່ອຸດົມສົມບູນໄປດ້ວຍຫ້ວຍນໍ້າລໍາເຊ ຊື່ງຢາຍຢູ່ແຕ່ເໜືອຮອດໃຕ້; ແມ່ນໍ້າຂອງໄຫລຜ່ານຍາວ 1.835 ກິໂລແມັດ ຊື່ງມີຄວາມສາມາດບົ່ມຊ້ອນຂອງພະລັງງານໄຟຟ້ານໍ້າຕົກຢູ່ອ່າງນໍ້າຂອງຕອນລຸ່ມ. 

u=1351023179,4229160849&fm=253&fmt=auto&app=138&f=JPEG.webp

ສປປ ລາວຢູ່ໃນພູມອາກາດຂອງເຂດຮ້ອນ ແລະ ຊຸ່ມ, ມີມໍລະສຸມແຕ່ບໍ່ມີພະຍຸ, ສຳລັບເຂດພູດອຍພາກເໜືອ ແລະ ເຂດສາຍພູຫລວງ ອາກາດມີລັກສະນະເຄີ່ງຮ້ອນເຄີ່ງໜາວ,ອຸນຫະພູມປະຈຳປີສະເລ່ຍ ລະຫວ່າງ 25-26 ອົງສາເຊ, ການຜີດດ່ຽງອຸນຫະພູມລະຫວ່າງກາງເວັນ ແລະ ກາງຄືນ ມີປະມານ 10 ອົງສາເຊ, ເດືອນທີ່ໜາວກວ່າໝູ່ແມ່ນເດືອນທັນວາ ຫາ ມັງກອນ (20-21 ອົງສາເຊ). ເດືອນທີ່ຮ້ອນກວ່າໝູ່ ແມ່ນເດືອນເມສາ ຫາ ເດືອນພຶດສະພາ (28-30 ອົງສາເຊ). ອຸນຫະພູມບາງມື້ສູງເຖີງ 40-42 ອົງສາເຊ. ຍ້ອນວ່າໄດ້ຮັບອິດທິພົນຂອງມໍລະສຸມເຂດຮ້ອນ ຈື່ງມີຝົນຕົກຫລາຍກວ່າ 1.000 ມມ/ປີ. 

src=http___m.tuniucdn.com_fb2_t1_G3_M00_21_10_Cii_LllWJEKIYsJ2AERq9k5f9QMAACGYACpmWgARGsO647_w1024_h0_c0_t0.jpg&refer=http___m.tuniucdn.webp

ລະດູແລ້ງ: ເລີ່ມຕົ້ນແຕ່ເດືອນພະຈິກ ຫາ ເດືອນມີນາ

ລະດູຝົນ: ເລີ່ມແຕ່ເດືອນພຶດສະພາ ຫາ ເດືອນຕຸລາ

src=http___5b0988e595225.cdn.sohucs.com_images_20171121_c9948fd5ed2045f091fd76f5f5a603cf.jpeg&refer=http___5b0988e595225.cdn.sohucs.webp

ສປປ ລາວ ເປັນປະເທດທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດນາໆຊະນິດ, ໃນພື້ນດິນກໍ່ມີແຮ່ທາດຕ່າງໆ,ມີຊັບພະຍາກອນຫລາຍປະເພດເຊັ່ນ: ກົ່ວ, ເຫລັກ. ຖ່ານຫີນ, ຊືນ, ຄຳ...ຢູ່ເທີງຫນ້າດິນກໍມີປ່າໄມ້ ຊື່ງມີເນື້ອທີປົກຫຸ້ມປະມານ 40,3% ຂອງເນື້ອທີ່ທົ່ວປະເທດ (ຕົວເລກປີ ຄສ. 2010ຂອງກົມປ່າໄມ້),ໃນນັ້ນມີໄມ້ທີ່ມີຄ່າສູງທາງດ້ານເສດຖະກິດ ເຊັ່ນ: ໄມ້ດູ່, ໄມ້ເກດສະໜາ...ຍັງມີສັດປ່າທີ່ຫາຍາກໃກ້ຈະສູນພັນເຊັ່ນ: ຊ້າງ, ເສືອ, ກວາງ, ໝີ ...

19ab138b4fc54888ad2ffc70a330ccff

ພົນລະເມືອງລາວ ຈື່ງປະກອບດ້ວຍຫລາຍຊົນເຜົ່າ ມີເອກະລັກໃນການດຳລົງຊີວິດທີ່ແຕກຕ່າງກັນໄປ ແຕ່ຖ້າອີ່ງຕາມລັກສະນະຄ້າຍຄືກັນທາງດ້ານພາສາ ກໍ່ສາມາດແບ່ງອອກເປັນ 49 ເຜົ່າ。ນອນໃນ 4ໝວດພາສາຄື:ໝວດພາສາລາວ-ໄຕ ມີ 8 ເຜົ່າ ບັນດາເຜົ່າເຫລົ່ານີ້ ສ່ວນຫລາຍແມ່ນອາໃສຢູ່ຕາມເຂດທົ່ງພຽງ ລ້ອງນໍ້າຕ່າງໆ ເປັນຕົ້ນແມ່ນຢູ່ຕາມລ້ອງແມ່ນໍ້າຂອງ ກວມເອົາ 64% ຂຶງຈຳນວນພົນລະເມືອງທົ່ວທັງໝົດ.ໝວດພາສາມອນ-ຂະແມ ມີ 32 ເຜົ່າ  ກວມເອົາ 22,6% ຂອງພົນລະເມືອງທັງໝົດ.ໝວດພາສາມົ້ງ-ອີມຽນ ມີ 2 ເຜົ່າ ຊື່ງສາໃສຢູ່ເຂດພູສູງທາງພາກເໜືອເປັນສ່ວນຫລາຍ ກວມເອົາ 8,5% ຂອງພົນລະເມືອງທັງໝົດ.ໝວດພາສາຈີນ-ທິເບດມີ 7 ເຜົ່າ。

老挝人民民主共和国(The Lao People’s Democratic Republic),简称老挝(老挝语:ເມືອງລາວ ;英语:Laos)。是一个位于中南半岛北部的内陆国家,北邻中国,南接柬埔寨,东临越南,西北毗邻缅甸,西南毗邻泰国,国土面积 23.68 万平方公里,人口 700 万(2018 年),首都为万象。

cb8065380cd79123b82a9337a4345982b3b780ae

老挝是一个内陆国家,它与中国接壤508公里,南与柬埔寨接壤535公里,东与越南接壤2337公里,西与泰国接壤1835公里,西与缅甸联邦接壤236公里。

e61190ef76c6a7efe53ac367fefaaf51f3de6656

老挝人民民主共和国由北向南延伸 1,700 公里。最宽处500公里,最窄处140公里,总面积23.68万平方公里。有山地、高原和平原,山地和高原占总面积的四分之三,分为三块地区。北部多山,平均海拔1.50米。

u=4227156577,3612191259&fm=253&fmt=auto&app=138&f=JPEG.webp

老挝人民民主共和国是一个水资源丰富的国家,从北向南延伸; 湄公河流经1835公里,下游具有水电开发潜力。

u=1351023179,4229160849&fm=253&fmt=auto&app=138&f=JPEG.webp

老挝人民民主共和国属于热带气候,有季风但没有风暴。年平均气温在25-26°C之间,昼夜波动约10°C,最冷的月份是12月至次年1月(20-21°C)。 最热的月份是 4 月至 5 月(28-30 摄氏度)。 有时温度会升至 40-42 摄氏度。 由于热带季风的影响,这里每年的降雨量超过 1,000 毫米。

src=http___m.tuniucdn.com_fb2_t1_G3_M00_21_10_Cii_LllWJEKIYsJ2AERq9k5f9QMAACGYACpmWgARGsO647_w1024_h0_c0_t0.jpg&refer=http___m.tuniucdn.webp

旱季:11 月至 3 月

雨季:5月至10月

src=http___5b0988e595225.cdn.sohucs.com_images_20171121_c9948fd5ed2045f091fd76f5f5a603cf.jpeg&refer=http___5b0988e595225.cdn.sohucs.webp

老挝是一个自然资源丰富的国家,地下矿产丰富。有许多类型的矿产资源,例如:锡,钢。 煤、铅、金...地表森林覆盖了全国约 40.3% 的土地面积(来自林业部的 2010 年数据)。有经济价值较高的木材,如花梨木、沉香...还有大象、老虎、鹿、熊等稀有的濒危野生动物。

19ab138b4fc54888ad2ffc70a330ccff

老挝人口由许多生活方式不同的民族组成,但根据他们的语言特点,可分为49个民族, 4 种语言:老泰语族系有8个,这些民族大多生活在低地,尤其是湄公河沿岸,占总人口的64%。孟高棉语族系有32个民族,占总人口的22.6%。苗瑶语族系有2个民族,大部分生活在北部高地,占总人口的8.5%,汉藏语系7个民族。

[ບັນນາທິການ:ຄຳປະເສີດ]

[ບັນນາທິການທີ່ຮັບຜິດຊອບໂດຍກົງ:Xuting]

ບົດຄວາມທີ່ກ່ຽວຂ້ອງ

ອັດຕາແລກປ່ຽນໃນມື້ນີ້:

1CNY = LAK

-

2022

03/14

17:06

ແບ່ງປັນ

ແປ
翻译